ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈລ-1110 ໜ້າ 21-23
  • ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?
  • ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ເລື່ອງທີ່ຄ້າຍກັນ
  • ຄຳຖາມ​ທີ່​ພໍ່​ແມ່​ຖາມ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ລູກຈະຮູ້ຈັກພໍ່ແມ່ໃຫ້ຫຼາຍຂຶ້ນໄດ້ແນວໃດ?
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ຕົວຢ່າງຂອງຄອບຄົວທີ່ປະສົບຄວາມສຳເລັດ—ຕອນທີ 1
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ຈົ່ງ​ຊ່ວຍ​ລູກ​ໄວຮຸ່ນ​ໃຫ້​ວັດ​ທະ​ນະ​ຂຶ້ນ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເບິ່ງຕື່ມ
ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
ຈລ-1110 ໜ້າ 21-23

ພໍ່​ແມ່​ບາງ​ຄົນ​ເວົ້າ​ແນວ​ໃດ?

ເມື່ອ​ລູກ​ເປັນ​ໄວຮຸ່ນ ພໍ່​ແມ່​ຫຼາຍ​ຄົນ​ປະສົບ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ​ທີ່​ບໍ່​ເຄີຍ​ພົບ​ມາ​ກ່ອນ. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ໄລຍະ​ນີ້​ຂອງ​ຊີວິດ ເຊິ່ງ​ອາດ​ເຮັດ​ໃຫ້​ທັງ​ລູກ​ແລະ​ພໍ່​ແມ່​ສັບສົນ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ພໍ່​ແມ່​ບາງ​ຄົນ​ຈາກ​ທົ່ວ​ໂລກ​ໄດ້​ເວົ້າ.

ການ​ປ່ຽນ​ແປງ

“ເມື່ອ​ຍັງ​ນ້ອຍ ລູກ​ຈະ​ເຊື່ອ​ຟັງ​ໂດຍ​ບໍ່​ສົງໄສ​ຫຍັງ​ເລີຍ. ແຕ່​ເມື່ອ​ເປັນ​ໄວຮຸ່ນ ເບິ່ງ​ຄື​ວ່າ​ລູກ​ບໍ່​ເຊື່ອ​ໝັ້ນ​ໃນ​ສິ່ງ​ທີ່​ຂ້ອຍ​ເວົ້າ. ລູກ​ສົງໄສ​ທັງ​ໃນ​ສິ່ງ​ທີ່​ຂ້ອຍ​ເວົ້າ​ແລະ​ວິທີ​ທີ່​ຂ້ອຍ​ເວົ້າ.”—ທ. ແຟັຣງ ຈາກ​ປະເທດ​ການາດາ.

“ລູກ​ຊາຍ​ຂອງ​ຂ້ອຍ​ບໍ່​ເວົ້າ​ຫຼາຍ​ຄື​ແຕ່​ກ່ອນ. ຂ້ອຍ​ຕ້ອງ​ຖາມ​ວ່າ​ລູກ​ຄຶດ​ຫຍັງ​ຢູ່​ແທນ​ທີ່​ຈະ​ຖ້າ​ໃຫ້​ລູກ​ບອກ. ຂ້ອຍ​ຖາມ​ຫຍັງ​ລູກ​ກໍ​ບໍ່​ມັກ​ຕອບ ແລະ​ຕ້ອງ​ຖ້າ​ບຶດ​ໜຶ່ງ​ລູກ​ຈຶ່ງ​ຕອບ.”—ທ. ຟຣານຊິດສ ຈາກ​ປະເທດ​ອົດສະຕຣາລີ.

“ຄວາມ​ອົດ​ທົນ​ເປັນ​ສິ່ງ​ສຳຄັນ​ຫຼາຍ. ບາງ​ຄັ້ງ​ເຮົາ​ຢາກ​ຮ້າຍ​ລູກ​ຍ້ອນ​ຄວາມ​ໃຈ​ຮ້າຍ ແຕ່​ການ​ສະຫງົບ​ໃຈ​ແລະ​ຄ່ອຍໆເວົ້າ​ກັບ​ລູກ​ຈະ​ແກ້​ບັນຫາ​ໄດ້​ດີ​ກວ່າ​ສະເໝີ.”—ນ. ເຟລິເຊຍ ຈາກ​ປະເທດ​ສະຫະລັດ​ອາເມຣິກາ.

ການ​ເວົ້າ​ລົມ​ກັນ

“ບາງ​ຄັ້ງ​ລູກ​ສາວ​ໄວຮຸ່ນ​ຈະ​ຖຽງ​ເພື່ອ​ປົກ​ປ້ອງ​ຕົວ​ເອງ ແລະ​ລູກ​ຄຶດ​ວ່າ​ຂ້ອຍ​ມັກ​ຕຳໜິ​ລາວ. ຂ້ອຍ​ເນັ້ນ​ໃຫ້​ລູກ​ຮູ້​ວ່າ​ຂ້ອຍ​ຮັກ​ລາວ ແລະ​ພວກ​ເຮົາ​ຢູ່​ຝ່າຍ​ດຽວ​ກັນ ແລະ​ຂ້ອຍ​ສະໜັບສະໜູນ​ລາວ.”—ນ. ລິ​ຊາ ຈາກ​ປະເທດ​ສະຫະລັດ​ອາເມຣິກາ.

“ເມື່ອ​ຍັງ​ນ້ອຍ ລູກ​ຈະ​ບອກ​ຂ້ອຍ​ທຸກ​ສິ່ງ​ທຸກ​ຢ່າງ ຈຶ່ງ​ຮູ້​ໄດ້​ເລີຍ​ວ່າ​ລູກ​ຄຶດ​ຫຍັງ​ຢູ່. ຕອນ​ນີ້​ຂ້ອຍ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລູກ​ແລະ​ໃຫ້​ກຽດ​ເຂົາ​ເຈົ້າ. ນີ້​ເປັນ​ວິທີ​ດຽວ​ທີ່​ລູກ​ຈະ​ບອກ​ຄວາມ​ໃນ​ໃຈ​ໃຫ້​ຂ້ອຍ​ຟັງ.”—ນ. ນັນ​ຮິ ຈາກ​ປະເທດ​ເກົາ​ຫຼີ.

“ສຳລັບ​ໄວຮຸ່ນ ການ​ຫ້າມ​ບໍ່​ໃຫ້​ເຮັດ​ນັ້ນ​ຍັງ​ບໍ່​ພໍ ແຕ່​ຕ້ອງ​ຫາ​ເຫດຜົນ​ແລະ​ລົມ​ກັນ​ຈົນ​ເຂົ້າ​ໃຈ. ເພື່ອ​ຈະ​ໃຫ້​ລູກ​ເວົ້າ​ອອກ​ມາ ເຮົາ​ຕ້ອງ​ເຕັມ​ໃຈ​ຟັງ​ສິ່ງ​ທີ່​ລູກ​ຈະ​ເວົ້າ ລວມ​ທັງ​ສິ່ງ​ທີ່​ເຮົາ​ອາດ​ບໍ່​ຢາກ​ໄດ້​ຍິນ.”—ນ. ດາ​ລິ​ລາ ຈາກ​ປະເທດ​ເບຣຊີນ.

“ຖ້າ​ຂ້ອຍ​ຕ້ອງ​ແກ້ໄຂ​ຕັກ​ເຕືອນ​ລູກ ຂ້ອຍ​ຈະ​ບໍ່​ເຮັດ​ຕໍ່​ໜ້າ​ຄົນ​ອື່ນ.”—ນ. ເອັດ​ນາ ຈາກ​ປະເທດ​ນີເຊເຣຍ.

“ບາງ​ຄັ້ງ​ເມື່ອ​ກຳລັງ​ລົມ​ກັບ​ລູກ​ຊາຍ ກໍ​ມີ​ວຽກ​ອື່ນ​ໃນ​ເຮືອນ​ເຂົ້າ​ມາ​ຂັດ​ຈັງຫວະ​ແລະ​ຂ້ອຍ​ຈຶ່ງ​ບໍ່​ໄດ້​ຕັ້ງ​ໃຈ​ຟັງ. ລູກ​ຮູ້​ວ່າ​ຂ້ອຍ​ບໍ່​ໄດ້​ຟັງ ແລະ​ຂ້ອຍ​ຄຶດ​ວ່າ​ນັ້ນ​ເປັນ​ເຫດ​ຜົນ​ໜຶ່ງ​ທີ່​ລູກ​ບໍ່​ເວົ້າ​ລົມ​ກັບ​ຂ້ອຍ​ຫຼາຍ. ຂ້ອຍ​ຕ້ອງ​ພະຍາຍາມ​ຟັງ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ລົມ​ກັນ​ເພື່ອ​ລູກ​ຈະ​ເປີດ​ເຜີຍ​ຄວາມ​ຮູ້ສຶກ​ຂອງ​ລາວ​ຕໍ່ໆໄປ.”—ນ. ມິຣິອາມ ຈາກ​ປະເທດ​ເມັກຊິກ.

ການ​ມີ​ອິດ​ສະ​ຫຼະ

“ຂ້ອຍ​ເຄີຍ​ກັງ​ວັນ​ເລື່ອງ​ການ​ໃຫ້​ອິດ​ສະ​ຫຼະ​ກັບ​ລູກ​ທີ່​ເປັນ​ໄວຮຸ່ນ ແລະ​ນັ້ນ​ຄົງ​ຈະ​ເປັນ​ຕົ້ນ​ເຫດ​ຂອງ​ການ​ຂັດ​ແຍ່ງ​ກັນ​ໃນ​ບາງ​ຄັ້ງ. ຂ້ອຍ​ລົມ​ເລື່ອງ​ນີ້​ກັບ​ລູກ​ແບບ​ກົງ​ໄປ​ກົງ​ມາ. ຂ້ອຍ​ບອກ​ເຫດຜົນ​ທີ່​ເປັນ​ຫ່ວງ ຈາກ​ນັ້ນ​ລູກ​ກໍ​ບອກ​ເຫດຜົນ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ອິດສະຫຼະ​ຫຼາຍ​ຂຶ້ນ. ເຮົາ​ສາມາດ​ຕົກ​ລົງ​ກັນ​ໄດ້ ຄື​ໃຫ້​ລູກ​ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ແຕ່​ຕ້ອງ​ຢູ່​ໃນ​ຂອບ​ເຂດ​ທີ່​ກຳນົດ​ໄວ້.”—ທ. ເອັດ​ວິນ ຈາກ​ປະເທດ​ການາ.

“ລູກ​ຊາຍ​ຢາກ​ໄດ້​ລົດ​ຈັກ ແຕ່​ຂ້ອຍ​ບໍ່​ເຫັນ​ດີ​ນຳ. ຂ້ອຍ​ຮ້າຍ​ລູກ​ແລະ​ເວົ້າ​ເຖິງ​ແຕ່​ຈຸດ​ບໍ່​ດີ​ຂອງ​ລົດ​ຈັກ​ໂດຍ​ບໍ່​ໃຫ້​ລູກ​ມີ​ໂອກາດ​ອະທິບາຍ. ນັ້ນ​ເຮັດ​ໃຫ້​ລູກ​ຄຽດ​ແລະ​ຕັ້ງ​ໃຈ​ທີ່​ຈະ​ຊື້​ລົດ​ຈັກ​ໃຫ້​ໄດ້! ຂ້ອຍ​ຈຶ່ງ​ລອງ​ໃຊ້​ວິທີ​ໃໝ່. ຂ້ອຍ​ຂໍ​ໃຫ້​ລູກ​ໄປ​ຄົ້ນ​ຄວ້າ​ຢ່າງ​ລະອຽດ​ໃນ​ເລື່ອງ​ອັນຕະລາຍ ຄ່າ​ໃຊ້​ຈ່າຍ ຂໍ້​ຮຽກ​ຮ້ອງ​ໃນ​ການ​ເຮັດ​ໃບ​ຂັບ​ຂີ່​ແລະ​ຕໍ່​ໃບ​ຂັບ​ຂີ່. ຂ້ອຍ​ບອກ​ລູກ​ໃຫ້​ໄປ​ຂໍ​ຄຳ​ແນະນຳ​ຈາກ​ຄລິດສະຕຽນ​ທີ່​ອາວຸໂສ​ໃນ​ປະຊາຄົມ. ຂ້ອຍ​ສຳນຶກ​ວ່າ​ແທນ​ທີ່​ຈະ​ບັງຄັບ​ລູກ ຈະ​ດີ​ກວ່າ​ຖ້າ​ໃຫ້​ລູກ​ບອກ​ໃນ​ສິ່ງ​ທີ່​ລູກ​ຕ້ອງການ. ໂດຍ​ວິທີ​ນີ້​ຂ້ອຍ​ສາມາດ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລູກ​ໄດ້.”—ນ. ຫາຍຢັງ ຈາກ​ປະເທດ​ເກົາ​ຫຼີ.

“ເຮົາ​ຕັ້ງ​ຂໍ້​ຈຳກັດ ແຕ່​ກໍ​ໃຫ້​ອິດ​ສະ​ຫຼະ​ລູກ​ເທື່ອ​ລະ​ເລັກ​ລະ​ໜ້ອຍ ເມື່ອ​ລູກ​ປະພຶດ​ດີ​ຂຶ້ນ​ກໍ​ຈະ​ໄດ້​ອິດສະຫຼະ​ຫຼາຍ​ຂຶ້ນ. ເຮົາ​ໃຫ້​ລູກ​ພິສູດ​ຕົວ​ວ່າ​ສົມຄວນ​ທີ່​ຈະ​ໄດ້​ອິດສະຫຼະ​ຫຼາຍ​ຂຶ້ນ ແລະ​ກໍ​ບອກ​ໃຫ້​ລູກ​ຮູ້​ວ່າ​ເຮົາ​ຢາກ​ໃຫ້​ລູກ​ໄດ້​ສິ່ງ​ນັ້ນ ແຕ່​ຖ້າ​ລູກ​ໃຊ້​ມັນ​ໃນ​ທາງ​ທີ່​ຜິດ​ກໍ​ຕ້ອງ​ໄດ້​ຮັບ​ຜົນ.”—ນ. ໂດໂຣຕີ ຈາກ​ປະເທດ​ຝຣັ່ງ.

“ຂ້ອຍ​ບໍ່​ເຄີຍ​ຜ່ອນຜັນ​ກົດ​ທີ່​ວາງ​ໄວ້. ແຕ່​ຖ້າ​ລູກ​ເຊື່ອ​ຟັງ ຂ້ອຍ​ກໍ​ຈະ​ຍອມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃຫ້​ລູກ. ຕົວຢ່າງ​ເຊັ່ນ ໃນ​ບາງ​ໂອກາດ​ຂ້ອຍ​ຈະ​ອະນຸຍາດ​ໃຫ້​ລູກ​ເມືອ​ເຮືອນ​ເດິກ​ໄດ້. ແຕ່​ຖ້າ​ຫຼາຍ​ເທື່ອ​ລູກ​ບໍ່​ເມືອ​ເຮືອນ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ລູກ​ກໍ​ຈະ​ຖືກ​ລົງໂທດ.”—ທ. ອີນຢວນ ຈາກ​ປະເທດ​ເກົາ​ຫຼີ.

“ແຮ່ງ​ລູກ​ຈ້າງ​ເຊື່ອ​ຟັງ​ແລະ​ຮັບ​ຜິດ​ຊອບ​ຫຼາຍ​ເທົ່າ​ໃດ ນາຍ​ຈ້າງ​ກໍ​ແຮ່ງ​ຈະ​ໃຫ້​ຄວາມ​ເຊື່ອ​ຖື​ຫຼາຍ​ເທົ່າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ ລູກ​ຊາຍ​ຮູ້​ວ່າ​ຖ້າ​ເຊື່ອ​ຟັງ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ຂໍ້​ກຳນົດ​ທີ່​ເຮົາ​ຕັ້ງ​ໄວ້ ລາວ​ກໍ​ຈະ​ໄດ້​ອິດສະຫຼະ​ຫຼາຍ​ຂຶ້ນ​ເລື້ອຍໆ. ເຊັ່ນ​ດຽວ​ກັບ​ລູກ​ຈ້າງ​ທີ່​ຖືກ​ລົງໂທດ​ຍ້ອນ​ຂາດ​ຄວາມ​ຮັບ​ຜິດ​ຊອບ ລູກ​ກໍ​ຮູ້​ວ່າ​ອາດ​ສູນ​ເສຍ​ອິດ​ສະ​ຫຼະ​ຍ້ອນ​ຂາດ​ຄວາມ​ຮັບ​ຜິດ​ຊອບ.”—ທ. ຣາມອນ ຈາກ​ປະເທດ​ເມັກຊິກ.

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 22]

“ຈົ່ງ​ເຝິກ​ຫັດ​ເດັກ​ນ້ອຍ​ຕາມ​ລະບຽບ​ຮີດຄອງ​ແຫ່ງ​ຕົນ ແລະ​ເມື່ອ​ເຖິງ​ເຖົ້າ​ແລ້ວ​ເພິ່ນ​ຈະ​ບໍ່​ເວັ້ນ​ໜີ​ຈາກ​ຮີດຄອງ​ນັ້ນ.”—ສຸພາສິດ 22:6

[ຮູບ​ພາບ​ໜ້າ 23]

ປະສົບການ​ຂອງ​ຄອບຄົວ

“ການ​ລ້ຽງ​ດູ​ລູກ​ໄວຮຸ່ນ​ເປັນ​ປະສົບການ​ທີ່​ດີ​ຫຼາຍ”

ທ້າວ ໂຈເຊບ: ລູກ​ສາວ​ຜູ້​ທີ​ໜຶ່ງ​ແລະ​ຜູ້​ທີ​ສອງ​ເປັນ​ໄວຮຸ່ນ ແລະ​ຂ້ອຍ​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຟັງ​ແລະ​ຍອມ​ຮັບ​ຄວາມ​ຄິດ​ເຫັນ​ຂອງ​ລູກ. ການ​ຍອມ​ຮັບ​ຂໍ້​ຜິດ​ພາດ​ຂອງ​ຕົວ​ເອງ ແລະ​ສະແດງ​ຄວາມ​ນັບຖື​ເມື່ອ​ເວົ້າ​ກັບ​ລູກ​ຊ່ວຍ​ໃຫ້​ມີ​ການ​ເວົ້າ​ລົມ​ກັນ​ຢູ່​ສະເໝີ. ສະຫຼຸບ​ແລ້ວ ຂ້ອຍ​ຮູ້ສຶກ​ວ່າ​ການ​ລ້ຽງ​ດູ​ລູກ​ໄວຮຸ່ນ​ເປັນ​ປະສົບການ​ທີ່​ດີ​ຫຼາຍ​ເນື່ອງ​ຈາກ​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ.

ນາງ ລິ​ຊາ: ຂ້ອຍ​ສັງເກດ​ເຫັນ​ວ່າ​ເມື່ອ​ລູກ​ສາວ​ກົກ​ເປັນ​ໄວຮຸ່ນ ລາວ​ຢາກ​ໃຫ້​ແມ່​ສົນ​ໃຈ​ລາວ​ຫຼາຍ​ຂຶ້ນ. ຂ້ອຍ​ຈື່​ໄດ້​ວ່າ​ຕ້ອງ​ໃຊ້​ເວລາ​ຫຼາຍ​ໃນ​ການ​ຟັງ ການ​ລົມ​ກັນ ແລະ​ໃຫ້​ກຳລັງ​ໃຈ​ລູກ. ຂ້ອຍ​ກັບ​ຜົວ​ບອກ​ໃຫ້​ລູກ​ຮູ້​ວ່າ​ມີ​ຫຍັງ​ກໍ​ໃຫ້​ເວົ້າ​ກັບ​ພໍ່​ແມ່​ໂລດ ແລະ​ເຮົາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລູກ. ຂ້ອຍ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ດີ​ໃນ​ຢາໂກໂບ 1:19 ທີ່​ບອກ​ວ່າ “ໃຫ້​ຄົນ​ທຸກ​ຄົນ​ວ່ອງໄວໆຈະ​ຟັງ ໃຫ້​ຊ້າໆຈະ​ເວົ້າ.”

ນາງ ວິກຕໍເລຍ: ແມ່​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ຂ້ອຍ. ຂ້ອຍ​ບໍ່​ເຄີຍ​ເຫັນ​ຜູ້​ໃດ​ທີ່​ອ່ອນ​ຫວານ​ແລະ​ຫ່ວງໃຍ​ຄົນ​ອື່ນ​ຫຼາຍ​ສ່ຳ​ແມ່ ແລະ​ແມ່​ຈະ​ເປັນ​ແບບ​ນັ້ນ​ກັບ​ໝົດ​ທຸກ​ຄົນ. ແມ່​ເປັນ​ຄົນ​ທີ່​ຈິງ​ໃຈ​ທີ່​ສຸດ ແລະ​ຂ້ອຍ​ດີ​ໃຈ​ທີ່​ມີ​ແມ່​ແບບ​ນີ້.

ນາງ ໂອລິເວຍ: ພໍ່​ຂອງ​ຂ້ອຍ​ຫ່ວງໃຍ​ຄົນ​ອື່ນ​ແລະ​ໃຈ​ກວ້າງ. ພໍ່​ຍິນດີ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ສະເໝີ​ທາງ​ດ້ານ​ວັດຖຸ ເຖິງ​ວ່າ​ເຮົາ​ເອງ​ຈະ​ບໍ່​ມີ​ຫຼາຍ. ບາງ​ຄັ້ງ​ພໍ່​ເປັນ​ຄົນ​ທີ່​ຈິງ​ຈັງ ແຕ່​ບາງ​ຄັ້ງ​ກໍ​ເປັນ​ຄົນ​ມ່ວນ​ຊື່ນ​ແທ້ໆ. ພໍ່​ເປັນ​ພໍ່​ທີ່​ດີ​ເລີດ ແລະ​ຂ້ອຍ​ກໍ​ດີ​ໃຈ​ທີ່​ມີ​ພໍ່​ແບບ​ນີ້!

ເຮົາ​ບໍ່​ມີ​ເວລາ​ທີ່​ຈະ​ເບື່ອ​ເລີຍ!”

ທ້າວ ຊັນນີ: ຖ້າ​ລູກ​ມີ​ບັນຫາ ເຮົາ​ຈະ​ນັ່ງ​ລົມ​ກັນ​ເປັນ​ຄອບຄົວ. ເຮົາ​ບໍ່​ມີ​ເລື່ອງ​ຫຍັງ​ປິດ​ບັງ​ກັນ ແລະ​ເຮົາ​ຕັດສິນ​ໃຈ​ໂດຍ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ຂ້ອຍ​ກັບ​ເມຍ​ພະຍາຍາມ​ໃຫ້​ລູກ​ຄົບຫາ​ກັບ​ຄົນ​ທີ່​ມີ​ນິດໄສ​ດີ​ເຊິ່ງ​ມີ​ຄວາມ​ຄຶດ​ເປັນ​ຜູ້​ໃຫຍ່. ໝູ່​ຂອງ​ເຮົາ​ກໍ​ເປັນ​ໝູ່​ຂອງ​ລູກ ແລະ​ໝູ່​ຂອງ​ລູກ​ກໍ​ເປັນ​ໝູ່​ຂອງ​ເຮົາ​ຄື​ກັນ.

ນາງ ອິເນສ: ເຮົາ​ບໍ່​ຢູ່​ລ້າໆ ແລະ​ເຮົາ​ເຮັດ​ສິ່ງ​ຕ່າງໆນຳ​ກັນ​ເປັນ​ຄອບຄົວ. ເນື່ອງ​ຈາກ​ເປັນ​ພະຍານ​ພະ​ເຢ ໂຫວາ ເຮົາ​ມີ​ວຽກ​ປະກາດ ສຶກສາ​ຄຳພີ​ໄບເບິນ​ສ່ວນ​ຕົວ ແລະ​ສຶກສາ​ປະຈຳ​ຄອບຄົວ ແລະ​ຍັງ​ມີ​ວຽກ​ອາສາ​ສະໝັກ​ເຊັ່ນ ວຽກ​ບັນເທົາ​ທຸກ​ແລະ​ການ​ສ້າງ​ຫໍ​ປະຊຸມ. ເຮົາ​ຍັງ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ພໍ​ດີ​ກັບ​ການ​ພັກຜ່ອນ. ເຮົາ​ບໍ່​ມີ​ເວລາ​ທີ່​ຈະ​ເບື່ອ​ເລີຍ!

ນາງ ເຄວຊີ: ພໍ່​ເປັນ​ຜູ້​ຟັງ​ທີ່​ດີ ແລະ​ປຶກສາ​ກັບ​ຄອບຄົວ​ສະເໝີ​ກ່ອນ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ. ແມ່​ພ້ອມ​ທີ່​ຈະ​ຊ່ວຍ​ແລະ​ຟັງ​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້ອຍ​ຕ້ອງການ​ເພິ່ນ.

ນາງ ສະແມນທາ: ແມ່​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ເປັນ​ຄົນ​ພິເສດ ຄົນ​ສຳຄັນ ແລະ​ເປັນ​ຄົນ​ທີ່​ແມ່​ຮັກ​ຫຼາຍ ແຕ່​ບາງ​ຄັ້ງ​ແມ່​ກໍ​ບໍ່​ຮູ້​ດອກ​ວ່າ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ແບບ​ນັ້ນ. ແມ່​ຫ່ວງໃຍ​ແລະ​ພ້ອມ​ທີ່​ຈະ​ຮັບ​ຟັງ. ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ມາ​ທຳລາຍ​ຄວາມ​ໃກ້​ຊິດ​ຂອງ​ເຮົາ.

[ຮູບ​ພາບ]

ທ້າວ ໂຈເຊບ​ແລະ​ນາງ ລິ​ຊາ​ພ້ອມ​ກັບ​ລູກ​ສາມ​ຄົນ​ຊື່ ນາງ ວິກຕໍເລຍ ນາງ ໂອລິເວຍ ແລະ​ນາງ ອິດສະແບວລາ

ຄອບຄົວ​ຂອງ​ທ້າວ ຊັນນີ​ແລະ​ນາງ ອິເນສ​ພ້ອມ​ກັບ​ລູກ​ສາວ​ຊື່​ນາງ ເຄວຊີ​ແລະ​ນາງ ສະແມນທາ

[ຮູບ​ພາບ​ໜ້າ 22]

ພໍ່​ແມ່​ອາດ​ຈະ​ໃຫ້​ອິດ​ສະ​ຫຼະ​ໃນ​ລະດັບ​ໃດ​ໜຶ່ງ ແຕ່​ຕ້ອງ​ມີ​ຂໍ້​ກຳນົດ​ທີ່​ສົມ​ເຫດ​ສົມ​ຜົນ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌