ເປັນຄົນສະຫຼາດເໝືອນດັ່ງງູແລະຄົນຊື່ດີເໝືອນດັ່ງນົກເຂົາ
ພະລັງຂອງຄວາມນັບຖື
(ປຶ້ມປະຈຳປີ 2015 ໜ້າ 72 ຫຍໍ້ໜ້າ 5-ໜ້າ 73)
ໃນວັນທີ 30 ມີນາ 2014 ໃນປະເທດຣັດເຊຍ ມີພີ່ນ້ອງວາຊີລີເຊິ່ງເປັນສະມາຊິກຄອບຄົວເບເທນມາດົນແລ້ວກຳລັງປະກາດໂດຍໃຊ້ເຄື່ອງອຸປະກອນສະແດງໜັງສືໃກ້ໆກັບສຳນັກງານສາຂາ. ໃນຕອນນັ້ນມີລົດຕຳຫຼວດຂີ່ເຂົ້າມາຫາລາວ ຕຳຫຼວດຄົນໜຶ່ງລົງມາຈາກລົດແລະຂໍພີ່ນ້ອງວາຊີລີຢ່າງສຸພາບໃຫ້ຢຸດປະກາດ ເພາະມີຄົນແຖວນັ້ນໂທໄປຟ້ອງ. ຕຳຫຼວດອີກຄົນໜຶ່ງຖ່າຍວິດີໂອເຫດການນັ້ນໄວ້. ພີ່ນ້ອງວາຊີລີຕັດສິນໃຈວ່າດີທີ່ສຸດທີ່ຈະເຊື່ອຟັງຕຳຫຼວດແລະບໍ່ຂັດຂືນສິດທິຂອງລາວ. ໃນຕອນນີ້ມີສອງສາມຄົນທີ່ຍ່າງໄປມາໄດ້ຢຸດເບິ່ງເຫດການ. ພີ່ນ້ອງວາຊີລີໄດ້ກັບໄປ ແຕ່ສອງມື້ຕໍ່ມາລາວໄດ້ຂໍເຂົ້າພົບຫົວໜ້າຕຳຫຼວດ. ຄຳຂໍຂອງລາວໄດ້ຮັບອະນຸຍາດ. ໃນຂະນະທີ່ລົມກັນ ພີ່ນ້ອງວາຊີລີໄດ້ຂອບໃຈຫົວໜ້າຕຳຫຼວດສຳລັບການປະຕິບັດໜ້າທີ່ໄດ້ຢ່າງດີໃຫ້ກັບປະຊາຊົນແລະສຳລັບຄຳເວົ້າທີ່ສຸພາບທີ່ເວົ້າໃນສອງມື້ກ່ອນ. ຫົວໜ້າຕຳຫຼວດປິ່ນໜ້າໄປຫາຜູ້ຊ່ວຍຂອງລາວແລະເວົ້າວ່າ: “ຕະຫຼອດການເຮັດວຽກໃນໜ້າທີ່ນີ້ມາ 32 ປີ ຂ້ອຍບໍ່ເຄີຍໄດ້ຍິນໃຜຂອບໃຈສຳລັບການເຮັດວຽກຂອງພວກເຮົາເລີຍ!” ໃນຂະນະທີ່ສົນທະນາ ຫົວໜ້າຕຳຫຼວດໄດ້ຊ່ວຍໃຫ້ພີ່ນ້ອງວາຊີລີເຂົ້າໃຈວ່າການປະກາດຕາມສາທາລະນະຖືກຕ້ອງຕາມກົດໝາຍ. ຫົວໜ້າຕຳຫຼວດຖາມພີ່ນ້ອງວາຊີລີວ່າ ທັງໆທີ່ມີສິດຢ່າງເຕັມທີ ແຕ່ເປັນຫຍັງລາວຈຶ່ງບໍ່ໄດ້ຂັດຂືນເມື່ອຕຳຫຼວດບອກໃຫ້ລາວເຊົາເຮັດວຽກປະກາດ? ພີ່ນ້ອງວາຊີລີຕອບວ່າ: “ຍ້ອນຂ້ອຍນັບຖືຕຳຫຼວດ. ລອງຄິດເບິ່ງວ່າຈະເກີດຫຍັງຂຶ້ນຖ້າຂ້ອຍສະແດງອາການບໍ່ພໍໃຈຕໍ່ໜ້າຜູ້ຄົນເຫຼົ່ານັ້ນວ່າເຈົ້າກ່າວຫາຂ້ອຍໂດຍບໍ່ມີຄວາມຜິດ.” ຫົວໜ້າຕຳຫຼວດແລະຜູ້ຊ່ວຍຂອງລາວປະທັບໃຈຫຼາຍ ແລະເຂົາເຈົ້າຮັບຮອງກັບພີ່ນ້ອງວາຊີລີວ່າຈະບໍ່ມີບັນຫາໃນການໃຊ້ອຸປະກອນສະແດງໜັງສືໃນອະນາຄົດ.
ການຜະລິດອາຫານທີ່ບຳລຸງລ້ຽງຄວາມເຊື່ອເຖິງວ່າຈະຖືກສັ່ງຫ້າມ
1. ມີການພິມວາລະສານຫໍສັງເກດການ ໂດຍໃຊ້ເຄື່ອງພິມດີດ
2. ມີການອັດສຳເນົາໂດຍໃຊ້ເຄື່ອງພິມໂຣນຽວ.
3. ໜັງສືຕ່າງໆທີ່ພິມແລ້ວຖືກເກັບໄວ້ໃນຖັງນ້ຳມັນທີ່ສະອາດຂະໜາດໃຫຍ່ແລະເອົາຜ້າປົກໄວ້.
4. ໃນຖັງເຕັມໄປດ້ວຍມັນຕົ້ນ ມັນຝຣັ່ງ ເຜືອກ ແລະເອົາຜ້າປົກໄວ້.
“ເປັນຄົນສະຫຼາດເໝືອນດັ່ງງູແລະຄົນຊື່ດີເໝືອນດັ່ງນົກເຂົາ”
(ປຶ້ມປະຈຳປີ 2015 ໜ້າ 114-116)
ເປັນສິ່ງສຳຄັນຫຼາຍທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາຈະຕ້ອງໄດ້ຮັບອາຫານທີ່ບຳລຸງລ້ຽງຄວາມເຊື່ອຢ່າງຕໍ່ເນື່ອງໃນໄລຍະທີ່ຖືກສັ່ງຫ້າມ ແຕ່ກໍເປັນໄລຍະທີ່ອັນຕະລາຍຫຼາຍສຳລັບຜູ້ນະມັດສະການແທ້ໃນປະເທດນີ້. ໃນເວລານັ້ນ ພີ່ນ້ອງຫຼາຍຄົນຖືກຈັບແລະຖືກຕັດສິນໃຫ້ຕິດຄຸກຫຼາຍຄັ້ງ.
ພີ່ນ້ອງຮວນນິຕາ ບໍເຊັດເລົ່າວ່າ: “ເມື່ອຂ້ອຍຮຽນຄວາມຈິງໃນປີ 1953 ຂ້ອຍຮູ້ດີວ່າໃນຖານະເປັນພະຍານພະເຢໂຫວາ ຂ້ອຍມີຄວາມສ່ຽງທີ່ຈະຖືກຈັບແລະມັນກໍເກີດຂຶ້ນແທ້ໆ. ໃນເດືອນພະຈິກ ປີ 1958 ໃນຂະນະທີ່ຂ້ອຍກຳລັງໄປຢາມພີ່ນ້ອງເອໄນດາ ຊູອາເລດ ຕຳຫຼວດລັບໄດ້ເຂົ້າມາແລະກ່າວຫາວ່າເຮົາກຳລັງມີການປະຊຸມ. ເຮົາຖືກຕັດສິນໃຫ້ຕິດຄຸກ 3 ເດືອນ ແລະຈ່າຍຄ່າປັບໄໝຄົນລະ 100 ເປໂຊເຊິ່ງເທົ່າກັບ 100 ໂດລາສະຫະລັດ.”
ລັດຖະບານພະຍາຍາມຫາທຸກວິທີເພື່ອບໍ່ໃຫ້ພະຍານພະເຢໂຫວາມີການປະຊຸມ ແຕ່ພີ່ນ້ອງກໍບໍ່ຍອມໃຫ້ສິ່ງໃດມາຂັດຂວາງ ພຽງແຕ່ເຂົາເຈົ້າຕ້ອງ “ເປັນຄົນສະຫຼາດເໝືອນດັ່ງງູແລະຄົນຊື່ດີເໝືອນດັ່ງນົກເຂົາ” (ມັດ. 10:16) ພີ່ນ້ອງແອນເດຍ ອັນແມນຊາເລົ່າວ່າ: “ເມື່ອເຮົາໄປປະຊຸມ ພວກເຮົາຕ້ອງບໍ່ໄປຮອດໃນເວລາດຽວກັນ. ມີຫຼາຍຄັ້ງທີ່ພວກເຮົາອອກຈາກການປະຊຸມຕອນເດິກໆເພາະພວກເຮົາຕ້ອງຈັດໃຫ້ພີ່ນ້ອງອອກຄົນລະເທື່ອເພື່ອຫຼີກລ່ຽງການສ້າງຄວາມສົງໄສ.”
ພີ່ນ້ອງເຮເຣມຽດ ຣາດ ເກີດຕອນທີ່ພໍ່ຂອງລາວຊື່ລີໂອນກຳລັງຕິດຄຸກ ລາວເປັນຜູ້ປະກາດໃນປີ 1957 ຕອນອາຍຸ 7 ປີ. ລາວຈື່ການປະຊຸມລັບທີ່ຈັດຢູ່ເຮືອນຂອງລາວແລະຕ້ອງລະມັດລະວັງເປັນພິເສດເພື່ອບໍ່ໃຫ້ເປັນທີ່ສົງໄສ. ລາວເລົ່າວ່າ: “ຜູ້ເຂົ້າຮ່ວມການປະຊຸມຈະໄດ້ຮັບເຈ້ຍແຂງໃບນ້ອຍໆຄົນລະໃບທີ່ບອກໝາຍເລກລຳດັບວ່າໃຜຈະອອກຈາກບ້ານກ່ອນ. ເມື່ອຈົບການປະຊຸມພໍ່ຈະພາຂ້ອຍໄປທີ່ປະຕູເພື່ອກວດເບິ່ງໝາຍເລກທີ່ຢູ່ໃນເຈ້ຍ ແລ້ວຈັດໃຫ້ເຂົາເຈົ້າອອກໄປເປັນຄູ່ແລະໃຫ້ສະຫຼັບທາງໄປ.”
ສິ່ງທີ່ເຮົາຕ້ອງລະວັງອີກຢ່າງໜຶ່ງກໍຄືການຈັດເວລາການປະຊຸມເພື່ອຫຼີກລ່ຽງບໍ່ໃຫ້ຖືກຈັບ. ຕົວຢ່າງເຊັ່ນ: ພີ່ນ້ອງເມີຊີດິດ ຣາເຊຍ ໄດ້ຮຽນຄວາມຈິງຈາກລຸງຂອງລາວຊື່ ພາໂບຣ ກອນຊາເລດ. ຕອນອາຍຸພຽງ 7 ປີ ແມ່ຂອງລາວໄດ້ເສຍຊີວິດໃນຂະນະທີ່ພໍ່ຂອງລາວຕິດຄຸກເຊິ່ງເຮັດໃຫ້ລາວແລະອ້າຍເອື້ອຍນ້ອງທັງ 9 ຄົນຕ້ອງຢູ່ຕາມລຳພັງ. ພີ່ນ້ອງເມີຊີດິດ ຮັບບັບເຕມາໃນປີ 1959 ຕອນອາຍຸ 9 ປີ. ເພື່ອບໍ່ໃຫ້ຖືກຈັບ ພີ່ນ້ອງໄດ້ຈັດຄຳບັນລະຍາຍບັບເຕມາຕອນເຊົ້າ 3 ໂມງ 30 ນາທີ ຢູ່ເຮືອນຂອງພີ່ນ້ອງ ແລະໄດ້ມີການຈຸ່ມຕົວໃນແມ່ນ້ຳໂອຊາມາທີ່ໄຫຼຜ່ານເມືອງຫຼວງ. ລາວເລົ່າວ່າ: “ພວກເຮົາກັບເມືອເຮືອນຕອນ 5 ໂມງເຊົ້າໃນຂະນະທີ່ເພື່ອນບ້ານກຳລັງຕື່ນນອນ.”
ເຕີບໃຫຍ່ຂະຫຍາຍຕົວເຖິງວ່າຈະຖືກຂົ່ມເຫງ
ເຖິງວ່າຈະຖືກຂົ່ມເຫງຢ່າງຮຸນແຮງແລະຖືກໃສ່ຮ້າຍ ແຕ່ກໍມີຈຳນວນຜູ້ປະກາດເກືອບສອງເທົ່າໃນໄລຍະທີ່ຖືກສັ່ງຫ້າມ.
•1950-292
•1960-495
ຕຳຫຼວດລັບໄດ້ເກັບກຳເອົາລາຍຊື່ຂອງພີ່ນ້ອງຊາຍຍິງຂອງເຮົາ.