ຄຳຖາມທົບທວນຕອນ 4
ລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ອ່ານສຸພາສິດ 13:20
ເປັນຫຍັງການເລືອກໝູ່ຈຶ່ງເປັນເລື່ອງສຳຄັນຫຼາຍ?
(ເບິ່ງ ບົດທີ 48)
ຄຳພີໄບເບິນໃຫ້ຄຳແນະນຳຫຍັງກັບ . . .
ຜົວແລະເມຍ?
ພໍ່ແມ່ແລະລູກ?
ຄຳເວົ້າແບບໃດທີ່ເຮັດໃຫ້ພະເຢໂຫວາພໍໃຈ?ແລະຄຳເວົ້າແບບໃດທີ່ເຮັດໃຫ້ພະເຢໂຫວາບໍ່ພໍໃຈ?
(ເບິ່ງ ບົດທີ 51)
ມີຫຼັກການຫຍັງແດ່ທີ່ຈະຊ່ວຍເຮົາໄດ້ກ່ຽວກັບການເລືອກເຄື່ອງນຸ່ງແລະການແຕ່ງໂຕ?
(ເບິ່ງ ບົດທີ 52)
ເຈົ້າຈະເລືອກຄວາມບັນເທີງໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈໄດ້ແນວໃດ?
(ເບິ່ງ ບົດທີ 53)
ອ່ານມັດທາຍ 24:45-47
“ທາດທີ່ສັດຊື່ແລະສຸຂຸມ” ແມ່ນໃຜ?
(ເບິ່ງ ບົດທີ 54)
ເຮົາຈະໃຊ້ເວລາ ກຳລັງ ແລະຊັບສິນເງິນຄຳຂອງເຮົາເພື່ອສະໜັບສະໜູນປະຊາຄົມໄດ້ແນວໃດ?
(ເບິ່ງ ບົດທີ 55)
ອ່ານເພງສັນລະເສີນ 133:1
ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຈະຊ່ວຍໃຫ້ປະຊາຄົມເປັນໜຶ່ງດຽວກັນຫຼາຍຂຶ້ນ?
(ເບິ່ງ ບົດທີ 56)
ຖ້າເຮົາເຮັດຜິດຮ້າຍແຮງ ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາ?
(ເບິ່ງ ບົດທີ 57)
ອ່ານ 1 ຂ່າວຄາວ 28:9 ແລະໄຂເງື່ອນ
ຖ້າເຈົ້າເຈິຄົນຕໍ່ຕ້ານຫຼືພີ່ນ້ອງທີ່ເຈົ້າຮູ້ຈັກເຊົາຮັບໃຊ້ພະເຢໂຫວາ ເຈົ້າຈະຍັງຮັບໃຊ້ພະເຢໂຫວາ“ສຸດຫົວໃຈ” ຕໍ່ໄປໄດ້ແນວໃດ?
ເພື່ອເຈົ້າຈະພັກດີຕໍ່ພະເຢໂຫວາແລະອອກມາຈາກສາສະໜາທີ່ພາຄົນໄປຜິດທາງ ມີບາງເລື່ອງບໍທີ່ເຈົ້າຕ້ອງປ່ຽນແປງ?
(ເບິ່ງ ບົດທີ 58)
ເຈົ້າຈະກຽມໂຕໃຫ້ພ້ອມທີ່ຈະຮັບມືກັບການຂົ່ມເຫງໄດ້ແນວໃດ?
(ເບິ່ງ ບົດທີ 59)
ເຈົ້າມີເປົ້າໝາຍຈະເຮັດຫຍັງເພື່ອຈະສະໜິດກັບພະເຢໂຫວາຫຼາຍຂຶ້ນ?
(ເບິ່ງ ບົດທີ 60)