ຄຳຖາມຈາກຜູ້ອ່ານ
ໃນ 2 ໂກຣິນໂທ 6:14 ໂປໂລເວົ້າເຖິງໃຜເມື່ອລາວໃຊ້ຄຳວ່າ “ຄົນທີ່ບໍ່ເຊື່ອ”?
ໃນ 2 ໂກຣິນໂທ 6:14 ອ່ານວ່າ: “ຢ່າມີສ່ວນຮ່ວມຫຍັງກັບຄົນທີ່ບໍ່ເຊື່ອ.” ຖ້າເບິ່ງຈາກແວດບົດ ເຮົາຈະເຫັນວ່າໂປໂລກຳລັງເວົ້າເຖິງຄົນທີ່ບໍ່ຢູ່ໃນປະຊາຄົມ. ຄວາມເຂົ້າໃຈນີ້ໄດ້ຮັບການສະໜັບສະໜູນຈາກຂໍ້ຄຳພີອື່ນໆທີ່ຂຽນກ່ຽວກັບການທີ່ໂປໂລໃຊ້ຄຳວ່າ “ຄົນທີ່ບໍ່ເຊື່ອ.”
ຕົວຢ່າງເຊັ່ນ: ໂປໂລຕຳໜິພີ່ນ້ອງທີ່ໄປເວົ້າຄວາມກັນຕໍ່ໜ້າ “ຄົນບໍ່ມີຄວາມເຊື່ອ.” (1 ໂກຣິນໂທ 6:6) ໃນຂໍ້ນີ້ ຄົນບໍ່ມີຄວາມເຊື່ອແມ່ນພວກຜູ້ພິພາກສາທີ່ເຮັດວຽກໃນລະບົບສານຢູ່ເມືອງໂກຣິນໂທ. ໃນຈົດໝາຍສະບັບທີ 2 ໂປໂລບອກວ່າ ຊາຕານ “ໄດ້ເຮັດໃຫ້ໃຈຂອງເຂົາເຈົ້າມືດ.” ຕາຂອງຄົນເຫຼົ່ານັ້ນທີ່ບໍ່ເຊື່ອຖືກ “ຜ້າປົກ” ໄວ້ຈາກຂ່າວດີ. ຄົນທີ່ບໍ່ເຊື່ອເຫຼົ່ານີ້ບໍ່ໄດ້ສະແດງຄວາມສົນໃຈໃນການຮັບໃຊ້ພະເຢໂຫວາຍ້ອນໂປໂລອະທິບາຍກ່ອນໜ້ານີ້ວ່າ: “ຖ້າຜູ້ໃດປ່ຽນມາຫາພະເຢໂຫວາ ຜ້າປົກນັ້ນກໍຖືກເອົາອອກ.”—2 ໂກຣິນໂທ 3:16; 4:4
ຜູ້ທີ່ບໍ່ເຊື່ອບາງຄົນໄດ້ເຂົ້າໄປພົວພັນກັບການລະເມີດກົດໝາຍຫຼືການບູຊາຮູບບູຊາ. (2 ໂກຣິນໂທ 6:15, 16) ແນວໃດກໍຕາມ ບໍ່ແມ່ນຄົນທີ່ບໍ່ເຊື່ອທຸກຄົນຕໍ່ຕ້ານຜູ້ຮັບໃຊ້ຂອງພະເຢໂຫວາ. ບາງຄົນສະແດງຄວາມສົນໃຈຕໍ່ຄວາມຈິງ. ຫຼາຍຄົນມີຜົວຫຼືເມຍທີ່ເປັນພະຍານພະເຢໂຫວາແລະເຕັມໃຈທີ່ຈະຢູ່ກັບຄູ່ຂອງໂຕເອງ. (1 ໂກຣິນໂທ 7:12-14; 10:27; 14:22-25; 1 ເປໂຕ 3:1, 2) ແນວໃດກໍຕາມ ຄືກັບທີ່ໄດ້ເວົ້າໄປແລ້ວ ໂປໂລໃຊ້ຄຳວ່າ “ຄົນທີ່ບໍ່ເຊື່ອ” ຫຼື “ຄົນບໍ່ມີຄວາມເຊື່ອ” ແບບສະເໝີຕົ້ນສະເໝີປາຍກັບຜູ້ທີ່ບໍ່ໄດ້ຢູ່ໃນປະຊາຄົມເຊິ່ງປະກອບດ້ວຍຜູ້ທີ່ “ເຂົ້າມາເຊື່ອຜູ້ເປັນນາຍ.”—ກິດຈະການ 2:41; 5:14; 8:12, 13
ຫຼັກການໃນ 2 ໂກຣິນໂທ 6:14 ເປັນການຊີ້ນຳທີ່ມີຄ່າສຳລັບເຮົາໃນທຸກສະພາບການຂອງຊີວິດ ແລະຫຼາຍເທື່ອມີການຍົກຂໍ້ນີ້ຂຶ້ນມາວ່າເປັນຄຳແນະນຳອັນສະຫຼາດສຸຂຸມສຳລັບພະຍານພະເຢໂຫວາທີ່ກຳລັງຊອກຫາຄູ່ແຕ່ງດອງ. (ມັດທາຍ 19:4-6) ພີ່ນ້ອງທີ່ສະຫຼາດສຸຂຸມເຊິ່ງໄດ້ອຸທິດໂຕແລະຮັບບັບເຕມາແລ້ວບໍ່ຊອກຫາຄູ່ແຕ່ງດອງໃນທ່າມກາງຄົນທີ່ບໍ່ມີຄວາມເຊື່ອ ຍ້ອນຫຼັກການໃນການໃຊ້ຊີວິດ ເປົ້າໝາຍໃນຊີວິດ ແລະຄວາມເຊື່ອຂອງຄົນທີ່ບໍ່ມີຄວາມເຊື່ອຕ່າງຈາກພະຍານ.
ຄັນຊັ້ນ ຜູ້ທີ່ຮຽນຄຳພີໄບເບິນແລະຄົບຫາກັບປະຊາຄົມເດ? ຄົນທີ່ເປັນຜູ້ປະກາດທີ່ຍັງບໍ່ຮັບບັບເຕມາເດ? ເຂົາເຈົ້າເປັນຄົນທີ່ບໍ່ເຊື່ອບໍ? ບໍ່ແມ່ນ. ຄົນທີ່ໄດ້ຍອມຮັບເອົາຂ່າວດີແລະກຳລັງກ້າວໜ້າເລື້ອຍໆສູ່ການຮັບບັບເຕມາບໍ່ຄວນຖືກເອີ້ນວ່າຄົນທີ່ບໍ່ເຊື່ອ. (ໂຣມ 10:10; 2 ໂກຣິນໂທ 4:13) ກ່ອນທີ່ຈະຮັບບັບເຕມາ ໂກເນລີໂອຖືກເອີ້ນວ່າຜູ້ທີ່ “ນະມັດສະການແລະຢ້ານຢຳພະເຈົ້າ.”—ກິດຈະການ 10:2
ສະນັ້ນ ເປັນເລື່ອງສະຫຼາດບໍທີ່ຄລິດສະຕຽນທີ່ອຸທິດໂຕໃຫ້ພະເຢໂຫວາແລ້ວຈະເປັນແຟນແລະແຕ່ງດອງກັບຄົນທີ່ເປັນຜູ້ປະກາດທີ່ຍັງບໍ່ຮັບບັບເຕມາ ເພາະຖ້າເວົ້າຕາມຫຼັກການແທ້ໆຄຳແນະນຳຂອງໂປໂລໃນ 2 ໂກຣິນໂທ 6:14 ໃຊ້ບໍ່ໄດ້ໃນກໍລະນີນີ້? ການເຮັດແບບນັ້ນຖືວ່າບໍ່ສະຫຼາດ. ຍ້ອນຫຍັງ? ຍ້ອນຄຳແນະນຳກົງໆທີ່ໂປໂລໃຫ້ແມ່ໝ້າຍທີ່ເປັນຄລິດສະຕຽນ. ໂປໂລບອກວ່າ: “[ລາວ] ກໍມີອິດສະຫຼະທີ່ຈະແຕ່ງດອງກັບໃຜກໍໄດ້ທີ່ລາວຕ້ອງການ ຖ້າຜູ້ນັ້ນເຊື່ອໃນຜູ້ເປັນນາຍ.” (1 ໂກຣິນໂທ 7:39) ສອດຄ່ອງກັບຄຳແນະນຳນັ້ນ ຄລິດສະຕຽນທີ່ອຸທິດໂຕແລ້ວຖືກກະຕຸ້ນໃຫ້ຊອກຫາຄູ່ໃນທ່າມກາງຄົນທີ່ “ເຊື່ອໃນຜູ້ເປັນນາຍ” ເທົ່ານັ້ນ.
ຄຳວ່າ “ເຊື່ອໃນຜູ້ເປັນນາຍ” ໝາຍຄວາມວ່າແນວໃດ ແລະຄຳທີ່ກ່ຽວຂ້ອງກັນແມ່ນຄຳວ່າ “[ຂອງ] ພະຄລິດ”? ໂປໂລເວົ້າເຖິງຄົນທີ່ເປັນ “ຂອງພະຄລິດ” ຫຼື “[ເຊື່ອ] ຜູ້ເປັນນາຍ” ໃນໂຣມ 16:8-10 ແລະໂກໂລຊາຍ 4:7. ຖ້າເຈົ້າອ່ານຂໍ້ເຫຼົ່ານັ້ນ ເຈົ້າຈະເຫັນວ່າຄົນເຫຼົ່ານັ້ນເປັນ “ໝູ່ເຮັດວຽກນຳກັນ” “ລູກສິດແທ້” “ຜູ້ຮັບໃຊ້ທີ່ສັດຊື່” ແລະ ‘ເປັນທາດຮ່ວມກັບຂ້ອຍ.’
ຕອນໃດທີ່ຄົນເຮົາກາຍມາເປັນ “ທາດຂອງຜູ້ເປັນນາຍ”? ຕອນທີ່ລາວເຕັມໃຈເຮັດໃນສິ່ງທີ່ທາດຈຳເປັນຕ້ອງເຮັດແລະເຊົາໃຊ້ຊີວິດເພື່ອໂຕເອງ. ພະເຢຊູອະທິບາຍວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງແລະຍອມແບກເສົາທໍລະມານຂອງໂຕເອງ ແລ້ວຕິດຕາມຂ້ອຍຕໍ່ໆໄປ.” (ມັດທາຍ 16:24) ຄົນເຮົາເລີ່ມຕິດຕາພະຄລິດແລະຍອມເຮັດຕາມຄວາມຕ້ອງການຂອງພະເຢໂຫວາຢ່າງເຕັມທີເມື່ອລາວອຸທິດໂຕໃຫ້ເພິ່ນ. ຫຼັງຈາກນັ້ນ ລາວຈະຮັບບັບເຕມາແລະເຂົ້າມາເປັນຜູ້ຮັບໃຊ້ຂອງເພິ່ນ.a ສະນັ້ນ ການ ‘ແຕ່ງດອງກັບຜູ້ [ທີ່] ເຊື່ອໃນຜູ້ເປັນນາຍ.’ ໝາຍເຖິງການແຕ່ງດອງກັບຄົນທີ່ໄດ້ສະແດງໃຫ້ເຫັນວ່າລາວເປັນຜູ້ທີ່ເຊື່ອແທ້ໆເຊິ່ງເປັນ “ທາດຂອງພະເຈົ້າແລະຂອງພະເຢຊູຄລິດ” ທີ່ໄດ້ອຸທິດໂຕແລ້ວ.—ຢາໂກໂບ 1:1
ຄົນທີ່ກຳລັງຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ແລະຄົນທີ່ກຳລັງກ້າວໜ້າທາງຄວາມເຊື່ອເປັນຢ່າງດີສົມຄວນໄດ້ຮັບຄຳຊົມເຊີຍ. ແນວໃດກໍຕາມ ລາວຍັງບໍ່ໄດ້ອຸທິດໂຕໃຫ້ພະເຢໂຫວາແລະໃຫ້ຄຳສັນຍາວ່າຈະໃຊ້ຊີວິດເພື່ອຮັບໃຊ້ຢ່າງເຕັມທີ. ລາວຍັງຕ້ອງໄດ້ປ່ຽນແປງໂຕເອງຕໍ່ໆໄປ. ລາວຕ້ອງປ່ຽນແປງໂຕເອງຢ່າງຄົບຖ້ວນໃນເລື່ອງທີ່ສຳຄັນເພື່ອຈະເຂົ້າມາເປັນຄລິດສະຕຽນທີ່ໄດ້ອຸທິດໂຕແລະຮັບບັບເຕມາ ກ່ອນຈະຄິດເຖິງການປ່ຽນແປງທີ່ສຳຄັນອື່ນໆໃນຊີວິດ ເຊັ່ນ: ການແຕ່ງດອງ.
ເປັນເລື່ອງສົມຄວນບໍທີ່ເຮົາຈະເປັນແຟນກັບບາງຄົນທີ່ເບິ່ງຄືວ່າກຳລັງກ້າວໜ້າເປັນຢ່າງດີໃນການຮຽນຄຳພີໄບເບິນ ບາງເທື່ອໂດຍຕັ້ງໃຈຈະລໍຖ້າໃຫ້ລາວຮັບບັບເຕມາກ່ອນແລ້ວຈຶ່ງແຕ່ງດອງກັບລາວ? ບໍ່ສົມຄວນ. ແຮງຈູງໃຈຂອງນັກສຶກສາອາດເກີດຄວາມສັບສົນໄດ້ຖ້າລາວຮູ້ວ່າຄລິດສະຕຽນທີ່ໄດ້ອຸທິດໂຕແລ້ວຢາກແຕ່ງດອງກັບລາວ ແຕ່ຈະບໍ່ເຮັດແບບນັ້ນຈົນກວ່າລາວຮັບບັບເຕມາ.
ສ່ວນຫຼາຍແລ້ວ ເຮົາເປັນຜູ້ປະກາດທີ່ຍັງບໍ່ຮັບບັບເຕມາໃນໄລຍະສັ້ນໆເທົ່ານັ້ນ ຈົນກວ່າຈະກ້າວໜ້າເຖິງຂັ້ນຮັບບັບເຕມາ. ສະນັ້ນ ຄຳແນະນຳທາງເທິງທີ່ໃຫ້ແຕ່ງດອງສະເພາະກັບຜູ້ທີ່ມີຄວາມເຊື່ອດຽວກັນເທົ່ານັ້ນຈຶ່ງບໍ່ແມ່ນເລື່ອງທີ່ບໍ່ມີເຫດຜົນ. ແລ້ວການເປັນແຟນກັບຄົນທີ່ຮອດໄວແຕ່ງດອງແລ້ວ ໃຫຍ່ມາໃນຄອບຄົວທີ່ເປັນພະຍານ ມີສ່ວນຮ່ວມໃນກິດຈະກຳຂອງປະຊາຄົມມາຫຼາຍປີ ແລະເປັນຜູ້ປະກາດທີ່ຍັງບໍ່ຮັບບັບເຕມາເດ? ຖ້າເປັນແນວນັ້ນ ມີຫຍັງຂັດຂວາງລາວບໍ່ໃຫ້ມອບຊີວິດໃຫ້ພະເຢໂຫວາໂດຍການອຸທິດໂຕ? ເປັນຫຍັງລາວຈຶ່ງລັງເລໃຈ? ລາວສົງໄສໃນເລື່ອງໃດບໍ? ເຖິງວ່າລາວຈະບໍ່ແມ່ນຄົນທີ່ບໍ່ເຊື່ອ ແຕ່ກໍບໍ່ສາມາດຖືກເອີ້ນວ່າ “ເຊື່ອໃນຜູ້ເປັນນາຍ.”
ຄຳແນະນຳຂອງໂປໂລໃນເລື່ອງການແຕ່ງດອງເປັນປະໂຫຍດສຳລັບເຮົາ. (ເອຊາຢາ 48:17) ເມື່ອທັງສອງຄົນທີ່ຈະເປັນຜົວເມຍກັນໄດ້ອຸທິດໂຕໃຫ້ພະເຢໂຫວາ ຄວາມຜູກພັນທີ່ມີຕໍ່ກັນໃນການແຕ່ງດອງຈະມີຮາກຖານທີ່ໝັ້ນຄົງທາງຄວາມເຊື່ອ. ທັງສອງມີຫຼັກການແລະເປົ້າໝາຍດຽວກັນ. ນີ້ເປັນສິ່ງສຳຄັນທີ່ຊ່ວຍໃຫ້ຊີວິດແຕ່ງດອງມີຄວາມສຸກ. ນອກຈາກນັ້ນ ເມື່ອ ‘ແຕ່ງດອງກັບຜູ້ [ທີ່] ເຊື່ອໃນຜູ້ເປັນນາຍ’ ເຮົາສະແດງຄວາມພັກດີຕໍ່ພະເຢໂຫວາ ແລະການເຮັດແບບນັ້ນເຮັດໃຫ້ໄດ້ຮັບສິ່ງດີໆຕະຫຼອດໄປ ຍ້ອນ “[ພະເຢໂຫວາ] ພັກດີຕໍ່ຜູ້ທີ່ພັກດີ.”—ເພງສັນລະເສີນ 18:25
[ຂໍ້ຄວາມໄຂເງື່ອນ]
a ສຳລັບຄົນທີ່ເປັນຜູ້ຖືກເລືອກທີ່ໂປໂລຂຽນຈົດໝາຍໄປຫາໃນຕອນທຳອິດ ການເປັນ “ທາດຂອງຜູ້ເປັນນາຍ” ຍັງໝາຍເຖິງການຖືກເລືອກໃຫ້ເປັນລູກຂອງພະເຈົ້າແລະເປັນພີ່ນ້ອງຂອງພະຄລິດ.
[ຮູບພາບ]
“[ພະເຢໂຫວາ] ພັກດີຕໍ່ຜູ້ທີ່ພັກດີ.”