ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 1-10
ການມີສັນຕິສຸກກັບພະເຢໂຫວາຮຽກຮ້ອງເຮົາໃຫ້ກຽດພະເຍຊູລູກຊາຍຂອງພະອົງ
ມີຄຳພະຍາກອນບອກລ່ວງໜ້າວ່າຈະມີການຕັ້ງຕົວເປັນສັດຕູກັບພະເຢໂຫວາແລະພະເຍຊູ
ມີການບອກລ່ວງໜ້າວ່າທຸກຊາດຈະບໍ່ຍອມຮັບອຳນາດຂອງພະເຍຊູ ແຕ່ຈະຢືນຢັດດ້ວຍຕົວເອງ.
ຄຳພະຍາກອນນີ້ສຳເລັດເປັນຈິງຕອນທີ່ພະເຍຊູມີຊີວິດຢູ່ເທິງໂລກແລະໃນທຸກມື້ນີ້ກໍສຳເລັດເປັນຈິງໃນຂອບເຂດທີ່ກວ້າງຂວາງ.
ຜູ້ແຕ່ງຄຳເພງບອກວ່າຊາດຕ່າງໆຈົ່ມເລື່ອງທີ່ບໍ່ເປັນປະໂຫຍດເຊິ່ງໝາຍຄວາມວ່າຈຸດປະສົງຂອງເຂົາເຈົ້າຈະເປັນການເປົ່າໆແລະບໍ່ປະສົບຜົນສຳເລັດ.
ສະເພາະຄົນທີ່ໃຫ້ກຽດກະສັດທີ່ພະເຢໂຫວາແຕ່ງຕັ້ງເທົ່ານັ້ນຈະໄດ້ຮັບຊີວິດ
ທຸກຄົນທີ່ຕໍ່ຕ້ານກະສັດເມຊີຈະຖືກທຳລາຍ.
ໂດຍການໃຫ້ກຽດພະເຍຊູ ແຕ່ລະຄົນຈະໄດ້ຮັບຄວາມປອດໄພແລະມີສັນຕິສຸກ.