ຮູບພາບ ພາບປະກອບ ວິດີໂອທີ່ບໍ່ມີສຽງ ແລະພາບເຄື່ອນໄຫວຊ່ວຍເຮັດໃຫ້ເຫັນລາຍລະອຽດຫຼາຍຢ່າງທີ່ບັນທຶກໄວ້ໃນຄຳພີໄບເບິນ.
ບ້ານເບດຟາເຄ ພູເຂົາກົກໝາກກອກ ແລະເຢຣຶຊາເລມ
ວິດີໂອນີ້ຊີ້ໃຫ້ເຫັນພາບການເຂົ້າເຢຣຶຊາເລມຈາກທິດຕາເວັນອອກ ເລີ່ມຈາກບ້ານເອເທີທີ່ເປັນຊື່ເອີ້ນໃນປັດຈຸບັນ ອາດຈະແມ່ນບ້ານເບດຟາເຄທີ່ມີໃນຄຳພີໄບເບິນທີ່ຕັ້ງຢູ່ເນີນຂອງພູເຂົາກົກໝາກກອກ. ບ້ານເບທານີຢູ່ທິດຕາເວັນອອກຂອງບ້ານເບດຟາເຄເຊິ່ງຢູ່ເບື້ອງທິດຕາເວັນອອກຂອງພູໜ່ວຍນີ້. ຕອນພະເຍຊູແລະສາວົກຢູ່ເຢຣຶຊາເລມເຂົາເຈົ້ານອນຢູ່ບ້ານເບທານີເປັນປະຈຳ ເຊິ່ງປັດຈຸບັນແມ່ນເມືອງເອວ ອາຊະຣີເຢ (ເອວ ອາຊະຣີຢາ) ພາສາອາຣັບແປວ່າ “ສະຖານທີ່ຂອງລາຊາໂລ” ແນ່ນອນວ່າພະເຍຊູໄດ້ພັກຢູ່ເຮືອນຂອງມາທາ ມາລີ ແລະລາຊະໂລ. (ມັດ. 21:17; ມໂກ. 11:11; ລືກາ 21:37; ໂຢ. 11:1) ຕອນພະເຍຊູອອກຈາກເຮືອນນີ້ໄປເຢຣຶຊາເລມພະອົງອາດໃຊ້ເສັ້ນທາງທີ່ເຫັນໃນວິດີໂອນີ້ ແລະຕອນຂີ່ລູກລາຂ້າມພູເຂົາກົກໝາກກອກເຂົ້າເຢຣຶຊາເລມໃນວັນທີ 9 ເດືອນນີຊານ ປີ ຄ.ສ. 33 ພະອົງອາດໃຊ້ທາງດຽວກັນນີ້ຄືກັນ.
ເສັ້ນທາງຈາກເບທານີໄປເບດຟາເຄ
ເບດຟາເຄ
ພູເຂົາກົກໝາກກອກ
ຮ່ອມພູເຊເຊດໂຣນ
ພູເຂົາທີ່ວິຫານຕັ້ງຢູ່
ຕະປູໃນກະດູກຕີນ
ນີ້ແມ່ນຮູບພາບຂອງກະດູກຕີນມະນຸດທີ່ຈຳລອງຂຶ້ນເຊິ່ງຖືກຕອກດ້ວຍຕະປູເຫຼັກຍາວ 11,5 ຊມ (4,5 ນິ້ວ). ມີການຂຸດພົບຊິ້ນສ່ວນແທ້ໃນປີ 1968 ທາງເໜືອຂອງເມືອງເຢຣຶຊາເລມເຊິ່ງຊິ້ນສ່ວນນີ້ຢູ່ໃນສະໄໝໂລມ. ນີ້ເປັນຫຼັກຖານທາງບູຮານຄະດີທີ່ໃຫ້ຮູ້ວ່າອາດມີການໃຊ້ຕະປູໃນການປະຫານຊີວິດຄົນທີ່ຖືກຕອກເທິງເສົາໄມ້ ຕະປູນີ້ອາດຄ້າຍຄືກັບຕະປູທີ່ທະຫານໂລມໃຊ້ຕອກພະເຍຊູຄລິດເທິງເສົາ. ຊິ້ນສ່ວນນີ້ຖືກຄົ້ນພົບໃນຫີບຫີນປູນເຊິ່ງແມ່ນຫີບທີ່ເຮັດຈາກຫີນ ຫີບນີ້ໃຊ້ເກັບກະດູກທີ່ແຫ້ງແລ້ວຂອງຄົນຕາຍຫຼັງຈາກທີ່ເນື້ອໜັງເປື່ອຍໄປໝົດ. ນີ້ສະແດງໃຫ້ເຫັນວ່າຄົນທີ່ຖືກປະຫານຊີວິດເທິງເສົາອາດໄດ້ຮັບການຝັງສົບດ້ວຍ.—ມັດ. 27:35