ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1
  • ປົກ​ໃນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປົກ​ໃນ
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1

ປົກ​ໃນ

ເຖິງ​ໜຸ່ມ​ສາວ​ທີ່​ຮັກ

ພະ​ເຢໂຫວາ​ພະເຈົ້າ​ເຊິ່ງ​ເປັນ​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ຮັກ​ພວກ​ເຈົ້າ​ຫຼາຍ. ພະອົງ​ຕ້ອງການ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. ເຈົ້າ​ອາດ​ສົງໄສ​ວ່າ ‘ແຕ່​ເປັນ​ໄປ​ໄດ້​ແທ້ໆບໍ​ທີ່​ຈະ​ມີ​ຄວາມ​ສຸກ​ໃນ​ປັດຈຸບັນ​ນີ້?’ ນັ້ນ​ເປັນ​ຄຳ​ຖາມ​ທີ່​ດີ ເພາະ​ວ່າ​ເຮົາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຊີວິດ. ເບິ່ງ​ຄື​ວ່າ​ສິ່ງ​ທ້າທາຍ​ຕ່າງໆເກີດ​ຂຶ້ນ​ທຸກ​ມື້​ເຊິ່ງ​ສາມາດ​ປຸ້ນ​ເອົາ​ຄວາມ​ຍິນດີ​ຂອງ​ເຮົາ. ແຕ່​ພໍ່​ຜູ້​ປ່ຽມ​ດ້ວຍ​ຄວາມ​ຮັກ​ຈະ​ຊ່ວຍ​ພວກ​ເຮົາ! ພະ​ຄຳ​ຂອງ​ພະອົງ​ໃຫ້​ການ​ຊີ້​ນຳ​ທີ່​ເຮົາ​ຕ້ອງການ​ເພື່ອ​ຈະ​ເດີນ​ເຮືອ​ແຫ່ງ​ຊີວິດ​ໃນ​ທະເລ​ທີ່​ປັ່ນປ່ວນ. ເຖິງ​ແມ່ນ​ວ່າ​ຄຳພີ​ໄບເບິນ​ຂຽນ​ໄດ້​ດົນ​ນານ​ມາ​ແລ້ວ​ກໍ​ຕາມ ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຍັງ​ໃຊ້​ການ​ໄດ້​ໃນ​ທຸກ​ມື້​ນີ້​ເຊັ່ນ​ດຽວ​ກັບ​ທີ່​ຂຽນ​ຂຶ້ນ​ໃນ​ຕອນ​ທຳອິດ.—ຄຳເພງ 119:98, 99; 2 ຕີໂມເຕ 3:16, 17.

ພວກ​ເຮົາ​ຈັດ​ກຽມ​ປຶ້ມ​ຫົວ​ນີ້​ຍ້ອນ​ວ່າ​ພວກ​ເຮົາ​ຮັກ​ເຈົ້າ. ພວກ​ເຮົາ​ຕ້ອງການ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ໄດ້​ຮັບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ. ພວກ​ເຮົາ​ສະໜັບສະໜູນ​ເຈົ້າ​ບໍ່​ແມ່ນ​ພຽງ​ແຕ່​ໃຫ້​ອ່ານ​ຕັ້ງ​ແຕ່​ໜ້າ​ທຳອິດ​ຈົນ​ຮອດ​ໜ້າ​ສຸດ​ທ້າຍ​ເທົ່າ​ນັ້ນ ແຕ່​ໃຫ້​ເບິ່ງ​ຄືນ​ໃນ​ປຶ້ມ​ຫົວ​ນີ້​ສະເໝີ​ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ. ຈຸດ​ປະສົງ​ຢ່າງ​ໜຶ່ງ​ຂອງ​ປຶ້ມ​ຫົວ​ນີ້​ແມ່ນ​ສົ່ງເສີມ​ການ​ສື່​ຄວາມ​ທີ່​ດີ​ລະຫວ່າງ​ເຈົ້າ​ກັບ​ພໍ່​ແມ່. ພວກ​ເຮົາ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ເຈົ້າ​ແລະ​ພໍ່​ແມ່​ຈະ​ອ່ານ​ຫຼື​ແມ່ນ​ແຕ່​ສຶກສາ​ບາງ​ສ່ວນ​ນຳ​ກັນ. ໃຫ້​ສວຍ​ເອົາ​ປະໂຫຍດ​ຈາກ​ສະຕິ​ປັນຍາ​ແລະ​ປະສົບການ​ຂອງ​ພໍ່​ແມ່!

ຂໍ​ໃຫ້​ປະສົບ​ຜົນ​ສຳເລັດ

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌