ວິທີທີ່ຈະໄດ້ປະໂຫຍດຈາກຈຸນລະສານນີ້
ຈຸນລະສານນີ້ຈະຊ່ວຍທ່ານໃຫ້ເພີດເພີນໃນການຮຽນຄຳພີໄບເບິນພະຄຳຂອງພະເຈົ້າ. ຕອນທ້າຍຂອງແຕ່ລະວັກມີຂໍ້ພະຄຳພີທີ່ໃຫ້ຄຳຕອບສຳລັບຄຳຖາມເຊິ່ງເປັນຕົວໜັງສືເຂັ້ມ.
ໃນຂະນະທີ່ທ່ານອ່ານຂໍ້ຄຳພີໄບເບິນ ໃຫ້ຄົ້ນຄິດພິຈາລະນາວ່າຂໍ້ນັ້ນຕອບຄຳຖາມແນວໃດ. ພະຍານພະເຢໂຫວາທຸກຄົນຍິນດີຊ່ວຍທ່ານໃຫ້ເຂົ້າໃຈຄວາມໝາຍຂອງຂໍ້ພະຄຳພີເຫຼົ່ານັ້ນ.—ອ່ານລືກາ 24:32, 45
ໝາຍເຫດ: ໜັງສືເຫຼັ້ມຕ່າງໆທີ່ເວົ້າເຖິງໃນຈຸນລະສານນີ້ແມ່ນຈັດພິມໂດຍພະຍານພະເຢໂຫວາ.