ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 20 ໜ້າ 23
  • ພະ​ເຍຊູ​ຄລິດ​ຖືກ​ປະຫານ​ຊີວິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ຄລິດ​ຖືກ​ປະຫານ​ຊີວິດ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ອາຫານ​ແລງ​ທີ່​ເປັນ​ອະນຸສອນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຍຊູ​ມີ​ຊີວິດ​ອີກ​ແລ້ວ!
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ອາຫານ​ແລງ​ຂອງ​ພະອົງ​ເຈົ້າ—ການ​ສະຫລອງ​ທີ່​ຖວາຍ​ກຽດ​ແກ່​ພະ​ເຢໂຫວາ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ການ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ​ກຸມ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເບິ່ງຕື່ມ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 20 ໜ້າ 23
ພະເຍຊູ

ໝວດ 20

ພະ​ເຍຊູ​ຄລິດ​ຖືກ​ປະຫານ​ຊີວິດ

ພະ​ເຍຊູ​ຈັດ​ຕັ້ງ​ການ​ສະຫຼອງ​ໃໝ່; ພະອົງ​ຖືກ​ທໍລະຍົດ​ແລະ​ຖືກ​ຕອກ​ໃສ່​ຫຼັກ

ຫຼັງ​ຈາກ​ສາມ​ປີ​ເຄິ່ງ​ຂອງ​ການ​ປະກາດ​ແລະ​ການ​ສັ່ງ​ສອນ ພະ​ເຍຊູ​ຮູ້​ວ່າ​ຊີວິດ​ຂອງ​ພະອົງ​ຢູ່​ແຜ່ນດິນ​ໂລກ​ໃກ້​ຈະ​ຈົບ​ສິ້ນ​ລົງ​ແລ້ວ. ພວກ​ຫົວ​ໜ້າ​ສາສະໜາ​ຊາວ​ຢິວ​ວາງ​ແຜນ​ຮ່ວມ​ກັນ​ເພື່ອ​ຂ້າ​ພະອົງ ແຕ່​ພວກ​ເຂົາ​ເຈົ້າ​ຢ້ານ​ເກີດ​ມີ​ການ​ປະ​ທ້ວງ​ໃນ​ທ່າມກາງ​ປະຊາຊົນ​ທີ່​ເຊື່ອ​ວ່າ​ພະອົງ​ເປັນ​ຜູ້​ພະຍາກອນ. ໃນ​ຂະນະ​ນັ້ນ ຊາຕານ​ໄດ້​ຊັກ​ນຳ​ຄົນ​ໜຶ່ງ​ໃນ​ຈຳນວນ​ອັກຄະສາວົກ 12 ຄົນ​ຂອງ​ພະ​ເຍຊູ ຜູ້​ນັ້ນ​ຄື​ຢູດາ​ອີດສະກາລີໂອດ​ເພື່ອ​ໃຫ້​ຫັກ​ຫຼັງ​ພະ​ເຍຊູ. ພວກ​ຫົວ​ໜ້າ​ສາສະໜາ​ສະເໜີ​ເງິນ 30 ຫຼຽນ​ໃຫ້​ແກ່​ຢູດາ​ເພື່ອ​ທໍລະຍົດ​ພະ​ເຍຊູ.

ໃນ​ຄືນ​ສຸດ​ທ້າຍ​ຂອງ​ພະອົງ ພະ​ເຍຊູ​ເຕົ້າ​ໂຮມ​ພວກ​ອັກຄະສາວົກ​ເພື່ອ​ສະຫຼອງ​ປັດສະຄາ. ພາຍ​ຫຼັງ​ທີ່​ບອກ​ໃຫ້​ຢູດາ​ອອກ​ໄປ​ແລ້ວ ພະອົງ​ໄດ້​ຕັ້ງ​ການ​ສະຫຼອງ​ໃໝ່​ຂຶ້ນ ນັ້ນ​ແມ່ນ​ການ​ສະຫຼອງ​ອາຫານ​ແລງ​ຂອງ​ພະອົງ​ເຈົ້າ. ພະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ ອະທິດຖານ ແລະ​ຍື່ນ​ເຂົ້າຈີ່​ໃຫ້​ອັກຄະສາວົກ​ທັງ 11 ຄົນ​ທີ່​ຍັງ​ເຫຼືອ​ຢູ່. ພະອົງ​ກ່າວ​ວ່າ “ອັນ​ນີ້​ເປັນ​ກາຍ​ຂອງ​ເຮົາ ອັນ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ທ່ານ​ທັງ​ຫຼາຍ. ທ່ານ​ທັງ​ຫຼາຍ​ຈົ່ງ​ກະທຳ​ການ​ນີ້​ເປັນ​ທີ່​ລະນຶກ​ຄຶດ​ຮອດ​ເຮົາ.” ພະອົງ​ເຮັດ​ແບບ​ດຽວ​ກັນ​ກັບ​ຈອກ​ເຫຼົ້າ​ແວງ ໂດຍ​ກ່າວ​ວ່າ “ຈອກ​ນີ້​ເປັນ​ຄຳ​ສັນຍາ​ໃໝ່​ໃນ​ເລືອດ​ຂອງ​ເຮົາ​ທີ່​ຖອກ​ອອກ​ສຳລັບ​ທ່ານ​ທັງ​ຫຼາຍ.”—ລືກາ 22:19, 20.

ພະ​ເຍຊູ​ມີ​ຫຼາຍ​ສິ່ງ​ທີ່​ຈະ​ເວົ້າ​ກັບ​ພວກ​ອັກຄະສາວົກ​ໃນ​ຄືນ​ນັ້ນ. ພະອົງ​ໄດ້​ໃຫ້​ຄຳ​ສັ່ງ​ໃໝ່​ຂໍ້​ໜຶ່ງ​ກັບ​ເຂົາ​ເຈົ້າ ນັ້ນ​ຄື​ເຂົາ​ເຈົ້າ​ຄວນ​ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນ​ແກ່​ຕົວ​ຕໍ່​ກັນ​ແລະ​ກັນ. ພະອົງ​ກ່າວ​ວ່າ “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.” (ໂຢຮັນ 13:34, 35) ພະອົງ​ກະຕຸ້ນ​ເຕືອນ​ເຂົາ​ເຈົ້າ​ວ່າ​ຢ່າ​ວຸ່ນວາຍ​ໃຈ​ຕໍ່​ເຫດການ​ເປັນ​ຕາ​ໂສກ​ເສົ້າ​ທີ່​ພວມ​ຈະ​ເກີດ​ຂຶ້ນ. ພະ​ເຍຊູ​ອະທິດຖານ​ຢ່າງ​ຈິງ​ຈັງ​ເພື່ອ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ພາ​ກັນ​ຮ້ອງ​ເພງ​ສັນລະເສີນ​ບົດ​ໜຶ່ງ​ແລະ​ອອກ​ໄປ​ສູ່​ສວນ​ເຄດເຊມາເນ​ນຳ​ກັນ​ໃນ​ຄືນ​ນັ້ນ.

ຢູ່​ໃນ​ສວນ​ເຄດເຊມາເນ ພະ​ເຍຊູ​ຄູ້​ເຂົ່າ​ລົງ​ແລະ​ອະທິດຖານ​ເຖິງ​ພະເຈົ້າ​ຢ່າງ​ຈິງ​ຈັງ. ບໍ່​ດົນ​ທະຫານ​ກຸ່ມ​ໜຶ່ງ​ພ້ອມ​ກັບ​ອາວຸດ ພວກ​ປະໂລຫິດ​ແລະ​ຄົນ​ອື່ນໆໄດ້​ມາ​ທີ່​ນັ້ນ​ເພື່ອ​ຈັບ​ພະອົງ. ຢູດາ​ເຂົ້າ​ໄປ​ແລະ​ຊີ້​ຕົວ​ພະ​ເຍຊູ​ໂດຍ​ການ​ຈູບ​ພະອົງ. ໃນ​ຂະນະ​ທີ່​ພວກ​ທະຫານ​ມັດ​ພະ​ເຍຊູ​ໄວ້ ພວກ​ອັກຄະສາວົກ​ກໍ​ພາ​ກັນ​ໜີ​ໄປ.

ເມື່ອ​ຢືນ​ຢູ່​ຕໍ່​ໜ້າ​ສານ​ສູງ​ຂອງ​ຊາວ​ຢິວ ພະ​ເຍຊູ​ລະບຸ​ຕົວ​ເອງ​ວ່າ​ເປັນ​ລູກ​ຊາຍ​ຂອງ​ພະເຈົ້າ. ສານ​ຖື​ວ່າ​ພະອົງ​ກະທຳ​ຜິດ​ໃນ​ສະຖານ​ໝິ່ນ​ປະໝາດ​ພະເຈົ້າ​ແລະ​ມີ​ຮັບ​ຜິດ​ຊອບ​ເຖິງ​ຕາຍ​ໄດ້. ຈາກ​ນັ້ນ​ພະ​ເຍຊູ​ຖືກ​ພາ​ໂຕ​ໄປ​ຫາ​ທ່ານ​ປົນເຊພີລາດ​ເຊິ່ງ​ເປັນ​ຜູ້​ວ່າ​ການ​ລັດ​ຈາກ​ໂລມ. ເຖິງ​ແມ່ນ​ວ່າ​ພີລາດ​ບໍ່​ພົບ​ຄວາມ​ຜິດ​ໃດໆໃນ​ພະ​ເຍຊູ ລາວ​ມອບ​ພະອົງ​ໃຫ້​ກັບ​ກຸ່ມ​ຄົນ​ທີ່​ຮ້ອງ​ໂວຍວາຍ​ຢາກ​ໃຫ້​ພະອົງ​ຕາຍ.

ພະ​ເຍຊູ​ຖືກ​ພາ​ໄປ​ໂຄລະໂຄທາ​ເຊິ່ງ​ເປັນ​ບ່ອນ​ທີ່​ພວກ​ທະຫານ​ໂລມ​ຕອກ​ພະອົງ​ໃສ່​ຫຼັກ. ມີ​ຄວາມ​ມືດ​ປົກ​ຄຸມ​ກາງເວັນ​ຢ່າງ​ອັດສະຈັນ. ຕໍ່​ມາ​ໃນ​ຕອນ​ສວາຍ​ຂອງ​ມື້​ນັ້ນ​ພະ​ເຍຊູ​ໄດ້​ສິ້ນ​ຊີວິດ ແລະ​ເກີດ​ແຜ່ນດິນ​ໄຫວ​ທີ່​ຮຸນແຮງ​ຫຼາຍ. ສົບ​ຂອງ​ພະອົງ​ຖືກ​ວາງ​ໄວ້​ໃນ​ຖ້ຳ​ຫີນ​ທີ່​ເຈາະ​ໄວ້​ມ້ຽນ​ສົບ. ມື້​ຕໍ່​ມາ​ພວກ​ປະໂລຫິດ​ໄດ້​ອັດ​ປາກ​ຖ້ຳ​ນັ້ນ​ແລະ​ສັ່ງ​ທະຫານ​ໃຫ້​ຍາມ​ທາງ​ເຂົ້າ. ພະ​ເຍຊູ​ຈະ​ຍັງ​ຢູ່​ໃນ​ຖ້ຳ​ນັ້ນ​ຕໍ່​ໄປ​ບໍ? ບໍ່. ການ​ອັດສະຈັນ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ພວມ​ຈະ​ເກີດ​ຂຶ້ນ.

—ຂໍ້​ມູນ​ມາ​ຈາກ​ມັດທາຍ​ບົດ 26 ແລະ 27; ມາລະໂກ​ບົດ 14 ແລະ 15; ລືກາ​ບົດ 22 ແລະ 23; ໂຢຮັນ​ບົດ 12 ຫາ 19.

  • ພະ​ເຍຊູ​ຕັ້ງ​ການ​ສະຫຼອງ​ໃໝ່​ອັນ​ໃດ?

  • ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ກ່ອນ​ພະ​ເຍຊູ​ຈະ​ເສຍ​ຊີວິດ?

ບົດບາດ​ສຳຄັນ​ຂອງ​ພະ​ເຍຊູ

ການ​ຕາຍ​ຂອງ​ພະ​ເຍຊູ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ສຳເລັດ. ເນື່ອງ​ຈາກ​ພະ​ເຍຊູ​ມາ​ເກີດ​ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ ພະອົງ​ຈຶ່ງ​ເກີດ​ເປັນ​ມະນຸດ​ທີ່​ສົມບູນ​ແບບ​ແລະ​ບໍ່​ຈຳເປັນ​ຕ້ອງ​ຕາຍ. ເຖິງ​ຢ່າງ​ນັ້ນ ພະອົງ​ມອບ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ມະນຸດ​ຈະ​ສາມາດ​ມີ​ໂອກາດ​ມີ​ຊີວິດ​ຕະຫຼອດ​ໄປ​ແລະ​ເພີດເພີນ​ກັບ​ຊີວິດ​ເຊິ່ງ​ການ​ບໍ່​ເຊື່ອ​ຟັງ​ຂອງ​ອາດາມ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ລາວ​ສູນ​ເສຍ​ສິ່ງ​ນັ້ນ​ໄປ.a—ມັດທາຍ 20:28; ລືກາ 1:34, 35; ໂຢຮັນ 3:16, 36; 2 ເປໂຕ 3:13.

a ສຳລັບ​ການ​ພິຈາລະນາ​ເລື່ອງ​ຄຸນຄ່າ​ການ​ຕາຍ​ຂອງ​ພະ​ເຍຊູ​ເພື່ອ​ເປັນ​ຄ່າໄຖ່ ຂໍ​ໃຫ້​ເບິ່ງ​ໜ້າ 47-56 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌