ວັນທີ 9-15 ມັງກອນ
ເອຊາອີ 29-33
ເພງ 123 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ກະສັດອົງໜຶ່ງທີ່ຈະສະເຫວີຍລາດດ້ວຍຍຸຕິທຳ”: (10 ນາທີ)
ເອຊາ. 32:1—ພະເຍຊູຄລິດຈະເປັນກະສັດທີ່ປົກຄອງຢ່າງຍຸຕິທຳ (ຫ 15/2/14 ໜ້າ 6 ຂໍ້ 13)
ເອຊາ. 32:2—ພະເຍຊູທີ່ເປັນກະສັດໄດ້ຈັດໃຫ້ມີເຈົ້ານາຍເພື່ອເບິ່ງແຍງຝູງແກະ (ip-1 ໜ້າ 332-334 ຂໍ້ 7-8)
ເອຊາ. 32:3, 4—ປະຊາຊົນຂອງພະເຢໂຫວາໄດ້ຮັບການຊີ້ນຳແລະການຝຶກສອນເພື່ອຊ່ວຍເຂົາເຈົ້າໃຫ້ໃຊ້ຊີວິດແບບຖືກຕ້ອງຊອບທຳ (ip-1 ໜ້າ 334-335 ຂໍ້ 10-11)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ເອຊາ. 30:21—ພະເຢໂຫວາຊີ້ນຳຜູ້ຮັບໃຊ້ຂອງພະອົງແນວໃດ? (ຫ 15/8/14 ໜ້າ 21 ຂໍ້ 2)
ເອຊາ. 33:22—ເມື່ອໃດແລະໂດຍວິທີໃດທີ່ພະເຢໂຫວາເປັນຜູ້ຕັດສິນ ຜູ້ຕັ້ງກົດໝາຍ ແລະກະສັດຂອງຊາດອິດສະລາແອນ? (ຫ 15/10/14 ໜ້າ 14 ຂໍ້ 4)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ມີຈຸດໃດແດ່ທີ່ຂ້ອຍຈະເອົາໄປໃຊ້ໃນວຽກປະກາດ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ເອຊາ. 30:22-33
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ປະກາດ: (ບໍ່ເກີນ 2 ນາທີ) ໜ້າປົກ ຫສ 1/17. ຮັບມືກັບເຈົ້າຂອງເຮືອນທີ່ໃຈຮ້າຍ.
ກັບໄປຢາມ: (ບໍ່ເກີນ 4 ນາທີ) ໜ້າປົກ ຫສ 1/17. ອ່ານຂໍ້ພະຄຳພີຈາກໂທລະສັບ.
ນຳການສຶກສາ: (ບໍ່ເກີນ 6 ນາທີ) ຮພ ໜ້າ 31-32 ຂໍ້ 12-13. ສະແດງໃຫ້ເຫັນວິທີສອນທີ່ເຂົ້າເຖິງຫົວໃຈ.
ຊີວິດຄລິດສະຕຽນ
ເພງ 119
“ທີ່ກຳບັງໃຫ້ພົ້ນລົມ” (ເອຊາ. 32:2, ລ.ມ.): (9 ນາທີ) ເປີດວິດີໂອ [JW Library (ພາສາໄທ) ໄປທີ່ ວິດີໂອ > ການປະຊຸມແລະເຫດການເດັ່ນໆ > ການນະມັດສະການຕອນເຊົ້າ].
ໄປປະຊຸມທັງທີ ຕ້ອງຕັ້ງໃຈຟັງໃຫ້ດີ: (6 ນາທີ) ເປີດວິດີໂອ [JW Library (ພາສາໄທ) ໄປທີ່ ວິດີໂອ > ເດັກ > ມາເປັນເພື່ອນກັບພະເຢໂຫວາກັນເຖາະ]. ເຊີນເດັກນ້ອຍທີ່ເລືອກໄວ້ຂຶ້ນເວທີ ແລະຖາມວ່າ: ສິ່ງໃດທີ່ເຮັດໃຫ້ເຈົ້າບໍ່ຕັ້ງໃຈຟັງເມື່ອປະຊຸມ? ອາດເກີດຫຍັງຂຶ້ນຖ້າໂນເອບໍ່ຕັ້ງໃຈຟັງເມື່ອພະເຢໂຫວາບອກວິທີສ້າງເຮືອ? ເປັນຫຍັງຈຶ່ງສຳຄັນທີ່ເດັກນ້ອຍຈະຕັ້ງໃຈຟັງເມື່ອປະຊຸມ?
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລປ ບົດ 6 ຂໍ້ 16-24 ແລະທົບທວນຂອບໜ້າ 67
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດໜ້າ (3 ນາທີ)
ເພງ 40 ແລະຄຳອະທິດຖານ