ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 102-105
ພະເຢໂຫວາບໍ່ລືມວ່າພວກເຮົາເປັນຂີ້ຝຸ່ນດິນ
ດາວິດໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍຄວາມເມດຕາຂອງພະເຢໂຫວາ.
ເຮົາບໍ່ເຂົ້າໃຈໄດ້ທັງໝົດວ່າທ້ອງຟ້າທີ່ເຕັມໄປດ້ວຍດວງດາວຢູ່ໄກຈາກໂລກຫຼາຍສ່ຳໃດ ເຮົາກໍບໍ່ເຂົ້າໃຈໄດ້ທັງໝົດວ່າພະເຢໂຫວາມີຄວາມຮັກຫຼາຍສ່ຳໃດ
ທິດຕາເວັນອອກໄກຈາກທິດຕາເວັນຕົກຫຼາຍສ່ຳໃດ ພະເຢໂຫວາກໍຖິ້ມຄວາມຜິດບາບຂອງເຮົາໄປໄກຫຼາຍສ່ຳນັ້ນ
ຄືກັບພໍ່ອີ່ດູລູກທີ່ເຈັບປ່ວຍຫຼາຍສ່ຳໃດ ພະເຢໂຫວາກໍອີ່ດູຄົນສຳນຶກຜິດທີ່ທໍ້ໃຈຫຼາຍສ່ຳນັ້ນ