ເພງທີ 11
ສິ່ງທີ່ສ້າງສັນລະເສີນພະເຈົ້າ
(ຄຳເພງ 19)
1. ສິ່ງພະເຈົ້າສ້າງ ໃຫ້ຄຳສັນເສີນພະອົງ
ເດືອນດາວເທິງຟ້າ ເຊີດຊູພະເຈົ້າຍິ່ງໃຫຍ່
ບໍ່ມີຄຳເວົ້າ ແຕ່ເຮົາສາມາດເຂົ້າໃຈ
ແຜ່ນດິນກວ້າງໃຫຍ່ ໄດ້ຍິນສຽງນັ້ນຢ່າງດີ
ບໍ່ມີຄຳເວົ້າ ແຕ່ເຮົາສາມາດເຂົ້າໃຈ
ແຜ່ນດິນກວ້າງໃຫຍ່ ໄດ້ຍິນສຽງທີ່ປະກາດ
2. ຢຳເກງພະເຈົ້າ ຊ່ວຍໃຫ້ເຮົາມີປັນຍາ
ເຮົາຄວນຮັກສາ ຄຳເວົ້າແລະການກະທຳ
ຈະເປັນໄວໃດ ກົດໝາຍພະເຈົ້າຊີ້ນຳ
ມີຄ່າກວ່າຄຳ ລ້ຳຄ່າເໜືອກວ່າສິ່ງໃດ
ຈະເປັນໄວໃດ ກົດໝາຍພະເຈົ້າຊີ້ນຳ
ມີຄ່າກວ່າຄຳ ລ້ຳຄ່າເໜືອກວ່າທຸກສິ່ງ
3. ສຸກໃຈແທ້ແທ້ ທີ່ໄດ້ຮູ້ຈັກພະເຈົ້າ
ຊີວິດຍືນຍາວ ຖ້າເຮົາເຊື່ອຟັງພະອົງ
ເປັນກຽດສູງສົ່ງ ຕໍ່ຄົນທີ່ປະພຶດຕາມ
ໃຫ້ນາມພະອົງ ໄດ້ຄວາມນັບຖືສູງສຸດ
ເປັນກຽດສູງສົ່ງ ຕໍ່ຄົນທີ່ປະພຶດຕາມ
ໃຫ້ນາມພະອົງ ໄດ້ຄວາມນັບຖືທົ່ວໄປ
(ເບິ່ງຕື່ມ ເພງ. 12:6; 89:7; 144:3; ໂລມ 1:20)