ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 11-18
ໃຜຈະໄດ້ເປັນແຂກໃນຈຳໜັກອາໄສຂອງພະເຢໂຫວາ?
ການເປັນແຂກໃນຈຳໜັກອາໄສຂອງພະເຢໂຫວາໝາຍຄວາມວ່າ ຄົນນັ້ນຕ້ອງເປັນໝູ່ຂອງພະເຈົ້າ ເປັນຄົນທີ່ໄວ້ວາງໃຈພະອົງແລະເຊື່ອຟັງພະອົງ. ຄຳເພງບົດ 15 ອະທິບາຍເຖິງສິ່ງທີ່ພະເຢໂຫວາຊອກຫາໃນຕົວໝູ່ຂອງພະອົງ.
ແຂກຂອງພະເຢໂຫວາຕ້ອງ . . .
ມີຄວາມສັດຊື່
ເວົ້າຄວາມຈິງທີ່ອອກມາຈາກໃຈ
ສະແດງຄວາມນັບຖືຕໍ່ເພື່ອນຜູ້ຮັບໃຊ້ຂອງພະເຢໂຫວາ
ຮັກສາຄຳເວົ້າເຖິງວ່າຈະເປັນເລື່ອງຍາກ
ຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນຕອບແທນ
ແຂກຂອງພະເຢໂຫວາຕ້ອງຫຼີກລ່ຽງ . . .
ການຊຸບຊິບນິນທາແລະການໃສ່ຮ້າຍປ້າຍສີ
ການເຮັດສິ່ງທີ່ບໍ່ດີຕໍ່ເພື່ອນບ້ານ
ການເອົາປຽບພີ່ນ້ອງຄລິດສະຕຽນ
ການຄົບຫາສະມາຄົມກັບຄົນທີ່ບໍ່ຮັບໃຊ້ຫຼືບໍ່ເຊື່ອຟັງພະເຢໂຫວາ
ການຮັບຫຼືໃຫ້ສິນບົນ