ຈຸດເດັ່ນຂອງການປະກາດ
ເຮົາຍິນດີທີ່ປະເທດໄທໄດ້ຍອດໃໝ່ໃນລະຫວ່າງເດືອນພະຈິກ ປີ 2014! ມີຜູ້ປະກາດ 4.212 ຄົນ ໃຊ້ເວລາປະກາດ 148.008 ຊົ່ວໂມງ. ມີຄົນສົນໃຈຮັບປຶ້ມຂອງເຮົາ 14.808 ຫົວແລະວິດີໂອຕ່າງໆ ແລະມີການຢ້ຽມຢາມ 47.410 ຄັ້ງ. ມີການແຕ່ງຕັ້ງໄພໂອເນຍພິເສດໃໝ່ຈຶ່ງມີຈຳນວນທັງໝົດເປັນ 166 ຄົນ. ທັງຫ້າຍອດໃໝ່ນີ້ເຮັດໃຫ້ເຮົາມີເຫດຜົນຫຼາຍຂຶ້ນທີ່ຈະເປັ່ງສຽງຮ່ວມກັບທູດສະຫວັນທີ່ສັດຊື່ເຊິ່ງສັນລະເສີນພະເຢໂຫວາທີ່ພະອົງໄດ້ເຮັດໃຫ້ທຸກສິ່ງສຳເລັດໃນທຸກມື້ນີ້!—ເພງ. 103:20-22