ຄຳປະກາດ
◼ ການປະຊຸມອະນຸສອນຈະຈັດຂຶ້ນໃນວັນທີ 3 ເມສາ 2015. ປະຊາຄົມທີ່ມີການປະຊຸມໃນວັນສຸກ ຄວນຍ້າຍການປະຊຸມໄປໃສ່ວັນອື່ນໃນອາທິດນັ້ນຖ້າຫໍປະຊຸມຫວ່າງ. ຖ້າຕ້ອງຍົກເລີກການປະຊຸມເພື່ອການຮັບໃຊ້ ຜູ້ປະສານງານຄະນະຜູ້ເຖົ້າແກ່ອາດປັບລາຍການປະຊຸມເພື່ອສາມາດພິຈາລະນາສ່ວນທີ່ໃຊ້ໄດ້ກັບປະຊາຄົມ.
◼ ໜັງສືທີ່ຈະສະເໜີໃນເດືອນມີນາແລະເມສາແມ່ນວາລະສານຫໍສັງເກດການ ແລະຕື່ນເຖີດ! ເດືອນພຶດສະພາແລະມິຖຸນາແມ່ນເລີ່ມການສຶກສາຄຳພີໄບເບິນໂດຍໃຊ້ແຜ່ນພັບຕໍ່ໄປນີ້: ທ່ານຄິດແນວໃດກ່ຽວກັບອະນາຄົດ? ສິ່ງໃດຈະເຮັດໃຫ້ຊີວິດຄອບຄົວມີຄວາມສຸກ? ຄວາມທຸກລຳບາກຈະມີມື້ໝົດໄປບໍ? ຫຼືເຮົາຈະຮູ້ຄຳຕອບກ່ຽວກັບຊີວິດໄດ້ຈາກໃສ? ຫຼັງຈາກນັ້ນໃຫ້ສະເໜີປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ເພື່ອສຶກສາຕໍ່ໄປ.
◼ ເບເທນຈະບໍ່ເປີດໃຫ້ຢ້ຽມຊົມໃນວັນສຸກທີ 3 ເມສາ 2015 ເພາະເປັນການປະຊຸມອະນຸສອນ ແລະຈະບໍ່ເປີດໃນວັນສຸກທີ 8 ພຶດສະພາ 2015 ນຳ ເພາະຈະມີການເຮັດຄວາມສະອາດໃຫຍ່ປະຈຳປີ.
◼ ເນື່ອງຈາກເດືອນພຶດສະພາມີວັນເສົາວັນອາທິດຫ້າຄັ້ງ ຈຶ່ງເປັນເດືອນທີ່ເໝາະຫຼາຍສຳລັບການເປັນໄພໂອເນຍສົມທົບ.