ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ໃຊ້ຄຳຖາມຕໍ່ໄປນີ້ເພື່ອທົບທວນໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າສຳລັບອາທິດເລີ່ມຕົ້ນວັນທີ 28 ທັນວາ 2015.
ດາວິດປະຕິບັດຕໍ່ຊະເລີຍຢ່າງໂຫດຮ້າຍບໍ ຄືກັບທີ່ບາງຄົນສະຫຼຸບຈາກ 1 ຂ່າວຄາວ 20:3? [2 ພະຈິກ ຫ 15/2/05 ໜ້າ 27]
ອັນໃດກະຕຸ້ນດາວິດໃຫ້ສະແດງນ້ຳໃຈເອື້ອເຟື້ອ ແລະສິ່ງໃດຈະຊ່ວຍເຮົາໃຫ້ເຮັດແບບດຽວກັນນັ້ນ? (1 ຂ່າວ. 22:5) [9 ພະຈິກ ຫ 1/10/05 ໜ້າ 11 ຫຍໍ້ໜ້າ 7]
ດາວິດໝາຍຄວາມວ່າແນວໃດເມື່ອບອກຊາໂລໂມນວ່າ: “ຈົ່ງຮູ້ຈັກພະເຈົ້າແຫ່ງພໍ່ຂອງເຈົ້າ”? (1 ຂ່າວ. 28:9) [16 ພະຈິກ ຫ 1/11/10 ໜ້າ 30 ຫຍໍ້ໜ້າ 3, 7]
ໃນ 2 ຂ່າວຄາວ 1:10 ຄຳຂໍຂອງຊາໂລໂມນສະແດງໃຫ້ເຫັນອັນໃດກ່ຽວກັບຕົວລາວ ແລະເຮົາອາດຮຽນຮູ້ຫຍັງໂດຍການກວດສອບເບິ່ງຄຳອະທິດຖານສ່ວນຕົວຂອງເຮົາຕໍ່ພະເຢໂຫວາ? (2 ຂ່າວ. 1:11, 12) [23 ພະຈິກ ຫ 1/12/05 ໜ້າ 19 ຫຍໍ້ໜ້າ 6]
ຕາມບັນທຶກໃນ 2 ຂ່າວຄາວ 6:29, 30 ພະເຢໂຫວາມີຄວາມສາມາດພິເສດອັນໃດ ແລະເປັນຫຍັງເຮົາຄວນເປີດໃຈກັບພະອົງໃນການອະທິດຖານ? (ເພງ. 55:22) [30 ພະຈິກ ຫ 1/12/10 ໜ້າ 11 ຫຍໍ້ໜ້າ 7]
ອາຊາໄດ້ອາໄສຫຍັງເປັນພື້ນຖານໃນການອະທິດຖານຂໍໄຊຊະນະເໜືອກອງທັບທີ່ໃຫຍ່ທີ່ສຸດ ແລະເຮົາອາດແນ່ໃຈໃນເລື່ອງໃດກ່ຽວກັບສົງຄາມທາງດ້ານຄວາມເຊື່ອຂອງເຮົາ? (2 ຂ່າວ. 14:11) [7 ທັນວາ ຫ 15/8/12 ໜ້າ 8 ຫຍໍ້ໜ້າ 6-ໜ້າ 9 ຫຍໍ້ໜ້າ 1]
ວິທີທີ່ພະເຢໂຫວາປະຕິບັດຕໍ່ກະສັດໂຢຊາຟາດເມື່ອລາວເຮັດຜິດ ຮັບຮອງກັບເຮົາແນວໃດໃນເລື່ອງຄວາມຮັກຂອງພະອົງ ແລະສິ່ງນີ້ຄວນມີຜົນກະທົບແນວໃດຕໍ່ທັດສະນະຂອງເຮົາທີ່ມີຕໍ່ຄົນອື່ນ? (2 ຂ່າວ. 19:3) [14 ທັນວາ ຫ 1/7/03 ໜ້າ 17 ຫຍໍ້ໜ້າ 13; ຂກ ໜ້າ 244 ຫຍໍ້ໜ້າ 12]
ຍ້ອນຫຍັງແລະໂດຍວິທີໃດທີ່ເຮົາຕ້ອງ “ປະຈຳທີ່, ທ.ປ.” ແລະ “ຢືນຢູ່” ໃນສະໄໝປັດຈຸບັນ? (2 ຂ່າວ. 20:17) [21 ທັນວາ ຫ 1/12/05 ໜ້າ 21 ຫຍໍ້ໜ້າ 2; ຫ 1/6/03 ໜ້າ 21 ຫຍໍ້ໜ້າ 15-16]
ໃນ 2 ຂ່າວຄາວ 21:20 ເຮົາເຫັນຂໍ້ເຕືອນໃຈອັນໃດເຊິ່ງກ່ຽວຂ້ອງກັບການຕາຍຂອງກະສັດໂຢຣາມ? [21 ທັນວາ ຫ 15/11/98 ໜ້າ 32 ຫຍໍ້ໜ້າ 4]
ໃນ 2 ຂ່າວຄາວ 26:5 ໃຜເປັນຕົວຢ່າງທີ່ດີໃຫ້ກັບໂອເຊຍເຊຕອນທີ່ລາວຍັງນ້ອຍ ແລະໜຸ່ມສາວໃນທຸກມື້ນີ້ໄດ້ຮັບປະໂຫຍດແນວໃດຈາກຄລິດສະຕຽນທີ່ອາວຸໂສໃນປະຊາຄົມ? [28 ທັນວາ ຫ 15/12/07 ໜ້າ 10 ຫຍໍ້ໜ້າ 2, 4]