ຈົດໝາຍຈາກຄະນະກຳມະການປົກຄອງ
ເຖິງພີ່ນ້ອງທີ່ຮັກ
“ພວກເຮົາໂມທະນາພະຄຸນພະເຈົ້າເລື້ອຍເພາະເຫດທ່ານທັງປວງ ແລະປາກສຳລັບທ່ານທັງຫຼາຍໃນຄວາມອ້ອນວອນຂອງພວກເຮົາບໍ່ເຊົາບໍ່ຂາດສັກເທື່ອ. ກໍຄຶດເຖິງກິດຈະການແຫ່ງຄວາມເຊື່ອຂອງພວກທ່ານ ແລະການແຫ່ງຄວາມຮັກ ແລະຄວາມພຽນແຫ່ງຄວາມໄວ້ໃຈໃນພະເຍຊູຄລິດພະອົງເຈົ້າຂອງເຮົາທັງຫຼາຍຕໍ່ຫນ້າພະເຈົ້າແລະພະບິດາຂອງເຮົາທັງຫຼາຍ.” (1 ເທ 1:2, 3) ຄຳເວົ້າເຫຼົ່ານີ້ອະທິບາຍຄວາມຮູ້ສຶກທີ່ພວກເຮົາມີຕໍ່ພວກທ່ານຈາກຫົວໃຈ! ພວກເຮົາຂອບໃຈພະເຢໂຫວາສຳລັບພວກທ່ານແລະວຽກໜັກທີ່ພວກທ່ານກຳລັງເຮັດ ເປັນຫຍັງຈຶ່ງເວົ້າແບບນີ້?
ໃນປີທີ່ຜ່ານມາ ພວກທ່ານຫຍຸ້ງຢູ່ກັບ “ກິດຈະການແຫ່ງຄວາມເຊື່ອ” ແລະ “ການແຫ່ງຄວາມຮັກ” ເຊິ່ງກ່ຽວຂ້ອງກັບກິດຈະກຳເພື່ອລາຊະອານາຈັກ. ພວກທ່ານຫຼາຍຄົນຫາວິທີທີ່ຈະຮັບໃຊ້ຫຼາຍຂຶ້ນ. ບາງຄົນຍ້າຍໄປເຂດຫຼືປະເທດທີ່ມີຄວາມຕ້ອງການຜູ້ປະກາດລາຊະອານາຈັກ. ສ່ວນຄົນອື່ນໆກໍຮັບໃຊ້ຫຼາຍຂຶ້ນໂດຍເຂົ້າຮ່ວມໂຄງການປະກາດຕາມທີ່ສາທາລະນະ. ຫຼາຍຄົນສະໝັກເປັນໄພໂອເນຍສົມທົບໃນລະຫວ່າງການປະຊຸມອະນຸສອນ ໃນເດືອນທີ່ຜູ້ດູແລໝວດຢ້ຽມ ຫຼືໃນໄລຍະທີ່ມີໂຄງການພິເສດໃນເດືອນສິງຫາ 2014. ເຖິງແມ່ນວ່າສະພາບການຂອງພວກທ່ານແຕ່ລະຄົນຈະຕ່າງກັນ ແຕ່ພວກເຮົາເຫັນວ່າພວກທ່ານທຸກຄົນຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ ແລະພວກເຮົາຂໍຊົມເຊີຍພວກທ່ານໃນເລື່ອງນີ້. (ໂກໂລ. 3:23, 24) “ກິດຈະການແຫ່ງຄວາມເຊື່ອ” ຂອງພວກທ່ານເປັນເຫດຜົນໜຶ່ງທີ່ເຮັດໃຫ້ພວກເຮົາຂອບໃຈພະເຢໂຫວາ!
ພວກເຮົາຮູ້ສຶກຂອບໃຈພວກທ່ານຫຼາຍສຳລັບ “ການແຫ່ງຄວາມຮັກ” ເຊິ່ງກ່ຽວຂ້ອງກັບການກໍ່ສ້າງສະຖານທີ່ຫຼາຍແຫ່ງທົ່ວໂລກ. ພວກເຮົາຕ້ອງສ້າງຫຼາຍແຫ່ງເພາະພະຍານພະເຢໂຫວາເພີ່ມຫຼາຍຂຶ້ນເລື້ອຍໆ (ເອຊາ. 60:22) ຂໍໃຫ້ພວກທ່ານລອງຄິດເບິ່ງ ຍອດຂອງຜູ້ປະກາດໃນປີທີ່ຜ່ານມາແມ່ນ 8.201.545 ຄົນ. ແຕ່ພວກເຮົາມີຍອດການນຳການສຶກສາ 9.499.933 ຄົນໃນແຕ່ລະເດືອນ. ດັ່ງນັ້ນ ເມື່ອມີຄົນຫຼາຍຂຶ້ນກໍຕ້ອງມີການຂະຫຍາຍຫຼືປັບປຸງສຳນັກງານສາຂາຕ່າງໆ ແລະພວກເຮົາຕ້ອງສ້າງຫໍປະຊຸມລາຊະອານາຈັກຫຼາຍຂຶ້ນອີກ! ນອກຈາກນັ້ນ ຫຼາຍແຫ່ງທົ່ວໂລກຕ້ອງມີຫ້ອງການແປຢູ່ນອກສຳນັກງານສາຂາ ເພື່ອທີ່ຜູ້ແປຈະໄດ້ເຮັດວຽກແລະອາໄສຢູ່ໃນບໍລິເວນທີ່ມີຄົນໃຊ້ພາສານັ້ນແທ້ໆ.
ດັ່ງນັ້ນ ເຮົາອາດຖາມຕົວເອງວ່າ: ‘ຂ້ອຍຈະເຮັດຫຍັງໄດ້ແດ່ເພື່ອສະໜັບສະໜູນການກໍ່ສ້າງສະຖານທີ່ເຫຼົ່ານີ້?’ ບາງຄົນອາດອາສາສະໝັກໄປຊ່ວຍວຽກ. ເຖິງແມ່ນວ່າເຮົາບໍ່ມີທັກສະໃນການກໍ່ສ້າງ ແຕ່ເຮົາທຸກຄົນກໍມີສ່ວນຮ່ວມໃນໂຄງການສຳຄັນເຫຼົ່ານີ້ໄດ້ໂດຍການບໍລິຈາກຊັບສິນຂອງເຮົາ. (ສຸພາ. 3:9, 10) ຕອນທີ່ກໍ່ສ້າງທັບອາໄສຂອງພະເຢໂຫວາ ຊາວອິດສາລະແອນຢາກຊ່ວຍວຽກນັ້ນ ແລະພາກັນເອົາເຄື່ອງມາຖວາຍຫຼາຍເກີນຄວາມຕ້ອງການ. ໃນທີ່ສຸດຈົນໄດ້ມີຄຳປະກາດວ່າບໍ່ຕ້ອງນຳເຄື່ອງມາຖວາຍອີກແລ້ວ. (ອົບ. 36:5-7) ຕົວຢ່າງນີ້ເຮັດໃຫ້ເຮົາປະທັບໃຈແລະຢາກເຮັດຄືກັນ. “ການແຫ່ງຄວາມຮັກ” ທີ່ກ່ຽວຂ້ອງກັບວຽກຮັບໃຊ້ອັນສັກສິດທີ່ພວກທ່ານເຮັດ ເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ພວກເຮົາຂອບໃຈພະເຢໂຫວາ!
ພວກເຮົາຍິນດີຫຼາຍເມື່ອໄດ້ຍິນວ່າພີ່ນ້ອງຂອງເຮົາມີຄວາມເຊື່ອທີ່ໝັ້ນຄົງ. ຕົວຢ່າງ ຕັ້ງແຕ່ປີ 1950 ພີ່ນ້ອງຊາຍໜຸ່ມຫຼາຍຄົນໃນປະເທດເກົາຫຼີໃຕ້ຕ້ອງເຂົ້າຄຸກໃນໄລຍະທີ່ແຕກຕ່າງກັນ ເພາະເຂົາເຈົ້າຮັກສາຄວາມເປັນກາງແບບຄລິດສະຕຽນ. ແທນທີ່ຈະປະຖິ້ມຄວາມເຊື່ອພີ່ນ້ອງຫຼາຍຮຸ່ນຄົນຍອມເຂົ້າຄຸກ. ຕົວຢ່າງຄວາມອົດທົນຂອງເຂົາເຈົ້າເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ!
ໃນປະເທດເອຣີເຕຣມີພີ່ນ້ອງຊາຍ 3 ຄົນຖືກຂັງຄຸກມາດົນຫຼາຍກວ່າ 20 ປີແລ້ວ ແລະມີພີ່ນ້ອງຄົນອື່ນໆລວມທັງລູກຂອງເຂົາເຈົ້າກໍຖືກຂັງຄຸກຄືກັນ. ພວກເຮົາໄດ້ຫາຫຼາຍວິທີເພື່ອຊ່ວຍພີ່ນ້ອງໃຫ້ອອກຈາກຄຸກ ແຕ່ກໍຍັງມີອີກຫຼາຍຄົນທີ່ຍັງຢູ່ໃນຄຸກ. ເຖິງແມ່ນວ່າຈະຢູ່ໃນສະພາບທີ່ໂສກເສົ້າ ເຂົາເຈົ້າກໍບໍ່ຍອມແພ້ແລະຍັງຮັກສາຄວາມສັດຊື່ ພວກເຮົາບໍ່ລືມທີ່ຈະອະທິດຖານເພື່ອພີ່ນ້ອງທີ່ຊື່ສັດເຫຼົ່ານີ້.—ໂລມ 1:8, 9
ພວກເຮົາສ່ວນຫຼາຍບໍ່ໄດ້ຕິດຄຸກຍ້ອນຄວາມເຊື່ອ ແຕ່ຫຼາຍຄົນກໍມີອາຍຸຫຼາຍຂຶ້ນ ມີບັນຫາສຸຂະພາບຊຳເຮື້ອ ຖືກຜົວຫຼືເມຍແລະຍາດຕິພີ່ນ້ອງຕໍ່ຕ້ານ ຫຼືບັນຫາສ່ວນຕົວອື່ນໆ. ເຖິງປານນັ້ນ ພວກທ່ານກໍຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ! (ຢໂກ. 1:12) ພວກເຮົາຂໍຊົມເຊີຍຄວາມພຽນອົດທົນຂອງພວກທ່ານເຊິ່ງເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ພວກເຮົາຂອບໃຈພະເຢໂຫວາ.
ວຽກທີ່ພວກທ່ານເຮັດດ້ວຍຄວາມເຊື່ອ ເຮັດດ້ວຍຄວາມຮັກ ແລະດ້ວຍຄວາມອົດທົນນັ້ນເປັນເຫດຜົນທີ່ເຮັດໃຫ້ພວກເຮົາ “ໂມທະນາພະເດດພະຄຸນຂອງພະເຢໂຫວາ ເຫດວ່າພະອົງແມ່ນດີ.” (ເພງ. 106:1) ພວກເຮົາຮັກພວກທ່ານທຸກຄົນແທ້ໆ ແລະອະທິດຖານຂໍພະເຢໂຫວາຊ່ວຍພວກທ່ານໃຫ້ເຂັ້ມແຂງ ໃຫ້ຮັກສາຄວາມເຊື່ອໄວ້ ແລະອວຍພອນໃຫ້ພວກທ່ານຮັບໃຊ້ພະອົງໄດ້ຕະຫຼອດໄປ.
ພີ່ນ້ອງຂອງທ່ານ
ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາ