ເພງທີ 26
ເຈົ້າໄດ້ເຮັດດີກັບເຮົາເຊັ່ນກັນ
1. ແກະຝູງອື່ນຂອງເຍຊູ ຮ່ວມຮັບໃຊ້ຢູ່ຄຽງຂ້າງ
ເຂົາຕິດຕາມຜູ້ຖືກເຈີມ ເຈົ້າສາວຂອງພະຄລິດ
ສິ່ງທັງໝົດທີ່ເຂົາເຮັດຄືຊ່ວຍເຫຼືອແລະປອບໃຈ
ນີ້ຄືທີ່ພະຄລິດໄດ້ບອກວ່າຈະຕອບແທນ
(ທ່ອນຊ້ຳ)
“ເມື່ອເຈົ້າປອບໂຍນພວກເຂົາ ເຈົ້າກໍປອບໂຍນເຮົາ
ຖ້າເຈົ້າເຮັດດີຕໍ່ເຂົາ ຄືເຈົ້າເຮັດຕໍ່ເຮົາ
ເຈົ້າທຸ່ມເທເພື່ອພວກເຂົາ ກໍເໝືອນເຮັດເພື່ອເຮົາ
ເຈົ້າເຮັດດີກັບເຂົາ ກໍຄືເຮັດຕໍ່ເຮົາ
ເມື່ອເຈົ້າເຮັດດີກັບເຂົາ ກໍຄືເຮັດໃຫ້ເຮົາ”
2. “ເມື່ອຫິວນ້ຳເຈົ້າໃຫ້ດື່ມ ເຮົາຫິວເຂົ້າເຈົ້າໃຫ້ກິນ
ເຮົາຕ້ອງການຄວາມຊ່ວຍເຫຼືອ ເຈົ້າກໍມາຮອດກ່ອນ”
ພວກເຂົາຈຶ່ງຖາມວ່າ “ພວກເຮົາເຮັດສິ່ງນັ້ນຕອນໃດ?”
ເມື່ອເຂົາມີຄຳຖາມກະສັດຈຶ່ງໄດ້ຕອບວ່າ
(ທ່ອນຊ້ຳ)
“ເມື່ອເຈົ້າປອບໂຍນພວກເຂົາ ເຈົ້າກໍປອບໂຍນເຮົາ
ຖ້າເຈົ້າເຮັດດີຕໍ່ເຂົາ ຄືເຈົ້າເຮັດຕໍ່ເຮົາ
ເຈົ້າທຸ່ມເທເພື່ອພວກເຂົາ ກໍເໝືອນເຮັດເພື່ອເຮົາ
ເຈົ້າເຮັດດີກັບເຂົາ ກໍຄືເຮັດຕໍ່ເຮົາ
ເມື່ອເຈົ້າເຮັດດີກັບເຂົາ ກໍຄືເຮັດໃຫ້ເຮົາ”
3. “ເຈົ້າໄດ້ພັກດີຕໍ່ເຮົາ ແລະເຮັດວຽກທີ່ສຳຄັນ
ຄືຮັບໃຊ້ກັບພີ່ນ້ອງ ຜູ້ທີ່ເຮົາໄດ້ເຈີມ”
ແລະກະສັດຈະເວົ້າກັບແກະທີ່ເບື້ອງຂວາມືວ່າ
“ເຊີນມາຮັບເອົາໂລກໃໝ່ແລະຊີວິດສົມບູນ”
(ທ່ອນຊ້ຳ)
“ເມື່ອເຈົ້າປອບໂຍນພວກເຂົາ ເຈົ້າກໍປອບໂຍນເຮົາ
ຖ້າເຈົ້າເຮັດດີຕໍ່ເຂົາ ຄືເຈົ້າເຮັດຕໍ່ເຮົາ
ເຈົ້າທຸ່ມເທເພື່ອພວກເຂົາ ກໍເໝືອນເຮັດເພື່ອເຮົາ
ເຈົ້າເຮັດດີກັບເຂົາ ກໍຄືເຮັດຕໍ່ເຮົາ
ເມື່ອເຈົ້າເຮັດດີກັບເຂົາ ກໍຄືເຮັດໃຫ້ເຮົາ”
(ເບິ່ງຕື່ມ ສຸພາ. 19:17; ມັດ. 10:40-42; 2 ຕີໂມ. 1:16, 17)