ວັນທີ 5-11 ພະຈິກ
ໂຢຮັນ 20-21
ເພງ 35 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
‘ທ່ານຮັກເຮົາຫຼາຍກວ່າປາທັງຫຼາຍນີ້ຫຼື?’: (10 ນາທີ)
ໂຢ. 21:1-3—ຫຼັງຈາກພະເຍຊູຕາຍ ເປໂຕແລະອັກຄະສາວົກຄົນອື່ນໆກໍກັບໄປຫາປາ
ໂຢ. 21:4-14—ຫຼັງຈາກຟື້ນຄືນຈາກຕາຍ ພະເຍຊູໄດ້ປາກົດຕົວໃຫ້ເປໂຕແລະອັກຄະສາວົກຄົນອື່ນໆເຫັນ
ໂຢ. 21:15-19—ພະເຍຊູຊ່ວຍເປໂຕໃຫ້ເຂົ້າໃຈວ່າອັນໃດສຳຄັນທີ່ສຸດສຳລັບລາວ (nwtsty-E ຂໍ້ມູນສຳລັບສຶກສາ ໂຢ. 21:15, 17)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ໂຢ. 20:17—ສິ່ງທີ່ພະເຍຊູເວົ້າກັບມາລີ ຊາວມັກດາລາໝາຍຄວາມວ່າແນວໃດ? (nwtsty-E ຂໍ້ມູນສຳລັບສຶກສາ)
ໂຢ. 20:28—ເປັນຫຍັງໂທມາຈຶ່ງເອີ້ນພະເຍຊູວ່າ: “ພະອົງເຈົ້າຂອງຂ້າພະເຈົ້າແລະພະເຈົ້າຂອງຂ້າພະເຈົ້າ”? (nwtsty-E ຂໍ້ມູນສຳລັບສຶກສາ)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ໂຢ. 20:1-18
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ວິດີໂອຕົວຢ່າງການປະກາດ: (4 ນາທີ) ເປີດວິດີໂອແລະພິຈາລະນາຖາມ-ຕອບ.
ກັບໄປຢາມເທື່ອທຳອິດ: (ບໍ່ເກີນ 3 ນາທີ) ໃຊ້ຕົວຢ່າງການສົນທະນາ.
ນຳການສຶກສາ: (ບໍ່ເກີນ 6 ນາທີ) ບສ ໜ້າ 73-74 ຂໍ້ 21-22 ແລະຊວນນັກສຶກສາມາປະຊຸມ.