ຄຳນຳ
ເຈົ້າຮູ້ສຶກກັງວົນບໍຕອນທີ່ລາຄາເຄື່ອງແພງຂຶ້ນ? ເຈົ້າຕ້ອງເຮັດວຽກເສີມຫຼືເຮັດວຽກລ່ວງເວລາເພື່ອຈະມີເງິນພໍໃຊ້ບໍ? ແຕ່ເມື່ອເຮັດວຽກຫຼາຍຂຶ້ນກໍພັດບໍ່ມີເວລາໃຫ້ຄົນທີ່ຮັກແມ່ນບໍ? ຖ້າແມ່ນ ບົດຄວາມຕ່າງໆໃນປຶ້ມຕື່ນເຖີດ! ສະບັບນີ້ຈະຊ່ວຍເຈົ້າໄດ້. ແຕ່ລະບົດຄວາມມີຄຳແນະນຳທີ່ໃຊ້ໄດ້ແທ້ເຊິ່ງຈະຊ່ວຍເຈົ້າໃຫ້ມີຄວາມສຸກຫຼາຍຂຶ້ນແລະຊ່ວຍຫຼຸດຄວາມເຄັ່ງຕຶງ.ໃນບົດຄວາມສຸດທ້າຍຈະເວົ້າເຖິງຄວາມຫວັງກ່ຽວກັບອະນາຄົດທີ່ດີຂຶ້ນ ແລະຄວາມຫວັງນັ້ນຈະໃຫ້ກຳລັງໃຈເຈົ້າຕັ້ງແຕ່ຕອນນີ້.