ບົດທີ 58
ເມືອງເຢຣູຊາເລັມຖືກທຳລາຍ
ພວກຢູດາຖິ້ມພະເຢໂຫວາໄປນະມັດສະການພະເຈົ້າປອມເທື່ອແລ້ວເທື່ອອີກ ແລະພະເຢໂຫວາກໍໄດ້ພະຍາຍາມຊ່ວຍເຂົາເຈົ້າຢູ່ຫຼາຍປີໃຫ້ກັບມາຫາເພິ່ນ. ເພິ່ນໄດ້ສົ່ງຜູ້ພະຍາກອນຫຼາຍຄົນໄປເຕືອນເຂົາເຈົ້າ ແຕ່ເຂົາເຈົ້າກໍບໍ່ຟັງ ແຖມຍັງເຍາະເຍີ້ຍຜູ້ພະຍາກອນເຫຼົ່ານັ້ນອີກ. ພະເຢໂຫວາຈະເຮັດແນວໃດໃຫ້ຄົນຢູດາເຊົານະມັດສະການຮູບບູຊາ?
ເນບູກາດເນັດຊາກະສັດຂອງບາບີໂລນໄດ້ມາໂຈມຕີແລະຍຶດເມືອງຕ່າງໆໄດ້ບັກຫຼາຍໆ. ເມື່ອລາວຍຶດເມືອງເຢຣູຊາເລັມໄດ້ ລາວກໍຈັບກະສັດເຢໂຮຢາກິນ ພວກເຈົ້ານາຍ ພວກທະຫານທີ່ເກັ່ງໆ ແລະພວກຊ່າງສີໄມ້ລາຍມືໄປເປັນຊະເລີຍບາບີໂລນ. ລາວຍັງໄດ້ເອົາສິ່ງທີ່ມີຄ່າທັງໝົດທີ່ຢູ່ໃນວິຫານຂອງພະເຢໂຫວາໄປນຳ. ແລ້ວລາວກໍໄດ້ຕັ້ງເຊເດກີຢາໃຫ້ເປັນກະສັດປົກຄອງຢູດາ.
ຕອນທຳອິດເຊເດກີຢາກໍເຊື່ອຟັງເນບູກາດເນັດຊາ ແຕ່ຕໍ່ມາປະເທດທີ່ຢູ່ອ້ອມຂ້າງແລະຜູ້ພະຍາກອນປອມບອກເຊເດກີຢາໃຫ້ກະບົດຕໍ່ກະສັດບາບີໂລນ. ເຢເຣມີຢາເຕືອນລາວວ່າ: ‘ຖ້າທ່ານກະບົດ ປະຊາຊົນຈະຖືກຂ້າ ຈະມີຄວາມອຶດຢາກ ແລະຈະມີໂລກລະບາດໃນຢູດາ.’
ຫຼັງຈາກເຊເດກີຢາເປັນກະສັດໄດ້ 8 ປີ ລາວກໍກະບົດຕໍ່ກະສັດບາບີໂລນ. ລາວໄປຂໍໃຫ້ກອງທັບເອຢິບຊ່ວຍ. ເນບູກາດເນັດຊາຈຶ່ງສົ່ງກອງທັບຂອງລາວໄປຕໍ່ສູ້ເມືອງເຢຣູຊາເລັມແລະເຂົາເຈົ້າໄດ້ຕັ້ງຄ້າຍລ້ອມເມືອງໄວ້. ເຢເຣມີຢາບອກເຊເດກີຢາວ່າ: ‘ພະເຢໂຫວາບອກວ່າຖ້າທ່ານຍອມແພ້ກະສັດບາບີໂລນ ທ່ານກັບເມືອງນີ້ຈະລອດ ແຕ່ຖ້າທ່ານບໍ່ຍອມແພ້ ພວກບາບີໂລນຈະຈູດເມືອງເຢຣູຊາເລັມຖິ້ມແລະເຂົາເຈົ້າຈະຈັບທ່ານໄປເປັນນັກໂທດ.’ ເຊເດກີຢາຕອບວ່າ: ‘ຂ້ອຍຈະບໍ່ຍອມແພ້!’
ຜ່ານໄປ 1 ປີເຄິ່ງ ກອງທັບຂອງບາບີໂລນກໍພັງກຳແພງເມືອງເຢຣູຊາເລັມໄດ້ ເຂົາເຈົ້າໄດ້ຈູດເມືອງ ຈູດວິຫານ ຂ້າຄົນບັກຫຼາຍໆ ແລະຈັບຫຼາຍພັນຄົນໄປເປັນນັກໂທດ.
ເຊເດກີຢາໜີອອກຈາກເຢຣູຊາເລັມ ແຕ່ກອງທັບບາບີໂລນກໍໄລ່ນຳລາວໄປ. ແລ້ວເຂົາເຈົ້າກໍຈັບລາວໄດ້ຢູ່ໃກ້ເມືອງເຢຣິໂກແລະພາລາວໄປຫາເນບູກາດເນັດຊາ. ກະສັດບາບີໂລນໄດ້ບັງຄັບເຊເດກີຢາໃຫ້ເບິ່ງພວກລູກຊາຍຂອງລາວຖືກຂ້າ. ຈາກນັ້ນກໍເຮັດໃຫ້ລາວຕາບອດແລະຂັງລາວໄວ້ໃນຄຸກຈົນຕາຍ. ແຕ່ພະເຢໂຫວາສັນຍາກັບພວກຢູດາວ່າ: ‘ເມື່ອຄົບ 70 ປີ ເຮົາຈະພາພວກເຈົ້າກັບໄປເຢຣູຊາເລັມ.’
ແລ້ວພວກໄວລຸ້ນທີ່ຖືກຈັບໄປເປັນນັກໂທດຢູ່ບາບີໂລນຈະເປັນແນວໃດ? ເຂົາເຈົ້າຍັງຈະພັກດີຕໍ່ພະເຢໂຫວາບໍ?
“ພະເຢໂຫວາພະເຈົ້າຜູ້ມີລິດເດດສູງສຸດ ພະອົງຕັດສິນຢ່າງຖືກຕ້ອງແລະຍຸຕິທຳ.”—ພະນິມິດ 16:7