ເພງທີ 6
ທ້ອງຟ້າປະກາດສະຫງ່າລາສີຂອງພະເຈົ້າ
(ຄຳເພງ 19)
1. ທ້ອງຟ້າປະກາດ ຊື່ສຽງຂອງພະເຢໂຫວາ
ເມື່ອເບິ່ງໄປເທິງທ້ອງຟ້າ ເຫັນຜົນງານຂອງພະອົງ
ແຕ່ເຊົ້າໄດ້ຍິນ ຄຳສັນເສີນທຸກທຸກວັນ
ຄ່ຳຄືນປະກາດພະລັງສ້າງສັນ ແລະຄວາມຮັກທີ່ຍິ່ງໃຫຍ່
2. ກົດໝາຍພະເຈົ້າ ຊ່ວຍຟື້ນຟູໃຈເຮົາຂຶ້ນໃໝ່
ບໍ່ວ່າຈະໃນໄວໃດ ພະອົງຊີ້ນຳຕັກເຕືອນ
ປົກຄອງຊື່ກົງ ແລະຖືກຕ້ອງຍຸຕິທຳ
ຄຳຂອງພະເຈົ້າບໍລິສຸດລ້ຳ ແລະຫວານເມື່ອເຮົາໄດ້ຊີມ
3. ຢ້ານຢຳພະເຈົ້າ ດີແທ້ຢັ້ງຢືນຢູ່ນິລັນ
ຄຳສັ່ງຂອງພະອົງນັ້ນ ມີຄ່າຍິ່ງກວ່າທອງຄຳ
ປົກປ້ອງຊີ້ນຳ ຄົນຂອງພະອົງທຸກວັນ
ກຽດແລະຊື່ສຽງໜ້າເຫຼື້ອມໃສນີ້ ເຮົາເຊີດຊູເຮົາພັກດີ
(ເບິ່ງຕື່ມ ເພງ. 111:9; 145:5; ຄຳປ. 4:11)