ຄຳນຳ
ຄຳຕອບທີ່ໃຊ້ໄດ້ຜົນ!
‘ຂ້ອຍຈະສື່ຄວາມກັບພໍ່ແມ່ແນວໃດ?’ ‘ຂ້ອຍຈະມີໝູ່ໄດ້ແນວໃດ?’ ‘ມີຫຍັງຜິດກັບການມີເພດສຳພັນແບບຫຼິ້ນໆ?’ ‘ເປັນຫຍັງຂ້ອຍຈຶ່ງໂສກເສົ້າແທ້?’
ຖ້າເຈົ້າເຄີຍຖາມຕົວເອງກ່ຽວກັບຄຳຖາມແບບນີ້ ເຈົ້າບໍ່ໄດ້ເປັນຄົນດຽວ. ມັນຂຶ້ນກັບວ່າເຈົ້າຈະຫັນໄປຫາບ່ອນໃດເພື່ອຂໍການຊີ້ນຳ ເຈົ້າອາດໄດ້ຮັບຄຳຕອບທີ່ຂັດກັນ. ເພື່ອຊ່ວຍຄົນໜຸ່ມສາວໃຫ້ໄດ້ຮັບຄຳແນະນຳທີ່ໜັກແໜ້ນເຊິ່ງສາມາດໄວ້ວາງໃຈໄດ້ ວາລະສານຕື່ນເຖີດ! (ພາສາໄທ) ໄດ້ພິມຫົວເລື່ອງເປັນຊຸດທີ່ອີງໃສ່ຄຳພີໄບເບິນເປັນຫຼັກທີ່ຊື່ວ່າ “ໜຸ່ມສາວຖາມ...” ໃນປີ 1982. ຫຼາຍທົດສະວັດຕໍ່ມາ ຫຼາຍຄົນຍັງໄດ້ຮັບປະໂຫຍດແລະເພີດເພີນກັບຫົວຂໍ້ເຫຼົ່ານີ້. ແຕ່ລະຫົວເລື່ອງເປັນຜົນງານຂອງການຄົ້ນຄວ້າທີ່ກວ້າງຂວາງ. ທີ່ຈິງ ເພື່ອທີ່ຈະກຳນົດວ່າຄົນໜຸ່ມສາວຄິດແລະຮູ້ສຶກແນວໃດ ຜູ້ຂຽນຕື່ນເຖີດ! ໄດ້ເວົ້າລົມກັບໜຸ່ມສາວຫຼາຍຮ້ອຍຄົນຢູ່ຕະຫຼອດທົ່ວໂລກ! ແຕ່ທີ່ສຳຄັນຍິ່ງກວ່ານັ້ນ ຄຳແນະນຳທີ່ມີຢູ່ໃນ “ປຶ້ມໜຸ່ມສາວຖາມ” ອີງໃສ່ພະຄຳຂອງພະເຈົ້າ ຄຳພີໄບເບິນ.
ປຶ້ມນີ້ທຳອິດຖືກພິມເປັນພາສາອັງກິດໃນປີ 1989. ແຕ່ຕອນນີ້ບົດຕ່າງໆໄດ້ຮັບການປັບປຸງທັງໝົດເພື່ອໃຫ້ເຂົ້າກັບປະເດັນຕ່າງໆທີ່ກ່ຽວຂ້ອງກັບທຸກມື້ນີ້. ມີຫຼາຍກວ່າ 30 ບົດທີ່ໄດ້ຮັບການດັດແປງຈາກຫົວເລື່ອງທີ່ຊື່ວ່າ “ໜຸ່ມສາວຖາມ” ທີ່ຖືກພິມໃນລະຫວ່າງປີ 2004 ຫາ 2011.
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1 ຈະຊ່ວຍເຈົ້າກາຍເປັນຜູ້ໃຫຍ່ທີ່ມີຄວາມຮັບຜິດຊອບ. ເປັນຄວາມຫວັງຂອງພວກເຮົາທີ່ວ່າໃນຂະນະທີ່ນຳໃຊ້ຄຳແນະນຳທີ່ຢູ່ໃນປຶ້ມຫົວນີ້ ເຈົ້າຈະເຂົ້າຮ່ວມກັບຫຼາຍລ້ານຄົນທັງຄົນໜຸ່ມສາວແລະຜູ້ໃຫຍ່ “ເຊິ່ງໄດ້ຝຶກໃຊ້ວິຈາລະນະຍານເພື່ອຈະແຍກອອກວ່າອັນໃດຖືກອັນໃດຜິດ.”—ເຫບເລີ 5:14, ລ.ມ.
ຜູ້ຈັດພິມ