ວັນທີ 8-14 ພຶດສະພາ
ເຢເຣມີ 35–38
ເພງ 33 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ເອເບດເມເລກເປັນຕົວຢ່າງເລື່ອງຄວາມກ້າຫານແລະຄວາມກະລຸນາ”: (10 ນາທີ)
ຢເຣ. 38:4-6—ເຊເດເຊຍເຊຍອມແພ້ຕໍ່ການຢ້ານມະນຸດແລະຍອມໃຫ້ຜູ້ຕໍ່ຕ້ານຖິ້ມເຢເຣມີລົງໃນຂຸມເລິກທີ່ມີແຕ່ຂີ້ຕົມ (it-2 ໜ້າ 1228 ຫຍໍ້ໜ້າ 3)
ຢເຣ. 38:7-10—ເອເບດເມເລກກ້າຫານແລະຕັດສິນໃຈຢ່າງເດັດດ່ຽວເພື່ອຊ່ວຍເຢເຣມີ (ຫ 1/5/12 ໜ້າ 31 ຫຍໍ້ໜ້າ 2-3)
ຢເຣ. 38:11-13—ເອເບດເມເລກໄດ້ສະແດງຄວາມກະລຸນາ (ຫ 1/5/12 ໜ້າ 31 ຫຍໍ້ໜ້າ 4)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ຢເຣ. 35:19—ຍ້ອນຫຍັງພະເຢໂຫວາຈຶ່ງອວຍພອນຊາວເຣກາບີດ? (it-2 ໜ້າ 759)
ຢເຣ. 37:21—ພະເຢໂຫວາເບິ່ງແຍງເຢເຣມີແນວໃດ ແລະເລື່ອງນີ້ໃຫ້ກຳລັງໃຈເຮົາແນວໃດເມື່ອພົບຄວາມຍາກລຳບາກ? (ຫ 15/1/98 ໜ້າ 18 ຂໍ້ 16-17, ຫ 1/8/95 ໜ້າ 5 ຫຍໍ້ໜ້າ 5-6)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ຢເຣ. 36:27–37:2
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ປະກາດ: (ບໍ່ເກີນ 2 ນາທີ) ໜ້າປົກ ຫ 3/17. ປູທາງໄວ້ເພື່ອກັບໄປຢາມ.
ກັບໄປຢາມ: (ບໍ່ເກີນ 4 ນາທີ) ໜ້າປົກ ຫ 3/17. ປູທາງໄວ້ເພື່ອກັບໄປຢາມເທື່ອໜ້າ.
ນຳການສຶກສາ: (ບໍ່ເກີນ 6 ນາທີ) ຈສ ບົດ 26.
ຊີວິດຄລິດສະຕຽນ
ເພງ 127
“ການເບິ່ງແຍງສະຖານທີ່ນະມັດສະການຂອງເຮົາ”: (15 ນາທີ) ຖາມ-ຕອບໂດຍຜູ້ເຖົ້າແກ່. ຫຼັງຈາກເບິ່ງວິດີໂອການເບິ່ງແຍງສະຖານທີ່ນະມັດສະການຂອງເຮົາ ໃຫ້ຖາມຄຳຖາມ ແລະໃຫ້ສຳພາດຕົວແທນຂອງປະຊາຄົມທີ່ຢູ່ໃນຄະນະຜູ້ດູແລຫໍປະຊຸມ. ຖ້າປະຊາຄົມບໍ່ມີຕົວແທນດັ່ງກ່າວ ໃຫ້ສຳພາດຜູ້ປະສານງານຂອງຄະນະຜູ້ເຖົ້າແກ່. ຖ້າມີປະຊາຄົມດຽວໃຊ້ຫໍປະຊຸມ ໃຫ້ສຳພາດຜູ້ປະສານງານການສ້ອມແປງຮັກສາ. ຜ່ານມາມີວຽກຍັງແດ່ທີ່ສຳເລັດ ແລະມີແຜນຈະເຮັດຫຍັງອີກ? ຖ້າໃຜຮູ້ສ້ອມແປງຫຼືຢາກຮຽນຈາກຜູ້ທີ່ຊຳນານແລ້ວ ລາວຈະເຮັດແນວໃດ? ເຖິງວ່າສະພາບການຂອງເຮົາຈະເປັນແບບໃດກໍຕາມ ທຸກຄົນຈະມີສ່ວນຮ່ວມໃນວຽກນີ້ແນວໃດ?
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລປ ບົດ 12 ຂໍ້ 9-15 ຂອບໜ້າ 122-123 ແລະໜ້າ 130-131
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດໜ້າ (3 ນາທີ)
ເພງ 125 ແລະຄຳອະທິດຖານ