ຊີວິດຄລິດສະຕຽນ
ເມື່ອໃດທີ່ຂ້ອຍຈະຮັບໃຊ້ເປັນໄພໂອເນຍສົມທົບໄດ້?
ວິຫານໃນນິມິດຂອງເອເຊກຽນ ຊີ້ໃຫ້ເຫັນວ່າປະຊາຊົນຂອງພະເຢໂຫວາຕ້ອງໃຫ້ພະອົງດ້ວຍຄວາມເຕັມໃຈ. ເຮົາແຕ່ລະຄົນຈະຖວາຍເຄື່ອງບູຊາທີ່ເປັນຄຳສັນລະເສີນໄດ້ແນວໃດ?—ເຫບ. 13:15, 16.
ວິທີໜຶ່ງທີ່ດີເລີດຄືການຮັບໃຊ້ເປັນໄພໂອເນຍສົມທົບ. ໃນປີການຮັບໃຊ້ 2018 ມີຫຼາຍເດືອນທີ່ມີວັນເສົາຫຼືວັນອາທິດ 5 ມື້ ນີ້ຊ່ວຍໄດ້ຫຼາຍແທ້ໆ ສຳລັບຄົນທີ່ເຮັດວຽກອາຊີບເຕັມເວລາໃຫ້ອອກຮັບໃຊ້ທ້າຍອາທິດໄດ້ຫຼາຍຂຶ້ນ. ນອກຈາກນີ້ ໃນເດືອນມີນາ ເມສາແລະເດືອນທີ່ຜູ້ດູແລໝວດຢ້ຽມ ຜູ້ປະກາດສາມາດເລືອກໄດ້ວ່າຈະເຮັດ 30 ຫຼື 50 ຊົ່ວໂມງ.
ຈະເຮັດແນວໃດຖ້າສະພາບການຂອງເຮົາບໍ່ເອື້ອອຳນວຍໃຫ້ເປັນໄພໂອເນຍສົມທົບໄດ້? ເຮົາສາມາດອອກຮັບໃຊ້ໃຫ້ຫຼາຍຂຶ້ນແລະປັບປຸງວຽກຮັບໃຊ້ໃຫ້ມີຄຸນນະພາບດີຂຶ້ນໄດ້ ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຈະກະຕຸ້ນເຮົາ ຖວາຍສິ່ງທີ່ດີທີ່ສຸດໃຫ້ກັບພະອົງໃນປີການຮັບໃຊ້ 2018—ໂອ. 14:2.
ຂ້ອຍຈະຮຽນແບບຄວາມກະຕືລືລົ້ນຂອງຊາບີນ່າ ເອີນານເດສໄດ້ແນວໃດ?
ເບິ່ງວິດີໂອ ຖ້າພະເຢໂຫວາຊ່ວຍ ຂ້ອຍກໍເຮັດໄດ້ ແລະຕອບຄຳຖາມຕໍ່ໄປນີ້:
ອັນໃດກະຕຸ້ນຊາບີນ່າໃຫ້ຮັບໃຊ້ພະເຢໂຫວາຫຼາຍຂຶ້ນ?
ຕົວຢ່າງຂອງຊາບີນ່າໃຫ້ກຳລັງໃຈເຈົ້າແນວໃດ?
ລະຫວ່າງປີການຮັບໃຊ້ 2018 ມີເດືອນໃດແດ່ທີ່ເຈົ້າຈະສາມາດສະໝັກເປັນໄພໂອເນຍສົມທົບໄດ້?