ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ສິງຫາ ໜ້າ 7
  • ພະ​ເຍຊູ​ຕາຍ​ເພື່ອ​ພີ່​ນ້ອງ​ຂອງ​ເຈົ້າ​ຄື​ກັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ຕາຍ​ເພື່ອ​ພີ່​ນ້ອງ​ຂອງ​ເຈົ້າ​ຄື​ກັນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ປະຊາຄົມ​ເປັນ​ໜຶ່ງ​ດຽວ​ກັນ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ນ້ຳໃຈ​ຂອງ​ຄວາມ​ຮັກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຢ່າ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້ “ຄົນ​ທີ່​ຕ່ຳ​ຕ້ອຍ” ຖິ້ມ​ຄວາມ​ເຊື່ອ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ສິງຫາ ໜ້າ 7
ພະ​ເຍຊູ​ໄດ້​ບັນລະຍາຍ​ໃຫ້​ຝູງ​ຄົນ​ທີ່​ຕິດ​ຕາມ​ເພິ່ນ​ຟັງ

ຊີວິດ​ຄລິດສະຕຽນ

ພະ​ເຍຊູ​ຕາຍ​ເພື່ອ​ພີ່​ນ້ອງ​ຂອງ​ເຈົ້າ​ຄື​ກັນ

ພະ​ເຍຊູ​ສະລະ​ຊີວິດ​ເພື່ອ​ມະນຸດ​ບໍ່​ສົມບູນ. (ໂລມ 5:8) ເຮົາ​ຄົງ​ຈະ​ຮູ້​ຄຸນຄ່າ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ຮັກ​ຂອງ​ເພິ່ນ​ຕໍ່​ເຮົາ​ໂດຍ​ສະລະ​ຊີວິດ​ເພື່ອ​ເຮົາ. ແນວ​ໃດ​ກໍ​ຕາມ ບາງ​ຄັ້ງ​ເຮົາ​ຕ້ອງ​ເຕືອນ​ຕົວ​ເອງ​ວ່າ​ພະ​ຄລິດ​ຕາຍ​ເພື່ອ​ພີ່​ນ້ອງ​ຂອງ​ເຮົາ​ຄື​ກັນ. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ພະ​ຄລິດ​ຕໍ່​ພີ່​ນ້ອງ​ທີ່​ບໍ່​ສົມບູນ​ຄື​ກັບ​ເຮົາ​ໄດ້​ແນວ​ໃດ? ມີ 3 ວິທີ​ຄື: ທຳອິດ ເຮົາ​ຕ້ອງ​ເປີດ​ໃຈ​ໃຫ້​ກວ້າງ​ຕໍ່​ໝູ່​ເພື່ອນ​ເຊິ່ງ​ລວມ​ເຖິງ​ຜູ້​ທີ່​ມີ​ພູມ​ຫຼັງ​ແຕກຕ່າງ​ຈາກ​ເຮົາ. (ໂລມ 15:7; 2 ໂກ. 6:12, 13) ວິທີ​ທີ່​ສອງ ເຮົາ​ຕ້ອງ​ລະວັງ​ຄຳ​ເວົ້າ​ແລະ​ການ​ກະທຳ​ທີ່​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ໃຈ. (ໂລມ 14:13-15) ວິທີ​ທີ່​ສາມ ຖ້າ​ບາງ​ຄົນ​ເຮັດ​ຜິດ​ຕໍ່​ເຮົາ ເຮົາ​ຕ້ອງ​ຟ້າວ​ໃຫ້​ອະໄພ​ທັນທີ. (ລືກາ 17:3, 4; 23:34) ຖ້າ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຍຊູ​ໃນ​ວິທີ​ເຫຼົ່າ​ນີ້ ພະ​ເຢໂຫວາ​ຈະ​ອວຍ​ພອນ​ປະຊາຄົມ​ໃຫ້​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

ຂໍ​ໃຫ້​ເບິ່ງ​ວິດີໂອ​ເຮັດ​ຕົວ​ໃຫ້​ເປັນ​ພີ່​ນ້ອງ​ທີ່​ໜ້າ​ຮັກ​ຫຼາຍ​ຂຶ້ນ! ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມິກິ​ໄດ້​ຮັບ​ການ​ຕ້ອນຮັບ​ໃນ​ປະຊາຄົມ​ໃໝ່

    ໃນ​ຕອນ​ທຳອິດ​ມິກິ​ຮູ້ສຶກ​ແນວ​ໃດ​ຕໍ່​ປະຊາຄົມ​ຂອງ​ລາວ?

  • ມິກິ​ຮູ້ສຶກ​ເຈັບ​ໃຈ​ຍ້ອນ​ພີ່​ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ

    ອັນ​ໃດ​ເປັນ​ສາເຫດ​ເຮັດ​ໃຫ້​ລາວ​ປ່ຽນ​ຄວາມ​ຮູ້ສຶກ?

  • ພະ​ເຍຊູ​ຍັງ​ສະແດງ​ຄວາມ​ກະລຸນາ​ຕໍ່​ລູກ​ສິດ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ຢາກ​ນອນ

    ຕົວຢ່າງ​ຂອງ​ພະ​ເຍຊູ​ຊ່ວຍ​ມິກິ​ໃຫ້​ປັບ​ປ່ຽນ​ຄວາມ​ຄິດ​ຂອງ​ລາວ​ແນວ​ໃດ? (ມໂກ. 14:38)

  • ພີ່​ນ້ອງ​ມິກິ​ຫົວ​ເມື່ອ​ເດັກ​ນ້ອຍ​ແລ່ນ​ມາ​ຕຳ​ລາວ​ຈົນ​ນ້ຳ​ເຮ່ຍ​ໃສ່​ເສື້ອ​ຜ້າ​ລາວ

    ສຸພາສິດ 19:11 ຊ່ວຍ​ເຮົາ​ໃຫ້​ເບິ່ງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃນ​ແງ່​ບວກ​ແນວ​ໃດ?

ສຳລັບ​ຄິດ​ຕຶກຕອງ:

ຂ້ອຍ​ຍັງ​ເກັບ​ຄວາມ​ຜິດ​ຂອງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ທີ່​ເຮັດ​ຕໍ່​ຂ້ອຍ​ບໍ ເຊິ່ງ​ຂ້ອຍ​ຄວນ​ຈະ​ເບິ່ງ​ຂ້າມ​ໄປ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌