ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ລືກາ 19-20
ຮຽນຈາກຕົວຢ່າງປຽບທຽບເລື່ອງເງິນ 500 ຫຼຽນ
ສ່ວນຕ່າງໆໃນຕົວຢ່າງປຽບທຽບໝາຍເຖິງຫຍັງ?
ເຈົ້ານາຍໝາຍເຖິງພະເຍຊູ
ທາດໝາຍເຖິງລູກສິດຜູ້ຖືກເຈີມຂອງພະເຍຊູ
ເງິນເຊິ່ງເຈົ້ານາຍໄດ້ມອບໃຫ້ທາດໝາຍເຖິງໜ້າທີ່ຮັບຜິດຊອບທີ່ສຳຄັນໃນການເຮັດໃຫ້ຄົນເປັນລູກສິດ
ຕົວຢ່າງປຽບທຽບນີ້ເຕືອນຄລິດສະຕຽນຜູ້ຖືກເຈີມວ່າຢ່າກາຍເປັນທາດຊົ່ວ. ພະເຍຊູຄາດໝາຍໃຫ້ເຂົາເຈົ້າໃຊ້ທັງເວລາ ກຳລັງ ແລະວັດຖຸທີ່ເຂົາເຈົ້າມີຢ່າງເຕັມທີເພື່ອເຮັດໃຫ້ຄົນເປັນລູກສິດຂອງເພິ່ນຫຼາຍຂຶ້ນ.
ເຮົາຈະຮຽນແບບຄລິດສະຕຽນຜູ້ຖືກເຈີມທີ່ສັດຊື່ໃນເລື່ອງການເຮັດໃຫ້ຄົນເປັນລູກສິດໄດ້ແນວໃດ?