ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ພຶດສະພາ ໜ້າ 8
  • “ສິ່ງ​ທີ່​ພະເຈົ້າ​ຜູກ​ໄວ້​ຄູ່​ກັນ​ແລ້ວ . . . ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ສິ່ງ​ທີ່​ພະເຈົ້າ​ຜູກ​ໄວ້​ຄູ່​ກັນ​ແລ້ວ . . . ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ນັບຖື​ຊີວິດ​ແຕ່ງ​ດອງ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຄຳຖາມ​ຈາກ​ຜູ້​ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ພຶດສະພາ ໜ້າ 8
ຜູ້​ຊາຍ​ກັບ​ຜູ້​ຍິງ​ຈັບ​ມື​ກັນ

ຊີວິດ​ຄລິດສະຕຽນ

“ສິ່ງ​ທີ່​ພະເຈົ້າ​ຜູກ​ໄວ້​ຄູ່​ກັນ​ແລ້ວ . . . ”

ຕາມ​ກົດ​ໝາຍ​ຂອງ​ໂມເຊ​ຮຽກ​ຮ້ອງ​ໃຫ້​ຜູ້​ທີ່​ຈະ​ຢ່າ​ຮ້າງ​ຕ້ອງ​ເຮັດ​ໜັງສື​ການ​ຢ່າ​ຮ້າງ. ກົດ​ໝາຍ​ນີ້​ຊ່ວຍ​ບໍ່​ໃຫ້​ຢ່າ​ຮ້າງ​ກັນ​ໄວ​ເກີນ​ໄປ. ແນວ​ໃດ​ກໍ​ຕາມ ໃນ​ສະໄໝ​ຂອງ​ພະ​ເຍຊູ ພວກ​ຫົວ​ໜ້າ​ສາສະໜາ​ເຮັດ​ໃຫ້​ການ​ຢ່າ​ຮ້າງ​ກັນ​ເປັນ​ເລື່ອງ​ທີ່​ເຮັດ​ໄດ້​ງ່າຍໆ. ເຂົາ​ເຈົ້າ​ໃຫ້​ຜູ້​ຊາຍ​ສາມາດ​ຢ່າ​ຮ້າງ​ເມຍ​ໄດ້​ໃນ​ທຸກ​ກໍລະນີ. (nwtsty-E ຂໍ້​ມູນ​ສຳລັບ​ສຶກສາ ມໂກ. 10:4, 11) ພະ​ເຍຊູ​ໄດ້​ເນັ້ນ​ຄວາມ​ຈິງ​ທີ່​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ກໍ່​ຕັ້ງ​ການ​ແຕ່ງ​ດອງ​ຂຶ້ນ​ມາ. (ມໂກ. 10:2-12) ຜົວ​ເມຍ​ຕ້ອງ​ເປັນ “ເນື້ອ​ອັນ​ດຽວ​ກັນ” ໃນ​ສາຍ​ສຳພັນ​ທີ່​ຖາວອນ. ໃນ​ຄຳພີ​ໄບເບິນ​ອະນຸຍາດ​ສະເພາະ​ກໍລະນີ​ດຽວ​ເທົ່າ​ນັ້ນ​ທີ່​ໃຫ້​ຢ່າ​ຮ້າງ​ໄດ້ ຕາມ​ທີ່​ບອກ​ໄວ້​ໃນ​ມັດທາຍ​ກໍ​ຄື​ການ “ກະທຳ​ຜິດ​ຫຼິ້ນ​ຊູ້.”—ມັດ. 19:9

ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ບໍ່​ໄດ້​ເບິ່ງ​ເລື່ອງ​ການ​ແຕ່ງ​ດອງ​ຄື​ກັບ​ທີ່​ພະ​ເຍຊູ​ເບິ່ງ ແຕ່​ເຂົາ​ເຈົ້າ​ເບິ່ງ​ຄື​ກັບ​ພວກ​ຫົວ​ໜ້າ​ສາສະໜາ. ເມື່ອ​ເກີດ​ບັນຫາ ຫຼາຍ​ຄົນ​ໃນ​ໂລກ​ນີ້​ກໍ​ຢ່າ​ຮ້າງ​ກັນ​ຢ່າງ​ໄວ​ວາ ເຊິ່ງ​ແຕກຕ່າງ​ຫຼາຍ​ແທ້ໆຈາກ​ຄູ່​ຜົວ​ເມຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈິງ​ຈັງ​ໃນ​ເລື່ອງ​ການ​ແຕ່ງ​ດອງ​ແລະ​ພະຍາຍາມ​ທີ່​ຈະ​ເອົາ​ຊະນະ​ບັນຫາ​ໂດຍ​ໃຊ້​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ. ຫຼັງ​ຈາກ​ເບິ່ງ​ວິດີໂອ​ເລື່ອງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ເຮັດ​ໃຫ້​ຄອບຄົວ​ກົມ​ກຽວ ແລ້ວ​ໃຫ້​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ການ​ອ່ານ​ຄຳພີ​ໄບເບິນ; ຜົວ​ຟັງ​ເມີຍ​ເວົ້າ​ຄວາມ​ໃນ​ໃຈ; ຮູບ​ແຕ່ງ​ດອງ​ທີ່​ຈີກ​ຂາດ

    ເຈົ້າ​ຈະ​ໃຊ້​ຫຼັກ​ການ​ທີ່​ສຸພາສິດ 15:1 ໃນ​ຊີວິດ​ສົມລົດ​ຂອງ​ເຈົ້າ​ແນວ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

  • ໂດຍ​ໃຊ້​ຫຼັກ​ການ​ໃນ​ສຸພາສິດ 19:11 ຈະ​ຊ່ວຍ​ເຈົ້າ​ໃຫ້​ຫຼີກ​ລ່ຽງ​ບັນຫາ​ໄດ້​ແນວ​ໃດ?

  • ຖ້າ​ເບິ່ງ​ຄື​ວ່າ​ຊີວິດ​ຄູ່​ຂອງ​ເຈົ້າ​ຈະ​ໄປ​ບໍ່​ລອດ ແທນ​ທີ່​ຈະ​ຄິດ​ວ່າ: ‘ຂ້ອຍ​ຈະ​ຢ່າ​ຮ້າງ​ເລີຍ​ດີ​ບໍ?’ ແຕ່​ເຈົ້າ​ຄວນ​ຄິດ​ເຖິງ​ຄຳຖາມ​ຫຍັງ?

  • ໂດຍ​ນຳ​ໃຊ້​ຫຼັກ​ການ​ໃນ​ມັດທາຍ 7:12 ເຈົ້າ​ຈະ​ເປັນ​ຜົວ​ຫຼື​ເມຍ​ທີ່​ດີ​ຂຶ້ນ​ໄດ້​ແນວ​ໃດ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌