ຄຳພີໄບເບິນປ່ຽນຊີວິດຄົນ
“ຂ້ອຍເລີ່ມຄິດເຖິງເປົ້າໝາຍຂອງຊີວິດຢ່າງຈິງຈັງ”
ເກີດປີ: 1941
ເກີດຢູ່ປະເທດ: ອົດສະຕຣາລີ
ອະດີດ: ຕິດຢາສູບແລະຕິດເຫຼົ້າ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ຢູ່ເມືອງວໍຣິເອົາດ້າທີ່ເປັນເມືອງນ້ອຍໆໃນຊົນນະບົດຂອງລັດນິວເຊົາແວວ. ວໍຣິເອົາດ້າເປັນເມືອງກະສິກຳທີ່ມີທັງການລ້ຽງແກະ ລ້ຽງງົວ ປູກເຂົ້າ ແລະປູກພືດຜັກຕ່າງໆ. ເມືອງນີ້ເປັນເມືອງທີ່ສະອາດແລະເກືອບບໍ່ມີການລັກແລະປຸ້ນຈີ້ເລີຍ.
ພໍ່ແມ່ມີລູກ 10 ຄົນ ແລະຍ້ອນເປັນລູກກົກ ຂ້ອຍຈຶ່ງຕ້ອງເຮັດວຽກເພື່ອຊ່ວຍຫາລ້ຽງຄອບຄົວຕັ້ງແຕ່ອາຍຸ 13 ປີ. ຂ້ອຍຮັບຈ້າງເຮັດວຽກໃນຟາມຍ້ອນບໍ່ມີຄວາມຮູ້. ເມື່ອຮອດອາຍຸ 15 ປີ ຂ້ອຍໄດ້ເຮັດວຽກຢູ່ຟາມສັດແຫ່ງໜຶ່ງແລະມີໜ້າທີ່ຝຶກມ້າປ່າໃຫ້ເຊື່ອຟັງ.
ການເຮັດວຽກໃນຟາມມີທັງຂໍ້ດີແລະຂໍ້ເສຍ. ໃນດ້ານໜຶ່ງ ຂ້ອຍມີຄວາມສຸກຫຼາຍກັບວຽກທີ່ຂ້ອຍເຮັດແລະມັກຢູ່ກັບທຳມະຊາດທີ່ງາມໆ. ຕອນກາງຄືນຂ້ອຍຈະນັ່ງຂ້າງກອງໄຟ ແລະແນມເບິ່ງເດືອນກັບດາວທີ່ສ່ອງແສງເຫຼື້ອມຍິບຍັບຢູ່ເຕັມທ້ອງຟ້າ ໃນຕອນທີ່ສາຍລົມໃນຕອນຄ່ຳພັດກິ່ນຫອມອ່ອນໆຂອງຕົ້ນໄມ້ໃຫ້ກະຈາຍໄປທົ່ວປ່າ. ຂ້ອຍເຄີຍຄິດວ່າຕ້ອງມີຜູ້ໜຶ່ງທີ່ສ້າງສິ່ງທີ່ງາມໆທັງໝົດນີ້. ໃນອີກດ້ານໜຶ່ງ ການເຮັດວຽກໃນຟາມເຮັດໃຫ້ຂ້ອຍໄດ້ຮັບອິດພົນທີ່ບໍ່ດີຫຼາຍຢ່າງ. ຂ້ອຍມັກຈະໄດ້ຍິນຄົນເຮັດວຽກໃນຟາມເວົ້າຄຳຫຍາບຄາຍ ແລະຢາສູບກໍຊອກໄດ້ງ່າຍ. ບໍ່ດົນ ການສູບຢາແລະການເວົ້າຫຍາບຄາຍກໍກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງຂ້ອຍ.
ເມື່ອຮອດອາຍຸ 18 ປີ ຂ້ອຍຍ້າຍໄປຢູ່ຊິດນີ້. ຂ້ອຍຢາກເປັນທະຫານແຕ່ເມື່ອໄປສະໝັກຂ້ອຍກໍຖືກປະຕິເສດຍ້ອນບໍ່ມີລະດັບການສຶກສາ. ຂ້ອຍຊອກວຽກເຮັດໄດ້ແລະຢູ່ຊິດນີ້ 1 ປີ. ໃນໄລຍະນີ້ແຫຼະຂ້ອຍໄດ້ຮູ້ຈັກກັບພະຍານພະເຢໂຫວາເປັນເທື່ອທຳອິດ. ພະຍານໄດ້ຊວນຂ້ອຍໄປຮ່ວມການປະຊຸມກັບເຂົາເຈົ້າແລະຂ້ອຍກໍໄດ້ຕັດສິນໃຈໄປ. ຂ້ອຍຮູ້ທັນທີວ່າຄຳສອນຂອງເຂົາເຈົ້າເປັນຄວາມຈິງ.
ແນວໃດກໍຕາມ ບໍ່ດົນຫຼັງຈາກນັ້ນຂ້ອຍກໍຕັດສິນໃຈກັບໄປໃຊ້ຊີວິດແບບຊາວໄຮ່ຊາວສວນ. ຂ້ອຍຕັ້ງຫຼັກປັກຖານຢູ່ເມືອງກູນດິວິນດີໃນລັດຄວີນສ໌ແລນ. ຂ້ອຍໄດ້ວຽກເຮັດ ແຕ່ງດອງມີຄອບຄົວ ແຕ່ກໍໜ້າເສຍດາຍທີ່ຂ້ອຍເລີ່ມກິນເຫຼົ້າ.
ຂ້ອຍກັບເມຍມີລູກນຳກັນ 2 ຄົນ. ຫຼັງຈາກທີ່ລູກຊາຍທັງສອງເກີດມາ ຂ້ອຍກໍເລີ່ມຄິດເຖິງເປົ້າໝາຍຂອງຊີວິດຢ່າງຈິງຈັງ. ຂ້ອຍຄິດເຖິງສິ່ງທີ່ເຄີຍຍິນຈາກການເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາຢູ່ຊິດນີ້ ແລ້ວກໍຕັດສິນໃຈເຮັດຫຍັງບາງຢ່າງ.
ຂ້ອຍໄດ້ເຈິປຶ້ມຫໍສັງເກດການ ສະບັບເກົ່າທີ່ມີຢູ່ສຳນັກງານສາຂາຂອງພະຍານພະເຢໂຫວາໃນອົດສະຕຣາລີ. ຂ້ອຍຂຽນຈົດໝາຍໄປຂໍຄວາມຊ່ວຍເຫຼືອ ສາຂາໄດ້ສົ່ງພະຍານຄົນໜຶ່ງທີ່ໃຈດີແລະໜ້າຮັກມາຢາມຂ້ອຍ. ແລ້ວລາວກໍເລີ່ມສອນຄຳພີໄບເບິນໃຫ້ຂ້ອຍ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ເມື່ອຮຽນຄຳພີໄບເບິນ ຂ້ອຍຮູ້ວ່າຕ້ອງໄດ້ປ່ຽນແປງຊີວິດຢ່າງຈິງຈັງ. ຂໍ້ຄຳພີໜຶ່ງທີ່ຂ້ອຍປະທັບໃຈຫຼາຍແມ່ນ 2 ໂກຣິນໂທ 7:1 ຂໍ້ນີ້ສະໜັບສະໜູນເຮົາໃຫ້ ‘ເຮັດໃຫ້ໂຕເອງສະອາດຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍເປິເປື້ອນ.’
ຂ້ອຍຕັດສິນໃຈວ່າຂ້ອຍຕ້ອງເຊົາກິນເຫຼົ້າແລະເຊົາສູບຢາໃຫ້ໄດ້. ການເຊົາເຮັດສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງງ່າຍເລີຍຍ້ອນມັນເປັນສ່ວນໜຶ່ງໃນຊີວິດຂອງຂ້ອຍດົນແລ້ວ. ແຕ່ຂ້ອຍຕັ້ງໃຈທີ່ຈະໃຊ້ຊີວິດໃນແບບທີ່ພະເຢໂຫວາພໍໃຈ. ສິ່ງທີ່ຊ່ວຍຂ້ອຍຫຼາຍທີ່ສຸດແມ່ນການນຳເອົາຫຼັກການໃນໂຣມ 12:2 ມາໃຊ້. ຂໍ້ນີ້ບອກວ່າ: “ໃຫ້ເຊົາຮຽນແບບຄົນໃນໂລກນີ້ ແຕ່ໃຫ້ປ່ຽນແປງໂຕເອງໂດຍປ່ຽນຄວາມຄິດຂອງພວກເຈົ້າໃໝ່.” ຂ້ອຍຮູ້ວ່າເພື່ອຈະເຊົາກິນເຫຼົ້າເຊົາສູບຢາໄດ້ ຂ້ອຍຕ້ອງປ່ຽນຄວາມຄິດແລະມີທັດສະນະແບບດຽວກັບພະເຢໂຫວາທີ່ຖືວ່າສິ່ງເຫຼົ່ານີ້ເປັນອັນຕະລາຍ. ໃນທີ່ສຸດຂ້ອຍກໍເຊົາສູບຢາແລະເຊົາກິນດື່ມເຫຼົ້າໄດ້ຍ້ອນພະເຢໂຫວາຊ່ວຍ.
“ຂ້ອຍຮູ້ວ່າເພື່ອຈະເຊົາກິນເຫຼົ້າເຊົາສູບຢາໄດ້ ຂ້ອຍຕ້ອງປ່ຽນຄວາມຄິດ”
ແຕ່ນິດໄສທີ່ເຊົາຍາກທີ່ສຸດແມ່ນຄຳເວົ້າຫຍາບຄາຍ. ຂ້ອຍຮູ້ວ່າໃນເອເຟໂຊ 4:29 ແນະນຳວ່າ: “ຢ່າໃຫ້ຄຳຫຍາບຄາຍອອກມາຈາກປາກຂອງພວກເຈົ້າ” ແຕ່ຂ້ອຍກໍບໍ່ສາມາດເຊົາເວົ້າຄຳເວົ້າຫຍາບຄາຍໄດ້ທັນທີ. ຂ້ອຍຮູ້ສຶກວ່າການຄິດເຖິງຄຳເວົ້າໃນເອຊາຢາ 40:26 ຊ່ວຍຂ້ອຍໄດ້ຫຼາຍ. ຂໍ້ນັ້ນເວົ້າເຖິງດາວໃນທ້ອງຟ້າວ່າ: “ແຫງນໜ້າເບິ່ງທ້ອງຟ້າແມ້. ໃຜເປັນຜູ້ສ້າງດວງດາວເຫຼົ່ານີ້? ກໍແມ່ນຜູ້ທີ່ນັບພວກມັນໄດ້ແລະສັ່ງພວກມັນອອກໄປເປັນກອງທັບ. ເພິ່ນເອີ້ນຊື່ດາວທຸກດວງໄດ້. ຍ້ອນພະເຈົ້າມີພະລັງອຳນາດແລະມີລິດເດດຫຼາຍ ດາວແຕ່ລະດວງຈຶ່ງຢູ່ໃນບ່ອນຂອງມັນ.” ຂ້ອຍຄິດຫາເຫດຜົນວ່າຖ້າພະເຈົ້າມີລິດອຳນາດຈົນສາມາດສ້າງເອກະພົບທີ່ກວ້າງໃຫຍ່ທີ່ຂ້ອຍມັກເບິ່ງຢູ່ສະເໝີ ເພິ່ນກໍຕ້ອງຊ່ວຍຂ້ອຍປ່ຽນແປງໂຕເອງເພື່ອໃຫ້ເພິ່ນພໍໃຈໄດ້ຢ່າງແນ່ນອນ. ເມື່ອຂ້ອຍອະທິດຖານຢ່າງຈິງຈັງແລະພະຍາຍາມຄວບຄຸມໂຕເອງຢ່າງໜັກ ໃນທີ່ສຸດຂ້ອຍກໍເຊົາເວົ້າຫຍາບຄາຍໄດ້.
ປະໂຫຍດທີ່ໄດ້ຮັບ:
ຍ້ອນຂ້ອຍເປັນຄົນລ້ຽງມ້າ ໃນແຕ່ລະມື້ຂ້ອຍຈຶ່ງບໍ່ຄ່ອຍໄດ້ເຈິຫຼືເວົ້າກັບໃຜນອກຈາກຄົນທີ່ເຮັດວຽກນຳກັນບໍ່ເທົ່າໃດຄົນໃນຟາມທີ່ຂ້ອຍໄປເຮັດວຽກນຳ. ແຕ່ການຝຶກອົບຮົມຈາກການປະຊຸມຂອງພະຍານພະເຢໂຫວາຊ່ວຍຂ້ອຍໃຫ້ຮຽນຮູ້ວິທີທີ່ຈະລົມກັບຄົນອື່ນ. ນອກຈາກນັ້ນ ການຝຶກອົບຮົມນີ້ຍັງຊ່ວຍຂ້ອຍໃຫ້ສາມາດເວົ້າກັບຄົນອື່ນກ່ຽວກັບຂ່າວດີເລື່ອງການປົກຄອງຂອງພະເຈົ້າ.—ມັດທາຍ 6:9, 10; 24:14
ຫຼາຍປີມານີ້ ຂ້ອຍມີສິດທິພິເສດໄດ້ຮັບໃຊ້ເປັນຜູ້ເບິ່ງແຍງໃນປະຊາຄົມ. ຂ້ອຍຮູ້ສຶກເປັນກຽດທີ່ມີໂອກາດໄດ້ຊ່ວຍເຫຼືອພີ່ນ້ອງຮ່ວມຄວາມເຊື່ອ. ສິ່ງທີ່ດີທີ່ສຸດສຳລັບຂ້ອຍແມ່ນການໄດ້ຮັບໃຊ້ນຳກັນກັບເມຍແລະລູກທີ່ໜ້າຮັກຂອງເຮົາ.
ຂ້ອຍຂອບໃຈພະເຢໂຫວາທີ່ໃຫ້ຄົນທີ່ບໍ່ມີການສຶກສາຄືຂ້ອຍມີໂອກາດໄດ້ຮັບການສອນຈາກເພິ່ນ. (ເອຊາຢາ 54:13) ຂ້ອຍເຫັນດີນຳຮ້ອຍເປີເຊັນກັບຄຳເວົ້າໃນສຸພາສິດ 10:22 ທີ່ບອກວ່າ: “ພອນຈາກພະເຢໂຫວາເຮັດໃຫ້ຮັ່ງມີ.” ຂ້ອຍກັບຄອບຄົວລໍຖ້າມື້ທີ່ຈະໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາແລະຮັບໃຊ້ເພິ່ນຕະຫຼອດໄປ.