ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ໃຊ້ຄຳຖາມຕໍ່ໄປນີ້ເພື່ອທົບທວນໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າສຳລັບອາທິດເລີ່ມຕົ້ນວັນທີ 29 ມິຖຸນາ 2015.
ວິທີທີ່ມີກາລເວົ້າກັບດາວິດບໍ່ຖືກຕ້ອງແນວໃດ ແລະຜົວເມຍຮຽນຫຍັງໄດ້ຈາກເລື່ອງນີ້? (2 ຊາມ. 6:20-23) [11 ພຶດສະພາ ຫ 1/8/11 ໜ້າ 12 ຫຍໍ້ໜ້າ 1]
ຜູ້ພະຍາກອນນາທານຕອບຮັບແນວໃດເມື່ອພະເຢໂຫວາກ່າວແກ້ໄຂລາວທີ່ສະໜັບສະໜູນດາວິດສ້າງວິຫານສຳລັບພະອົງ? (2 ຊາມ. 7:2, 3) [11 ພຶດສະພາ ຫ 15/2/12 ໜ້າ 24 ຫຍໍ້ໜ້າ 6-7]
ເປັນຫຍັງນາທານເລົ່າເລື່ອງຜູ້ລ້ຽງແກະທີ່ບັນທຶກໄວ້ໃນ 2 ຊາເມືອນ 12:1-7 ໃຫ້ດາວິດຟັງ ແທນທີ່ຈະບອກກົງໆວ່າລາວໄດ້ເຮັດຜິດຮ້າຍແຮງ? ເລື່ອງນີ້ຊ່ວຍເຮົາໃຫ້ເປັນຄູສອນທີ່ດີຂຶ້ນໄດ້ແນວໃດ? [18 ພຶດສະພາ ຫ 15/2/12 ໜ້າ 24 ຫຍໍ້ໜ້າ 2-3]
ເປັນຫຍັງອາບຊາໂລມຈຶ່ງຫຼອກລວງຄົນອິດສາລະແອນໄດ້ ແລະທຸກມື້ນີ້ເຮົາຈະປ້ອງກັນຕົວເອງຈາກຄົນທີ່ຄືກັບ “ອາບຊາໂລມ” ແນວໃດ? (2 ຊາມ. 15:6) [25 ພຶດສະພາ ຫ 15/7/12 ໜ້າ 13 ຫຍໍ້ໜ້າ 7]
ພະເຢໂຫວາໄດ້ຊ່ວຍເຫຼືອດາວິດແນວໃດໃນຍາມລຳບາກ ແລະເຮົາຮຽນຫຍັງໄດ້ຈາກເລື່ອງນີ້? (2 ຊາມ. 17:27-29) [1 ມິຖຸນາ ຫ 15/9/08 ໜ້າ 6 ຫຍໍ້ໜ້າ 15-16]
ເຮົາຮຽນອັນໃດຈາກຕົວຢ່າງຂອງດາວິດໃນວິທີທີ່ລາວປະຕິບັດກັບຄົນຕ່າງຊາດທີ່ຊື່ທ່ານອີທາຍ? (2 ຊາມ. 18:2) [1 ມິຖຸນາ ຫ 15/5/09 ໜ້າ 27 ຫຍໍ້ໜ້າ 7]
ຜູ້ສູງອາຍຸໃນປະຊາຄົມສາມາດໄດ້ຮັບປະໂຫຍດອັນໃດຈາກຕົວຢ່າງຂອງບາເຣຊີລາຍ? (2 ຊາມ. 19:33-35) [8 ມິຖຸນາ ຫ 15/7/07 ໜ້າ 15 ຫຍໍ້ໜ້າ 1-2]
ຄຳເວົ້າຂອງດາວິດເລື່ອງຄວາມພັກດີເສີມຄວາມໝັ້ນໃຈຕໍ່ກັບຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກມື້ນີ້ແນວໃດ? (2 ຊາມ. 22:26) [15 ມິຖຸນາ ຫ 1/6/10 ໜ້າ 26 ຫຍໍ້ໜ້າ 6-7]
ນາທານສະແດງຄວາມພັກດີຕໍ່ພະເຢໂຫວາແນວໃດ ແລະເຮົາສາມາດຮຽນແບບຄຸນລັກສະນະນີ້ໄດ້ແນວໃດ? (1 ກະ. 1:11-14) [22 ມິຖຸນາ ຫ 15/2/12 ໜ້າ 25 ຫຍໍ້ໜ້າ 1, 4-5]
ຖ້າເຮົາຮຽນແບບຕົວຢ່າງທີ່ບໍ່ດີຂອງຊາໂລໂມນ ເຮົາອາດຫາເຫດຜົນຜິດໆເພື່ອຈະບໍ່ເຮັດຕາມກົດໝາຍຂອງພະເຈົ້າໃນເລື່ອງອັນໃດແດ່? (1 ກະ. 3:1) [29 ມິຖຸນາ ຫ 15/12/11 ໜ້າ 10 ຫຍໍ້ໜ້າ 12-14]