ຊີວິດຄລິດສະຕຽນ
ປະກາດແລະສອນ—ເປັນສິ່ງສຳຄັນຕໍ່ການເຮັດໃຫ້ຄົນເປັນລູກສິດ
ພະເຍຊູສັ່ງລູກສິດຂອງເພິ່ນໃຫ້ໄປສອນຄົນໃຫ້ເປັນລູກສິດ. (ມັດ. 28:19) ນີ້ກ່ຽວຂ້ອງກັບການປະກາດແລະການສອນ. ເຮົາຄວນຖາມຕົວເອງເປັນໄລຍະວ່າ: ‘ຂ້ອຍຈະພັດທະນາຕົວເອງໃນສອງດ້ານນີ້ເພື່ອຊ່ວຍຄົນໃຫ້ເປັນລູກສິດໄດ້ແນວໃດ?’
ການປະກາດ
ແທນທີ່ຈະຖ້າໃຫ້ຄົນອື່ນເຂົ້າມາຫາ ເຮົາຈະເປັນຝ່າຍລິເລີ່ມຊອກຫາຄົນທີ່ ‘ເຕັມໃຈຕ້ອນຮັບແລະສົນໃຈຟັງ.’ (ມັດ. 10:11, ລ.ມ.) ເມື່ອຢູ່ໃນເຂດປະກາດ ເຮົາພະຍາຍາມໃຊ້ທຸກໂອກາດເພື່ອ ‘ລົມກັບຄົນທີ່ໄດ້ພົບ’ ບໍ? (ກິດ. 17:17) ລີດີເຂົ້າມາເປັນລູກສິດກໍຍ້ອນຄວາມດຸໝັ່ນໃນການປະກາດຂອງໂປໂລ.—ກິດ. 16:13-15
“ຈົ່ງຫວ່ານກ້າຂອງເຈົ້າຕັ້ງແຕ່ເຊົ້າ ແລະມື້ແລງຢ່າໃຫ້ມືຂອງເຈົ້າເຊົາເມື່ອຍ.” (ຜູ້ປ. 11:6)
ເບິ່ງວິດີໂອປະກາດຕໍ່ໆໄປ “ໂດຍບໍ່ໄດ້ຢຸດ”—ປະກາດບໍ່ເປັນທາງການແລະປະກາດຕາມບ້ານເຮືອນ ແລ້ວຕອບຄຳຖາມຕໍ່ໄປນີ້:
ຊາເມືອນເຮັດແນວໃດວ່າລາວກະຕືລືລົ້ນໃນການຫວ່ານເມັດແຫ່ງຄວາມຈິງໃນຊີວິດປະຈຳວັນ?
ເປັນຫຍັງເຮົາຕ້ອງພະຍາຍາມຕໍ່ໄປໃນການປະກາດທຸກຮູບແບບ?
ເຈົ້າຈະປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າໃຫ້ກັບໃຜແດ່ໃນຊີວິດປະຈຳວັນ?
ການສອນ
ເພື່ອຈະສອນຄົນໃຫ້ເປັນລູກສິດ ເຮົາຕ້ອງເຮັດຫຼາຍກວ່າການໃຫ້ປຶ້ມກັບເຂົາເຈົ້າ. ເພື່ອຈະຊ່ວຍເຂົາເຈົ້າໃຫ້ເຕີບໂຕທາງຄວາມເຊື່ອ ເຮົາຕ້ອງກັບໄປຢາມແລະສຶກສາກັບເຂົາເຈົ້າເປັນປະຈຳ. (1 ໂກ. 3:6-9) ແຕ່ຖ້າເຮົາພະຍາຍາມສອນຄວາມຈິງເລື່ອງລາຊະອານາຈັກຂອງພະເຈົ້າກັບຄົນໜຶ່ງ ແລ້ວບໍ່ຄ່ອຍເກີດຜົນເດ? (ມັດ. 13:19-22) ເຮົາກໍຄວນຊອກຫາຄົນທີ່ມີຫົວໃຈຄືກັບ “ດິນດີ” ຕໍ່ໆໄປ.—ມັດ. 13:23; ກິດ. 13:48
“ເຮົາໄດ້ປູກໄວ້ ທ່ານອະໂປໂລໄດ້ຮົດນ້ຳ ແຕ່ວ່າພະເຈົ້າໄດ້ໂຜດໃຫ້ເກີດໝາກ.” (1 ໂກ. 3:6)
ເບິ່ງວິດີໂອປະກາດຕໍ່ໆໄປ “ໂດຍບໍ່ໄດ້ຢຸດ”—ປະກາດບ່ອນສາທາລະນະແລະສອນຄົນໃຫ້ເປັນລູກສິດ ແລ້ວຕອບຄຳຖາມຕໍ່ໄປນີ້
ຊາໂລໂມນກັບແມຣີ້ຫົດນ້ຳເມັດແຫ່ງຄວາມຈິງໃນຫົວໃຈຂອງເອເຊກຽນແລະອະບີເກວແນວໃດ?
ອັນໃດຄວນເປັນເປົ້າໝາຍຂອງເຮົາໃນວຽກຮັບໃຊ້ທຸກຮູບແບບລວມເຖິງການປະກາດຢູ່ສາທາລະນະ?
ເຮົາຈະເຮັດແນວໃດເພື່ອເນັ້ນຄວາມສຳຄັນຂອງການສອນຄວາມຈິງ?