ຄຳພີໄບເບິນປ່ຽນຊີວິດ
ອັນໃດເຮັດໃຫ້ຜູ້ຊາຍຄົນໜຶ່ງໃນສະກ໋ອດແລນມີຄວາມສຸກຫຼາຍກວ່າການເປັນນັກທຸລະກິດທີ່ປະສົບຄວາມສຳເລັດ? ອັນໃດຊ່ວຍຜູ້ຊາຍຄົນໜຶ່ງໃນບຣາຊິວໃຫ້ເຊົາໃຊ້ຊີວິດທີ່ຜິດສິນລະທຳແລະເຊົາສູບໂຄເຄນ? ຜູ້ຊາຍຄົນໜຶ່ງຢູ່ສະໂລວີເນຍເຊົາກິນເຫຼົ້າຫຼາຍເກີນໄປໄດ້ແນວໃດ? ໃຫ້ເຮົາມາອ່ານເລື່ອງຂອງເຂົາເຈົ້ານຳກັນ.
“ທຸກຢ່າງໃນຊີວິດຂອງຂ້ອຍເບິ່ງຄືດີໄປໝົດ.”—ຈອນ ຣິກເກດສ໌
ເກີດປີ: 1958
ເກີດຢູ່ປະເທດ: ສະກ໋ອດແລນ
ອະດີດ: ນັກທຸລະກິດທີ່ປະສົບຜົນສຳເລັດ
ຊີວິດທີ່ຜ່ານມາ: ຂ້ອຍໃຫຍ່ມາໃນຄອບຄົວທີ່ມີຖານະແລະມີຊີວິດທີ່ສະດວກສະບາຍໃນຕອນຍັງນ້ອຍ. ພໍ່ຂອງຂ້ອຍເປັນຫົວໜ້າທະຫານໃນກອງທັບອັງກິດ ຄອບຄົວຂອງເຮົາຈຶ່ງຍ້າຍບ່ອນຢູ່ເລື້ອຍໆ. ນອກຈາກສະກ໋ອດແລນແລ້ວເຮົາຍັງເຄີຍຢູ່ອັງກິດ ເຢຍລະມັນ ເຄນຍາ ມາເລເຊຍ ໄອແລນ ແລະໄຊປຣັດ. ຕັ້ງແຕ່ອາຍຸ 8 ປີ ຂ້ອຍເຂົ້າໂຮງຮຽນຢູ່ສະກ໋ອດແລນແລະໃນທີ່ສຸດຂ້ອຍກໍຮຽນຈົບມະຫາວິທະຍາໄລ.
ຕອນອາຍຸ 20 ປີ ຂ້ອຍເລີ່ມເຮັດວຽກໃນບໍລິສັດນ້ຳມັນແລະເຮັດຢູ່ຫັ້ນ 8 ແປດປີ. ຕອນທຳອິດຂ້ອຍເຮັດຢູ່ອາເມຣິກາໃຕ້ ຕໍ່ມາກໍເຮັດຢູ່ອາຟຣິກາ ແລະສຸດທ້າຍກໍຍ້າຍໄປທາງທິດຕາເວັນຕົກຂອງອົດສະຕຣາລີ. ຕອນມາຢູ່ອົດສະຕຣາລີ ຂ້ອຍໄດ້ລົງທຶນຕັ້ງບໍລິສັດດ້ວຍໂຕເອງ ແລ້ວໃນທີ່ສຸດຂ້ອຍກໍຂາຍທຸລະກິດນັ້ນ.
ເງິນຈາກການຂາຍກິດຈະການເຮັດໃຫ້ຂ້ອຍສາມາດໃຊ້ຊີວິດຢູ່ໄດ້ໂດຍບໍ່ຕ້ອງເຮັດວຽກຕັ້ງແຕ່ອາຍຸ 40. ຂ້ອຍໃຊ້ຊີວິດໄປກັບການເດີນທາງເພື່ອທ່ອງທ່ຽວ. ຂ້ອຍຊື້ລົດຈັກທ່ອງທ່ຽວທົ່ວອົດສະຕຣາລີ 2 ຮອບ ແລະເດີນທາງຮອບໂລກອີກໜຶ່ງຮອບ. ທຸກຢ່າງໃນຊີວິດຂອງເບິ່ງຄືດີໄປໝົດ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ຕັ້ງແຕ່ກ່ອນເຊົາເຮັດວຽກ ຂ້ອຍຢາກເຮັດບາງຢ່າງເພື່ອຂອບໃຈພະເຈົ້າສຳລັບຊີວິດທີ່ດີແບບນີ້. ຂ້ອຍເລີ່ມໄປໂບດແອງລິກັນທີ່ເຄີຍໄປຕອນຍັງນ້ອຍ. ແຕ່ໃນໂບດບໍ່ໄດ້ສອນຫຍັງກ່ຽວກັບຄຳພີໄບເບິນ. ຕໍ່ມາ ຂ້ອຍລອງຮຽນຄຳພີໄບເບິນກັບພວກມໍມອນແຕ່ຂ້ອຍກໍບໍ່ໄດ້ສົນໃຈປານໃດເມື່ອເຫັນວ່າເຂົາເຈົ້າບໍ່ໄດ້ເຊື່ອໃນຄຳພີໄບເບິນ.
ມື້ໜຶ່ງ ພະຍານພະເຢໂຫວາມາເຮືອນຂ້ອຍ. ຂ້ອຍເຫັນໄດ້ທັນທີເລີຍວ່າທຸກສິ່ງທີ່ເຂົາເຈົ້າສອນມາຈາກຄຳພີໄບເບິນ. ຄຳພີຂໍ້ໜຶ່ງທີ່ເຂົາເຈົ້າເປີດໃຫ້ຂ້ອຍເບິ່ງແມ່ນ 1 ຕີໂມທຽວ 2:3, 4 ຂໍ້ນັ້ນເວົ້າວ່າ: “ພະເຈົ້າຢາກໃຫ້ຄົນທຸກປະເພດລອດແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ.” ຂ້ອຍປະທັບໃຈທີ່ພະຍານພະເຢໂຫວາບໍ່ໄດ້ເນັ້ນພຽງຄວາມຮູ້ເທົ່ານັ້ນ ແຕ່ເນັ້ນຄວາມຮູ້ທີ່ຖືກຕ້ອງເຊິ່ງມາຈາກຄຳພີໄບເບິນ.
ການຮຽນຄຳພີໄບເບິນກັບພະຍານພະເຢໂຫວາຊ່ວຍຂ້ອຍໃຫ້ໄດ້ຮັບຄວາມຮູ້ທີ່ຖືກຕ້ອງແບບນັ້ນ. ຕົວຢ່າງເຊັ່ນ: ຂ້ອຍໄດ້ຮູ້ວ່າພະເຈົ້າແລະພະເຢຊູບໍ່ໄດ້ເປັນຕີເອການຸພາບທີ່ລຶກລັບແລະບໍ່ໄດ້ເປັນບຸກຄົນດຽວກັນ. (ໂຢຮັນ 14:28; 1 ໂກຣິນໂທ 11:3) ຂ້ອຍດີໃຈຫຼາຍທີ່ໄດ້ຮຽນຮູ້ຄວາມຈິງທີ່ເຂົ້າໃຈງ່າຍແບບນີ້. ຂ້ອຍຮູ້ສຶກເສຍດາຍທີ່ເຄີຍທຸ່ມເທຄວາມພະຍາຍາມຫຼາຍແທ້ໆເພື່ອຈະເຂົ້າໃຈຫຼັກການຄຳສອນເຊິ່ງທີ່ຈິງແລ້ວບໍ່ມີທາງທີ່ຈະເຂົ້າໃຈໄດ້!
ຈາກນັ້ນບໍ່ດົນ ຂ້ອຍກໍເລີ່ມເຂົ້າຮ່ວມການປະຊຸມຂອງພະຍານພະເຢໂຫວາ. ຂ້ອຍປະທັບໃຈຄວາມເປັນມິດແລະສິນລະທຳອັນສູງສົ່ງຂອງຄົນທີ່ຢູ່ຫັ້ນ. ຂ້ອຍຮູ້ສຶກວ່າເຂົາເຈົ້າເປັນຄົນດີຫຼາຍ. ຄວາມຮັກແທ້ທີ່ເຂົາເຈົ້າມີຕໍ່ກັນເຮັດໃຫ້ຂ້ອຍໝັ້ນໃຈວ່າຂ້ອຍໄດ້ເຈິສາສະໜາແທ້ແລ້ວ.—ໂຢຮັນ 13:35
ປະໂຫຍດທີ່ໄດ້ຮັບ: ຫຼັງຈາກຮັບບັບເຕມາແລ້ວ ຂ້ອຍໄດ້ເຈິຜູ້ຍິງທີ່ໜ້າຮັກຄົນໜຶ່ງຊື່ໄດແອນ. ລາວໃຫຍ່ມາໃນຄອບຄົວທີ່ເປັນພະຍານພະເຢໂຫວາ ແລະລາວມີຄຸນລັກສະນະທີ່ດີຫຼາຍຢ່າງເຊິ່ງເຮັດໃຫ້ຂ້ອຍປະທັບໃຈແທ້ໆ. ຕໍ່ມາ ເຮົາກໍແຕ່ງດອງກັນ. ການມີໄດແອນເປັນເພື່ອນຄູ່ຄິດທີ່ຢູ່ຄຽງຂ້າງຂ້ອຍສະເໝີຖືວ່າເປັນພອນຈາກພະເຢໂຫວາແທ້ໆ.
ຂ້ອຍກັບໄດແອນພາກັນຄິດວ່າຢາກຍ້າຍໄປຊ່ວຍໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ໃນປີ 2010 ເຮົາຈຶ່ງຍ້າຍໄປປະເທດເບລີດໃນອາເມຣິກາກາງ. ເຮົາໄດ້ຊ່ວຍຄົນຢູ່ຫັ້ນທີ່ມີຄວາມຮັກຕໍ່ພະເຈົ້າແລະຢາກຮູ້ຄວາມຈິງໃນຄຳພີໄບເບິນແທ້ໆ.
ຂ້ອຍມີຄວາມສຸກຫຼາຍທີ່ໄດ້ຮູ້ຈັກຄວາມຈິງກ່ຽວກັບພະເຈົ້າແລະຄຳພີໄບເບິນ. ຕອນນີ້ຂ້ອຍເປັນຜູ້ຮັບໃຊ້ເຕັມເວລາແລະໄດ້ສອນຄຳພີໄບເບິນໃຫ້ຫຼາຍຄົນ. ສິ່ງທີ່ເຮັດໃຫ້ຂ້ອຍດີໃຈຫຼາຍທີ່ສຸດແມ່ນການໄດ້ເຫັນຄວາມຈິງໃນຄຳພີໄບເບິນປ່ຽນຊີວິດຄົນໃຫ້ດີຂຶ້ນຄືກັບທີ່ຂ້ອຍໄດ້ເຈິດ້ວຍໂຕເອງມາແລ້ວ. ໃນທີ່ສຸດ ຂ້ອຍກໍໄດ້ເຈິວິທີທີ່ດີທີ່ສຸດທີ່ຈະຂອບໃຈພະເຈົ້າສຳລັບຊີວິດທີ່ມີຄວາມສຸກຂອງຂ້ອຍ.
“ເຂົາເຈົ້າດີກັບຂ້ອຍຫຼາຍ.”—ມາຣີຊຽວ ອາຣາອູຊູ
ເກີດປີ: 1967
ເກີດຢູ່ປະເທດ: ບຣາຊິວ
ອະດີດ: ໃຊ້ຊີວິດແບບຜິດສິນລະທຳ
ຊີວິດທີ່ຜ່ານມາ: ຂ້ອຍໃຫຍ່ຢູ່ອາວາເຣ ເມືອງນ້ອຍໆທີ່ສະຫງົບງຽບໃນເມືອງເຊົາເປົາໂລ. ຄົນໃນເມືອງນີ້ສ່ວນຫຼາຍເຮັດວຽກໃຊ້ແຮງງານ.
ພໍ່ຂອງຂ້ອຍຕາຍຕອນທີ່ຂ້ອຍຍັງຢູ່ໃນທ້ອງແມ່. ຕອນຍັງນ້ອຍ ຂ້ອຍມັກເອົາເຄື່ອງນຸ່ງຂອງແມ່ມາໃສ່ຕອນທີ່ແມ່ບໍ່ຢູ່ເຮືອນ. ຂ້ອຍເລີ່ມມີທ່າທາງແບບຜູ້ຍິງ ແລະຫຼາຍຄົນຈຶ່ງເບິ່ງວ່າຂ້ອຍເປັນເກ. ຕໍ່ມາ ຂ້ອຍເລີ່ມມີເພດສຳພັນກັບເດັກນ້ອຍຜູ້ຊາຍ ແລະຜູ້ຊາຍຄົນອື່ນໆ.
ຕອນທີ່ຂ້ອຍເປັນໄວລຸ້ນ ຂ້ອຍເລີ່ມໃຊ້ຊີວິດແບບສຳສ່ອນ. ຖ້າຂ້ອຍເຈິຄົນທີ່ຖືກໃຈ ບໍ່ວ່າຈະເປັນຊາຍຫຼືຍິງຕາມເທັກຕາມບາຫຼືແມ່ນແຕ່ໃນໂບດ ຂ້ອຍກໍຈະໄປນອນນຳເຂົາເຈົ້າ. ເມື່ອຮອດຍາມເທດສະການຄານິວານ ຂ້ອຍຈະແຕ່ງໂຕເປັນຜູ້ຍິງແລະເຕັ້ນໄປກັບຂະບວນແຫ່ຂອງໂຮງຮຽນທີ່ສອນເຕັ້ນແຊມບາ. ຂ້ອຍກາຍເປັນຄົນດັງທີ່ທຸກຄົນຮູ້ຈັກ.
ໝູ່ຂ້ອຍມີທັງເກ ໂສເພນີ ແລະພວກຕິດຢາເສບຕິດ. ໝູ່ບາງຄົນຊວນຂ້ອຍໃຫ້ລອງສູບໂຄເຄນແບບເປັນກ້ອນ ແລະບໍ່ດົນຂ້ອຍກໍຕິດ. ບາງເທື່ອເຮົາກໍພາກັນສູບຢາໝົດຄືນ. ບາງເທື່ອຂ້ອຍກໍຢູ່ໃນຫ້ອງຄົນດຽວແລະສູບໂຄເຄນໝົດມື້. ຂ້ອຍຈ່ອຍຫຼາຍຈົນຄົນພາກັນເວົ້າວ່າຂ້ອຍເປັນເອດ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ໃນຕອນນັ້ນຂ້ອຍໄດ້ເຈິກັບພະຍານພະເຢໂຫວາ. ເຂົາເຈົ້າດີກັບຂ້ອຍຫຼາຍ. ເຂົາເຈົ້າອ່ານຄຳພີໄບເບິນໃຫ້ຂ້ອຍຟັງຫຼາຍຂໍ້ລວມທັງໂຣມ 10:13 ທີ່ບອກວ່າ: “ທຸກຄົນທີ່ອ້ອນວອນໂດຍອອກຊື່ຂອງພະເຢໂຫວາຈະລອດ.” ຂໍ້ນີ້ເຮັດໃຫ້ຂ້ອຍເຫັນວ່າການໃຊ້ຊື່ພະເຢໂຫວາເປັນເລື່ອງສຳຄັນແທ້ໆ. ຫຼາຍເທື່ອຫຼັງຈາກສູບໂຄເຄນແບບເປັນກ້ອນໝົດຄືນ ຂ້ອຍຈະເປີດປ່ອງຢ້ຽມອອກໄປເບິ່ງທ້ອງຟ້າແລະອະທິດຖານຫາພະເຢໂຫວາດ້ວຍນ້ຳຕານອງໜ້າເພື່ອຂໍໃຫ້ພະເຢໂຫວາຊ່ວຍຂ້ອຍ.
ເມື່ອຮູ້ວ່າແມ່ທຸກໃຈຫຼາຍສ່ຳໃດທີ່ເຫັນຂ້ອຍທຳລາຍຊີວິດໂຕເອງດ້ວຍຢາເສບຕິດ ຂ້ອຍຈຶ່ງຕັດສິນໃຈວ່າຕ້ອງເຊົາເສບຢາໃຫ້ໄດ້. ຫຼັງຈາກນັ້ນບໍ່ດົນ ພະຍານພະເຢໂຫວາຊວນຂ້ອຍຮຽນຄຳພີໄບເບິນແລະຂ້ອຍກໍຕົກລົງ. ເຂົາເຈົ້າຮັບຮອງກັບຂ້ອຍວ່າການຮຽນຈະຊ່ວຍຂ້ອຍໃຫ້ເຂັ້ມແຂງຫຼາຍພໍທີ່ຈະເຊົາເສບຢາໄດ້ ແລະມັນກໍເປັນແບບນັ້ນແທ້ໆ!
ເມື່ອຮຽນຄຳພີໄບເບິນຫຼາຍຂຶ້ນ ຂ້ອຍກໍເຫັນວ່າຈຳເປັນຕ້ອງປ່ຽນແປງຊີວິດໂຕເອງ. ສຳລັບຂ້ອຍແລ້ວ ການເຊົາໃຊ້ຊີວິດແບບຮັກຮ່ວມເພດເປັນເລື່ອງຍາກແທ້ໆຍ້ອນຂ້ອຍເປັນແບບນີ້ມາຕັ້ງແຕ່ຈື່ຄວາມໄດ້. ແຕ່ສິ່ງໜຶ່ງທີ່ຊ່ວຍຂ້ອຍແມ່ນ ການອອກມາຈາກສະພາບແວດລ້ອມເກົ່າໆ. ຂ້ອຍເຊົາຫຼິ້ນກັບໝູ່ເກົ່າ ແລະເຊົາໄປທ່ຽວເທັກທ່ຽວບາ.
ເຖິງວ່າການປ່ຽນແປງແບບນີ້ບໍ່ແມ່ນເລື່ອງງ່າຍ ແຕ່ຂ້ອຍກໍໄດ້ກຳລັງໃຈເມື່ອຮູ້ວ່າພະເຢໂຫວາເປັນຫ່ວງຂ້ອຍ ແລະເພິ່ນຮູ້ວ່າຂ້ອຍພະຍາຍາມຕໍ່ສູ້ຫຼາຍສ່ຳໃດ. (1 ໂຢຮັນ 3:19, 20) ເມື່ອຮອດປີ 2002 ຂ້ອຍເຊົາໃຊ້ຊີວິດແບບຮັກຮ່ວມເພດໄດ້ຮ້ອຍເປີເຊັນ ແລະໃນປີນັ້ນຂ້ອຍກໍໄດ້ຮັບບັບເຕມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ໄດ້ຮັບ: ແມ່ດີໃຈຫຼາຍທີ່ເຫັນຂ້ອຍປ່ຽນແປງຫຼາຍ ແລະເພິ່ນກໍໄດ້ເລີ່ມຮຽນຄຳພີໄບເບິນຄືກັນ. ເປັນຕາເສົ້າໃຈທີ່ຫຼັງຈາກນັ້ນບໍ່ດົນເພິ່ນກໍເປັນອຳມະພາດຍ້ອນເສັ້ນເລືອດໃນສະໝອງຕີບ ແຕ່ແມ່ກໍຍັງຮັກພະເຢໂຫວາແລະຮັກຄວາມຈິງໃນຄຳພີໄບເບິນສະເໝີ.
ຕະຫຼອດເວລາ 8 ປີທີ່ຜ່ານມາ ຂ້ອຍຮັບໃຊ້ເຕັມເວລາໂດຍໃຊ້ເວລາສ່ວນຫຼາຍໃນການສອນຄຳພີໄບເບິນໃຫ້ຄົນອື່ນໆ. ຂ້ອຍຍອມຮັບວ່າບາງເທື່ອຂ້ອຍຍັງຕ້ອງໄດ້ຕໍ່ສູ້ກັບຄວາມຕ້ອງການທີ່ບໍ່ດີ ແຕ່ຂ້ອຍມີກຳລັງໃຈທີ່ຮູ້ວ່າຖ້າຂ້ອຍບໍ່ເຮັດຕາມຄວາມຕ້ອງການທີ່ບໍ່ດີແບບນັ້ນຂ້ອຍຈະເຮັດໃຫ້ພະເຢໂຫວາພໍໃຈ.
ການໃກ້ຊິດກັບພະເຢໂຫວາແລະໃຊ້ຊີວິດໃນແບບທີ່ເຮັດໃຫ້ເພິ່ນພໍໃຈຊ່ວຍຂ້ອຍໃຫ້ມີຄວາມນັບຖືໂຕເອງຫຼາຍຂຶ້ນ. ທຸກມື້ນີ້ຂ້ອຍມີຄວາມສຸກຫຼາຍ.
“ຂ້ອຍເປັນຖັງທີ່ກົ້ນລຸອອກ.”—ລູຄ້າ ຊູດສ໌
ເກີດປີ: 1975
ເກີດຢູ່ປະເທດ: ສະໂລວີເນຍ
ອະດີດ: ນັກດື່ມຄໍທອງແດງ
ຊີວິດທີ່ຜ່ານມາ: ຂ້ອຍເກີດຢູ່ລູບລິຍານາ ເມືອງຫຼວງຂອງສະໂລວີເນຍ. ຕັ້ງແຕ່ເກີດຈົນອາຍຸໄດ້ 4 ປີ ຊີວິດຂ້ອຍມີຄວາມສຸກດີ. ແຕ່ຫຼັງຈາກທີ່ພໍ່ຂ້າໂຕຕາຍ ແມ່ຕ້ອງເຮັດວຽກໜັກເພື່ອຫາລ້ຽງລູກຊາຍ 2 ຄົນທີ່ກຳລັງໃຫຍ່ ນັ້ນຄື: ຂ້ອຍກັບອ້າຍ.
ຕອນອາຍຸ 15 ປີ ຂ້ອຍຍ້າຍໄປຢູ່ກັບແມ່ຕູ້. ຂ້ອຍມັກຢູ່ກັບແມ່ຕູ້ຍ້ອນຂ້ອຍມີໝູ່ຫຼາຍຢູ່ແຖວ. ນອກຈາກນັ້ນ ຂ້ອຍຍັງມີອິດສະຫຼະຫຼາຍກວ່າຕອນທີ່ຢູ່ກັບພໍ່ແມ່. ຕອນອາຍຸ 16 ປີ ຂ້ອຍມີໝູ່ທີ່ມັກກິນເຫຼົ້າທຸກໆທ້າຍອາທິດ. ຂ້ອຍຈົ່ງຜົມຍາວ ແຕ່ງໂຕແບບພວກນັກເລງ ແລະເລີ່ມສູບຢາ.
ເຖິງວ່າຂ້ອຍໄດ້ລອງສູບຢາມາຫຼາຍຊະນິດ ແຕ່ສິ່ງທີ່ເຮັດໃຫ້ຂ້ອຍມີຄວາມສຸກຫຼາຍທີ່ສຸດແມ່ນການກິນເຫຼົ້າ. ບໍ່ດົນຂ້ອຍກໍເລີ່ມເປັນຄໍທອງແດງ ຈາກທີ່ເຄີຍກິນເຫຼົ້າແວງເທື່ອລະສອງສາມຈອກກໍກິນໄດ້ເທື່ອລະຫຼາຍໆແກ້ວ. ຂ້ອຍກາຍເປັນນັກດື່ມທີ່ເຊື່ອງອາການເມົາໄດ້ຢ່າງນຽນໆ. ຫຼາຍເທື່ອກິ່ນເຫຼົ້າອອກມາຈາກລົມຫາຍໃຈຂອງຂ້ອຍເປັນພຽງສິ່ງດຽວເທົ່ານັ້ນທີ່ເຮັດໃຫ້ຄົນຮູ້ວ່າຂ້ອຍກິນເຫຼົ້າ. ເຖິງວ່າເປັນແບບນັ້ນກໍຍັງບໍ່ມີໃຜເບິ່ງອອກເລີຍວ່າຂ້ອຍກິນເຫຼົ້າແວງຫຼືເບຍຫຼາຍລິດແລ້ວ ແລະຂ້ອຍຍັງປະສົມໃສ່ໂວນກ້ານຳ.
ຫຼາຍເທື່ອເມື່ອໄປທ່ຽວເທັກກັບໝູ່ໃນຕອນກາງຄືນ ຂ້ອຍຈະເປັນຄົນໂຈມເຂົາເຈົ້າເມືອເຮືອນເຖິງວ່າຕອນນັ້ນຂ້ອຍກິນຫຼາຍກວ່າເຂົາເຈົ້າ 2 ເທົ່າ. ມື້ໜຶ່ງ ຂ້ອຍບັງເອີນໄດ້ຍິນໝູ່ເອີ້ນຂ້ອຍວ່າບັກຖັງກົ້ນລຸອອກ. ໃນພາສາສະໂລວີເນຍຄຳເວົ້ານີ້ເປັນລັກສະນະດູຖູກໝາຍເຖິງຄົນທີ່ດື່ມບໍ່ອັ້ນ. ຄຳເວົ້າຂອງເຂົາເຈົ້າເຮັດໃຫ້ຂ້ອຍເຈັບໃຈຫຼາຍ.
ຂ້ອຍເລີ່ມຄິດວ່າຂ້ອຍກຳລັງເຮັດຫຍັງກັບຊີວິດໂຕເອງ. ຂ້ອຍຮູ້ສຶກວ່າໂຕເອງບໍ່ມີຄ່າຈັກໜ້ອຍ. ມັນເປັນຄືກັບວ່າຊີວິດວ່າງເປົ່າບໍ່ມີຈຸດມຸ່ງໝາຍຫຍັງເລີຍ.
ຄຳພີໄບເບິນປ່ຽນຊີວິດແນວໃດ: ໃນເວລາດຽວກັນນັ້ນ ຂ້ອຍເລີ່ມສັງເກດວ່າໝູ່ຄົນໜຶ່ງທີ່ຮຽນນຳກັນປ່ຽນເປັນຄົນໃຈເຢັນແລະອ່ອນໂຍນຂຶ້ນ. ຂ້ອຍຢາກຮູ້ວ່າອັນໃດເຮັດໃຫ້ລາວປ່ຽນໄປ ຂ້ອຍຈຶ່ງຊວນລາວໄປນັ່ງລົມກັນຢູ່ຮ້ານກາເຟ. ຕອນທີ່ລົມກັນ ລາວບອກວ່າລາວກຳລັງຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ລາວເລົ່າໃຫ້ຂ້ອຍຟັງວ່າໄດ້ຮຽນຫຍັງແດ່ ແລະທຸກເລື່ອງທີ່ລາວເລົ່າໃຫ້ຟັງເປັນສິ່ງທີ່ຂ້ອຍບໍ່ເຄີຍຮູ້ມາກ່ອນຍ້ອນຕັ້ງແຕ່ນ້ອຍຂ້ອຍບໍ່ເຄີຍຖືກສອນໃນເລື່ອງສາສະໜາເລີຍ. ຂ້ອຍເລີ່ມເຂົ້າຮ່ວມການປະຊຸມຂອງພະຍານພະເຢໂຫວາແລະຮຽນຄຳພີໄບເບິນນຳເຂົາເຈົ້າ.
ການຮຽນຄຳພີໄບເບິນເຮັດໃຫ້ຂ້ອຍເບິ່ງເຫັນຄວາມຈິງຫຼາຍເລື່ອງເຊິ່ງເປັນແຮງກະຕຸ້ນທີ່ມີພະລັງຫຼາຍ. ຕົວຢ່າງເຊັ່ນ: ຂ້ອຍໄດ້ຮຽນຮູ້ວ່າເຮົາກຳລັງມີຊີວິດຢູ່ໃນຊ່ວງເວລາທີ່ຄຳພີໄບເບິນເອີ້ນວ່າ “ສະໄໝສຸດທ້າຍ.” (2 ຕີໂມທຽວ 3:1-5) ຂ້ອຍຍັງຮູ້ນຳວ່າອີກບໍ່ດົນພະເຈົ້າຈະກຳຈັດຄົນຊົ່ວໃຫ້ໝົດໄປຈາກໂລກນີ້ແລະຈະໃຫ້ຄົນດີມີໂອກາດທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ເປັນບ່ອນງາມ. (ເພງສັນລະເສີນ 37:29) ຂ້ອຍຕັ້ງໃຈວ່າຈະປ່ຽນແປງຊີວິດໂຕເອງໃຫ້ໄດ້ເພື່ອຂ້ອຍຈະໄດ້ຢູ່ກັບຄົນເຫຼົ່ານັ້ນ.
ຂ້ອຍເລີ່ມເລົ່າໃຫ້ໝູ່ຟັງກ່ຽວກັບຄວາມຈິງໃນຄຳພີໄບເບິນທີ່ຂ້ອຍໄດ້ຮຽນຮູ້. ໝູ່ສ່ວນຫຼາຍພາກັນເຍາະເຍີ້ຍ ແຕ່ມັນພັດເປັນຜົນດີຕໍ່ຂ້ອຍ. ທ່າທີຂອງເຂົາເຈົ້າເຮັດໃຫ້ຂ້ອຍເຫັນວ່າເຂົາເຈົ້າບໍ່ແມ່ນໝູ່ແທ້. ຂ້ອຍເລີ່ມເຂົ້າໃຈວ່າຂ້ອຍກາຍມາເປັນນັກດື່ມແບບນີ້ທີ່ຈິງແລ້ວເປັນຍ້ອນຂ້ອຍຕິດໝູ່ທີ່ບໍ່ດີ. ຕະຫຼອດອາທິດເຂົາເຈົ້າມີແຕ່ຄິດວ່າປານໃດຊິຮອດວັນເສົາວັນທິດເພື່ອຈະໄດ້ໄປເມົາອີກ.
ຂ້ອຍຕັດຂາດຈາກໝູ່ພວກນັ້ນແລ້ວມາເປັນໝູ່ກັບຄົນທີ່ດີທີ່ເປັນພະຍານພະເຢໂຫວາ. ການຄົບຫາກັບຄົນເຫຼົ່ານີ້ຊ່ວຍຂ້ອຍຫຼາຍແທ້ໆຍ້ອນເຂົາເຈົ້າຮັກພະເຈົ້າແລະພະຍາຍາມໃຊ້ຊີວິດຕາມມາດຕະຖານຂອງເພິ່ນ. ເທື່ອລະເລັກເທື່ອລະນ້ອຍ ຂ້ອຍກໍເຊົານິດໄສດື່ມຫຼາຍໄດ້.
ປະໂຫຍດທີ່ຂ້ອຍໄດ້ຮັບ: ຂ້ອຍຂອບໃຈພະເຢໂຫວາຫຼາຍແທ້ໆທີ່ຂ້ອຍບໍ່ຕ້ອງເພິ່ງເຫຼົ້າອີກແລ້ວເພື່ອຈະມີຄວາມສຸກໄດ້. ຂ້ອຍບໍ່ຮູ້ວ່າຊີວິດຂ້ອຍຈະເປັນແນວໃດຖ້າຂ້ອຍຍັງບໍ່ເຊົານິດໄສຂີ້ເຫຼົ້າ. ແຕ່ທີ່ຂ້ອຍຮູ້ແນ່ນອນແມ່ນ ຊີວິດຂ້ອຍຕອນນີ້ດີກວ່າແຕ່ກີ້ຫຼາຍ.
ເປັນເວລາ 7 ປີມາແລ້ວທີ່ຂ້ອຍມີສິດທິພິເສດໄດ້ຮັບໃຊ້ຢູ່ສຳນັກງານສາຂາຂອງພະຍານພະເຢໂຫວາຢູ່ສະໂລວີເນຍ. ການໄດ້ຮູ້ຈັກພະເຢໂຫວາແລະຮັບໃຊ້ເພິ່ນເຮັດໃຫ້ຊີວິດຂອງຂ້ອຍມີຈຸດມຸ່ງໝາຍແທ້ໆ.