ຕອນ 4
ຄວາມກົດດັນໃນໂຮງຮຽນ
ເຈົ້າຮູ້ສຶກວ່າການສອບເສັງໃຫ້ຜ່ານໃນບາງວິຊາເປັນເລື່ອງຍາກບໍ?
□ ຍາກ
□ ບໍ່ຍາກ
ເຈົ້າເຄີຍຖືກຂົ່ມຂູ່ຫຼືຄຸກຄາມທາງເພດຢູ່ໂຮງຮຽນບໍ?
□ ເຄີຍ
□ ບໍ່ເຄີຍ
ບາງເທື່ອເຈົ້າຢາກເຮັດສິ່ງທີ່ບໍ່ເໝາະສົມຄືໝູ່ບໍ?
□ ຢາກ
□ ບໍ່ຢາກ
ເຈົ້າອາດຄິດວ່າ ‘ຖ້າຂ້ອຍສາມາດທົນຄວາມກົດດັນຢູ່ໂຮງຮຽນໄດ້ ຂ້ອຍກໍຈະທົນໄດ້ທຸກຢ່າງ!’ ເລື່ອງນີ້ເປັນຄວາມຈິງ ຍ້ອນຢູ່ໂຮງຮຽນເປັນຄືດ່ານທົດສອບຄວາມເຂັ້ມແຂງທັງດ້ານຈິດໃຈ ອາລົມ ແລະຄວາມເຊື່ອຂອງເຈົ້າ. ດັ່ງນັ້ນ ເຈົ້າຈະໄດ້ຮັບສິ່ງດີໆຈາກໂຮງຮຽນໂດຍບໍ່ໃຫ້ໝູ່ມີອິດທິພົນ ຕໍ່ເຈົ້າໄດ້ແນວໃດ? ບົດທີ 13-17 ຈະຊ່ວຍໃຫ້ເຈົ້າໄດ້ຮັບທັກສະທີ່ເຈົ້າຕ້ອງມີ.
[ຮູບພາບເຕັມໜ້າ 112, 113]