ຊ້າຍ: ພີ່ນ້ອງຄົນໜຶ່ງຖືກຈັບໃນຂະນະທີ່ກຳລັງປະກາດໃນເມືອງໄອໂຮເຟນ ປະເທດໂຮນລັງໃນປີ 1945 ຂວາ: ປະເທດຂອງເຈົ້າມີກົດໝາຍຄຸ້ມຄອງສິດທິໃນການປະກາດບໍ?
ຕອນ 4
ລາຊະອານາຈັກໄດ້ໄຊຊະນະ ຂ່າວດີໄດ້ຮັບການຄຸ້ມຄອງຕາມກົດໝາຍ
ຕອນທີ່ກຳລັງປະກາດຕາມບ້ານເຮືອນ ເຈົ້າໄດ້ຍິນສຽງຫວໍຂອງລົດຕຳຫຼວດດັງຢູ່ໄກໆ. ສຽງນັ້ນດັງຂຶ້ນເລື້ອຍໆ ໃນຂະນະທີ່ເຈົ້າເລີ່ມເວົ້າກັບເຈົ້າຂອງເຮືອນ ລົດຕຳຫຼວດກໍມຸ່ງໜ້າມາແລ້ວຈອດໃກ້ໆເຈົ້າ. ພີ່ນ້ອງທີ່ໄປກັບເຈົ້າຟ້າວຫຼຽວໄປເບິ່ງທັນທີ ຕຳຫຼວດອອກມາຈາກລົດແລ້ວຖາມວ່າ: “ພວກເຈົ້າສອງຄົນແມ່ນບໍທີ່ຍ່າງເຄາະປະຕູເຮືອນນັ້ນເຮືອນນີ້ເພື່ອເຜີຍແຜ່ສາສະໜາ? ມີຄົນໂທແຈ້ງພວກເຮົາ!” ເຈົ້າຕອບລາວຢ່າງສຸພາບວ່າເຈົ້າເປັນພະຍານພະເຢໂຫວາ. ຈາກນັ້ນເກີດຫຍັງຂຶ້ນ?
ເຈົ້າຈະຖືກຂໍ້ຫາຫຼືບໍ່ນັ້ນກໍຂຶ້ນກັບວ່າປະເທດຂອງເຈົ້າເຄີຍປະຕິບັດກັບພະຍານພະເຢໂຫວາແນວໃດໃນອະດີດ? ປະຊາຊົນມີເສລີພາບໃນການນັບຖືສາສະໜາບໍ? ຖ້າມີ ກໍຄົງຍ້ອນພີ່ນ້ອງຊາຍຍິງຄລິດສະຕຽນໄດ້ພະຍາຍາມຢ່າງໜັກຕະຫຼອດຫຼາຍປີທີ່ຜ່ານມາເພື່ອ “ປົກປ້ອງຂ່າວດີແລະພະຍາຍາມເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ.” (ຟີລິບ 1:7, ລ.ມ.) ແລະບໍ່ວ່າເຈົ້າຈະຢູ່ປະເທດໃດ ເຈົ້າກໍມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນໄດ້ເມື່ອອ່ານເລື່ອງກ່ຽວກັບໄຊຊະນະທາງກົດໝາຍຂອງພະຍານພະເຢໂຫວາ. ໃນຕອນ 4 ນີ້ ເຮົາຈະພິຈາລະນາລາຍງານບາງເລື່ອງທີ່ໜ້າປະທັບໃຈ ໄຊຊະນະຂອງເຮົາເປັນຫຼັກຖານທີ່ໜ້າຕື່ນເຕັ້ນເຊິ່ງພິສູດວ່າລາຊະອານາຈັກມີຢູ່ແທ້ ເພາະຕາມລຳພັງຕົວເຮົາເອງຄົງບໍ່ມີທາງເຮັດໄດ້ຂະໜາດນີ້!