ບົດທີ 82
ພະເຢຊູສອນພວກລູກສິດໃຫ້ອະທິດຖານ
ພວກຟາຣີຊາຍເຮັດທຸກຢ່າງເພື່ອເຮັດໃຫ້ປະຊາຊົນປະທັບໃຈ. ເຂົາເຈົ້າມັກເຮັດດີອວດຄົນອື່ນແລະມັກອະທິດຖານຕາມບ່ອນສາທາລະນະເພື່ອໃຫ້ຄົນອື່ນເຫັນ. ເຂົາເຈົ້າມັກເລົ່າຄຳອະທິດຖານຍາວໆແລະເວົ້າຊ້ຳໄປຊ້ຳມາໃນບ່ອນປະຊຸມຂອງຄົນຢິວແລະຕາມແຈຫົນທາງເພາະຢາກໃຫ້ຄົນອື່ນໄດ້ຍິນ. ປະຊາຊົນຈຶ່ງຮູ້ສຶກແປກໃຈທີ່ພະເຢຊູສອນວ່າ: ‘ຢ່າອະທິດຖານຄືກັບພວກຟາຣີຊາຍ. ເຂົາເຈົ້າຄິດວ່າພະເຈົ້າມັກຟັງຄຳອະທິດຖານທີ່ຍາວໆ ແຕ່ຄວາມຈິງແລ້ວເພິ່ນບໍ່ມັກເລີຍ. ການອະທິດຖານແມ່ນການລົມກັບພະເຢໂຫວາເປັນສ່ວນໂຕ. ບໍ່ແມ່ນເລົ່າຄືບົດທ່ອງ. ພະເຢໂຫວາຢາກໃຫ້ເຈົ້າເວົ້າໃຫ້ເພິ່ນຟັງວ່າເຈົ້າຮູ້ສຶກແນວໃດແທ້ໆ.
ພວກເຈົ້າຄວນອະທິດຖານແບບນີ້: “ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ. ຂໍໃຫ້ພະອົງເລີ່ມປົກຄອງພວກເຮົາ ແລະຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.”’ ພະເຢຊູຍັງບອກປະຊາຊົນວ່າ ເຂົາເຈົ້າຄວນອະທິດຖານຂໍໃຫ້ມີອາຫານກິນແຕ່ລະມື້ ຂໍການຍົກໂທດ ແລະເລື່ອງສ່ວນໂຕອື່ນໆນຳ.
ພະເຢຊູບອກວ່າ: ‘ໃຫ້ອະທິດຖານຕໍ່ໆໄປແລະຂໍສິ່ງດີໆຈາກພະເຢໂຫວາຜູ້ເປັນພໍ່ ເພາະພໍ່ແມ່ທຸກຄົນຢາກໃຫ້ສິ່ງດີໆກັບລູກ. ຖ້າລູກຂໍເຂົ້າຈີ່ ເຈົ້າຊິເອົາກ້ອນຫີນໃຫ້ບໍ? ຫຼືຖ້າລູກຂໍປາ ເຈົ້າຊິເອົາງູພິດໃຫ້ບໍ?’
ຈາກນັ້ນ ພະເຢຊູກໍສະຫຼຸບເລື່ອງທັງໝົດວ່າ: ‘ຂະໜາດເຈົ້າຍັງຮູ້ຈັກເອົາແນວດີໆໃຫ້ລູກ ພະເຢໂຫວາພໍ່ໃນສະຫວັນກໍແຮ່ງຈະໃຫ້ພະລັງບໍລິສຸດກັບເຈົ້າບໍ່ແມ່ນບໍ. ເຈົ້າຕ້ອງຂໍຕໍ່ໆໄປ.’ ເຈົ້າເຮັດຕາມຄຳແນະນຳທີ່ພະເຢຊູບອກບໍ? ເຈົ້າອະທິດຖານເລື່ອງໃດແດ່?
“ໃຫ້ຂໍຕໍ່ໆໄປແລ້ວພວກເຈົ້າຈະໄດ້ຮັບ ໃຫ້ຊອກຕໍ່ໆໄປແລ້ວພວກເຈົ້າຈະເຫັນ ໃຫ້ເຄາະຕໍ່ໆໄປແລ້ວປະຕູຈະເປີດອອກ.”—ມັດທາຍ 7:7