ຈຸດເດັ່ນຂອງການປະກາດ
ພະທຳກິດຈະການບົດ 2 ລາຍງານກ່ຽວກັບເຫດການໃນວັນເພນເຕກອດ ປີ 33 ຄ.ສ. ວ່າຜູ້ຄົນຈາກຫຼາຍຊາດຮູ້ສຶກດີໃຈເມື່ອໄດ້ຍິນຂ່າວດີຈາກພະເຈົ້າເປັນພາສາຂອງເຂົາເຈົ້າເອງ. (ກິດ. 2:5-12) ຂ່າວດີຈາກພະເຈົ້າສົ່ງຜົນກະທົບຕໍ່ຫົວໃຈຂອງເຂົາເຈົ້າແນວໃດ? ກິດຈະການ 2:41 ບອກໃຫ້ເຮົາຮູ້ວ່າມີປະມານ 3.000 ຄົນຕອບຮັບຂ່າວສານແລະຮັບບັບເຕມາ. ຄ້າຍຄືກັບທຸກເຂດສຳນັກງານສາຂາຂອງເຮົາກໍໄດ້ອອກຄວາມພະຍາຍາມຫຼາຍຂຶ້ນເພື່ອແບ່ງປັນຂ່າວດີໃຫ້ກັບຫຼາຍກຸ່ມຄົນເປັນພາສາຂອງເຂົ້າເຈົ້າເອງເຊິ່ງອາໄສຢູ່ທີ່ນີ້. ເຮົາມີຄວາມຍິນດີເມື່ອໄດ້ເຫັນຜູ້ຄົນຕອບຮັບຂ່າວສານແລະຮັບບັບເຕມາ. ດັ່ງນັ້ນ ເຮົາຈຶ່ງມີຄວາມຍິນດີທີ່ຈະແຈ້ງໃຫ້ຮູ້ວ່າມີການຕັ້ງປະຊາຄົມໃໝ່ອີກ 2 ພາສາ ໃນເດືອນສິງຫາໄດ້ມີການອະນຸມັດໃຫ້ມີປະຊາຄົມພາສາອາຂ່າແລະພາສາຈີນກາງເປັນຄັ້ງທຳອິດໃນປະເທດໄທ. ດ້ວຍເຫດຜົນນີ້ເຮົາຈຶ່ງສັນລະເສີນພະເຢໂຫວາ!—ກິດ. 2:47