ຊີວິດຄລິດສະຕຽນ
ພໍ່ແມ່ທັງຫຼາຍເຈົ້າໃຫ້ໂອກາດທີ່ດີທີ່ສຸດທີ່ຈະໃຫ້ລູກປະສົບຜົນສຳເລັດບໍ?
ພໍ່ແມ່ທີ່ຢ້ານຢຳພະເຈົ້າຢາກເຫັນລູກເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາ. ພໍ່ແມ່ສາມາດຊ່ວຍລູກໄດ້ໂດຍເຮັດໃຫ້ຄຳສອນໃນຄຳພີໄບເບິນເຂົ້າເຖິງຫົວໃຈຂອງລູກຕັ້ງແຕ່ຍັງນ້ອຍ. (ບັນຍັດ. 6:7; ສຸພາ. 22:6) ສິ່ງນີ້ຮຽກຮ້ອງການເສຍສະລະບໍ? ແນ່ນອນທີ່ສຸດ! ແຕ່ລາງວັນທີ່ໄດ້ຮັບກໍຄຸມຄ່າແທ້ໆ.—3 ໂຢ. 4
ພໍ່ແມ່ສາມາດຮຽນຮູ້ໄດ້ຈາກຕົວຢ່າງຂອງໂຢເຊບແລະມາລີ. ເຂົາເຈົ້າໄປ “ເທສະການປັດສະຄາໃນເມືອງເຢຣຶຊາເລມ” ທຸກປີ ເຖິງວ່າການເຮັດແບບນີ້ຈະຕ້ອງອອກຄວາມພະຍາຍາມແລະເສຍຄ່າໃຊ້ຈ່າຍກໍຕາມ. (ລືກາ 2:41) ເຫັນໄດ້ຢ່າງຈະແຈ້ງ ໂຢເຊບແລະມາລີຖືວ່າສາຍສຳພັນຂອງຄອບຄົວທີ່ມີຕໍ່ພະເຢໂຫວາເປັນສິ່ງທີ່ສຳຄັນທີ່ສຸດ. ຄ້າຍຄືກັນ ພໍ່ແມ່ໃນທຸກມື້ນີ້ສາມາດຊີ້ນຳແນວທາງທີ່ຖືກຕ້ອງໃຫ້ກັບລູກໄດ້ ໂດຍໃຊ້ທຸກໂອກາດເພື່ອສອນລູກທັງທາງຄຳເວົ້າແລະການກະທຳ.—ເພງ. 127:3-5
ເບິ່ງວິດີໂອເລື່ອງເຂົາເຈົ້າຕອບຮັບທຸກໂອກາດ ແລ້ວຕອບຄຳຖາມຕໍ່ໄປນີ້:
ຈອນແລະຊາລອນ ຊີວເລີ້ ໃຫ້ລາຊະອານາຈັກຂອງພະເຈົ້າມາເປັນອັນດັບທຳອິດແນວໃດໃນຂະນະທີ່ຕ້ອງເບິ່ງແຍງຄອບຄົວ?
ເປັນຫຍັງພໍ່ແມ່ຈຶ່ງຕ້ອງປັບກົດລະບຽບຕາມຄວາມຈຳເປັນຂອງລູກແຕ່ລະຄົນ?
ພໍ່ແມ່ຈະກຽມລູກໃຫ້ພ້ອມແນວໃດເພື່ອໃຫ້ອົດທົນຕໍ່ການທົດສອບຄວາມເຊື່ອ?
ເຈົ້າເຄີຍໃຊ້ເຄື່ອງມືຫຍັງແດ່ຂອງອົງການເພື່ອຊ່ວຍລູກຂອງເຈົ້າໃຫ້ພັດທະນາຄວາມເຊື່ອ?
ຈັດໃຫ້ກິດຈະກຳດ້ານຄວາມເຊື່ອມາເປັນອັນດັບທຳອິດໃນຄອບຄົວຂອງເຈົ້າ