ຊ້າຍ: ພີ່ນ້ອງຍິງທີ່ເປັນເຄາະພໍເທີປະກາດໃນເກົາຫຼີປີ 1931 ຂວາ: ການປະກາດໂດຍໃຊ້ພາສາມືໃນປັດຈຸບັນ
ຕອນ 2
ການປະກາດເລື່ອງລາຊະອານາຈັກ ການເຜີຍແຜ່ຂ່າວດີໄປທົ່ວໂລກ
ເຈົ້າຕື່ນແຕ່ເຊົ້າໃນມື້ພັກວຽກເພື່ອກຽມຕົວໄປປະກາດ ແຕ່ເຈົ້າກໍລັງເລເພາະຮູ້ສຶກເມື່ອຍ. ຖ້າເຊົ້າມື້ນີ້ໄດ້ພັກແດ່ຄືຊິດີຫຼາຍ! ແຕ່ເຈົ້າອະທິດຖານແລ້ວກໍອອກໄປປະກາດ. ເຈົ້າປະກາດຄູ່ກັບພີ່ນ້ອງຍິງສູງອາຍຸທີ່ຮັບໃຊ້ດ້ວຍຄວາມສັດຊື່ມາດົນ ເຈົ້າປະທັບໃຈຫຼາຍທີ່ເຫັນວ່າລາວເປັນຄົນໃຈດີແລະດຸໝັ່ນໃນການປະກາດ. ເມື່ອເຈົ້າບອກຄວາມຈິງກັບຜູ້ຄົນຕາມບ້ານເຮືອນໄປເລື້ອຍໆ ເຈົ້າກໍນຶກເຖິງພີ່ນ້ອງທົ່ວໂລກທີ່ກຳລັງບອກຂ່າວສານເລື່ອງດຽວກັນ ໃຊ້ປຶ້ມແບບດຽວກັນ ແລະໄດ້ຮັບການສອນແບບດຽວກັນ. ເມື່ອກັບມາຮອດເຮືອນ ເຈົ້າກໍຮູ້ສຶກສົດຊື່ນ ເຊົາເມື່ອຍ ຖ້າມື້ນີ້ບໍ່ໄດ້ໄປປະກາດຄົງເສຍດາຍແທ້ໆ!
ປັດຈຸບັນນີ້ ວຽກປະກາດທີ່ຄລິດສະຕຽນເຮັດເປັນວຽກຫຼັກຂອງລາຊະອານາຈັກ. ພະເຍຊູບອກລ່ວງໜ້າວ່າໃນສະໄໝສຸດທ້າຍ ວຽກນີ້ຈະມີຂອບເຂດທີ່ກວ້າງຂວາງຫຼາຍ. (ມັດ. 24:14) ຄຳພະຍາກອນນີ້ເກີດຂຶ້ນຈິງແນວໃດ? ໃນຕອນ 2 ເຮົາຈະໄດ້ຮຽນເລື່ອງຜູ້ປະກາດ ວິທີປະກາດ ແລະເຄື່ອງມືທີ່ສຳຄັນຕ່າງໆທີ່ຄລິດສະຕຽນໃຊ້ໃນວຽກປະກາດ ເຊິ່ງໄດ້ຊ່ວຍຫຼາຍລ້ານຄົນທົ່ວໂລກໃຫ້ເຫັນວ່າລາຊະອານາຈັກຂອງພະເຈົ້າມີຢູ່ແທ້.