ຕົວຢ່າງຂອງຄອບຄົວທີ່ປະສົບຄວາມສຳເລັດ—ຕອນທີ 2
ດັ່ງທີ່ກ່າວໃນ “ຕົວຢ່າງຂອງຄອບຄົວທີ່ປະສົບຄວາມສຳເລັດ—ຕອນທີ 1” ຫຼັກການໃນຄຳພີໄບເບິນຊ່ວຍຄອບຄົວໃຫ້ຢູ່ໝັ້ນຄົງໃນຍາມທີ່ຍາກລຳບາກ.a ສຳລັບຜູ້ທີ່ໃຊ້ຊີວິດຕາມຫຼັກການຂອງພະເຢໂຫວາ ພະອົງສັນຍາວ່າ: “ເຮົາຈະສອນເຈົ້າ ເຮົາຈະບອກທາງທີ່ເຈົ້າຕ້ອງທຽວໄປ. ເຮົາຈະເຕືອນສະຕິເຈົ້າດ້ວຍຕາຂອງເຮົາແຍງເບິ່ງເຈົ້າ.”—ຄຳເພງ 32:8
ຮັບມືກັບບັນຫາດ້ານການເງິນ. ຫຼາຍຄັ້ງເລື່ອງເງິນຄຳເປັນຕົ້ນຕໍຂອງຄວາມຂັດແຍ່ງທີ່ຮຸນແຮງໃນຊີວິດຄອບຄົວ. ແຕ່ຫຼັກການໃນຄຳພີໄບເບິນສາມາດຊ່ວຍຄອບຄົວໃຫ້ມີທັດສະນະທີ່ຖືກຕ້ອງເມື່ອເກີດບັນຫາດ້ານການເງິນ. ພະເຍຊູກ່າວວ່າ: “ຢ່າຊູ່ອຸກໃຈສຳລັບລ້ຽງຊີວິດແຫ່ງຕົນວ່າຈະກິນສິ່ງໃດ ຈະດື່ມສິ່ງໃດ ຫຼືສຳລັບກາຍແຫ່ງຕົນວ່າຈະນຸ່ງຫົ່ມສິ່ງໃດ. . . . ເພາະວ່າພະບິດາຂອງທ່ານທັງຫຼາຍຜູ້ຢູ່ໃນສະຫວັນກໍຮູ້ຈັກວ່າທ່ານທັງຫຼາຍຕ້ອງປະສົງສິ່ງຂອງທັງປວງນີ້.”—ມັດທາຍ 6:25, 32
ໃນໜ້າທີ 23 ທ້າວ ອິສະຄາ ຈາກປະເທດສະຫະລັດອາເມຣິກາເລົ່າເຖິງວິທີທີ່ຄອບຄົວຂອງລາວຮັບມືກັບບັນຫາດ້ານການເງິນຫຼັງຈາກທີ່ເຮືອນຂອງເຂົາເຈົ້າຖືກລົມພາຍຸຄາທິຣນາຖະຫຼົ່ມ.
ເມື່ອສະມາຊິກຄອບຄົວເຈັບປ່ວຍ. ຕາມຄວາມເປັນຈິງແລ້ວເຮົາໝົດທຸກຄົນເຄີຍບໍ່ສະບາຍ. ສ່ວນຫຼາຍແລ້ວແມ່ນບໍ່ສະບາຍໄລຍະໜຶ່ງແລະບໍ່ດົນກໍເຊົາ. ແຕ່ຈະເຮັດແນວໃດຖ້າສະມາຊິກຄອບຄົວເຈັບປ່ວຍຊ້ຳເຮື້ອ? ຄຳພີໄບເບິນກ່າວວ່າພະເຢໂຫວາສາມາດຄ້ຳຈູນຜູ້ທີ່ນອນປ່ວຍຢູ່. (ຄຳເພງ 41:1-3) ຄອບຄົວຈະເປັນທີ່ເພິ່ງເຊິ່ງພະເຢໂຫວາໃຊ້ເພື່ອຊ່ວຍເຫຼືອເຊັ່ນນັ້ນໄດ້ແນວໃດ?
ໃນໜ້າທີ 24 ທ້າວ ຮາຈິເມະ ຈາກປະເທດຍີ່ປຸ່ນເລົ່າວ່າລາວກັບລູກສາວຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອນາງໂນຣິໂກະຜູ້ເປັນເມຍ ຫຼັງຈາກທີ່ທ່ານໝໍບົ່ງມະຕິວ່ານາງໂນຣິໂກະເຈັບປ່ວຍຂັ້ນຮ້າຍແຮງ.
ເມື່ອລູກເສຍຊີວິດ. ການຕາຍຂອງລູກເປັນເລື່ອງເສົ້າສະຫຼົດໃຈທີ່ສຸດຢ່າງໜຶ່ງເຊິ່ງຄອບຄົວອາດປະເຊີນ. ພະເຢໂຫວາສັນຍາວ່າຈະເຊັດນ້ຳຕາແຫ່ງຄວາມໂສກເສົ້າຍ້ອນການຕາຍຂອງລູກ. (ຄຳປາກົດ 21:1-4) ແມ່ນແຕ່ຕອນນີ້ ພະອົງໄດ້ປອບໂຍນຜູ້ທີ່ສູນເສຍຄົນທີ່ເຂົາເຈົ້າຮັກ.—ຄຳເພງ 147:3
ໃນໜ້າທີ 25 ທ້າວ ເຟີນັນໂດກັບນາງ ດິລມາ ຈາກປະເທດສະຫະລັດອາເມຣິກາເລົ່າວ່າຄຳພີໄບເບິນເສີມກຳລັງເຂົາເຈົ້າເພື່ອໃຫ້ຮັບມືກັບການຕາຍຂອງລູກສາວທີ່ຍັງເປັນແອນ້ອຍຢູ່.
ຄຳພີໄບເບິນເປັນສິ່ງຊີ້ນຳທາງທີ່ໄວ້ວາງໃຈໄດ້ສຳລັບຄອບຄົວເຊິ່ງປະເຊີນບັນຫາໜັກ ດັ່ງທີ່ປະສົບການຊີວິດໃນໜ້າຕໍ່ໄປຈະສະແດງໃຫ້ເຫັນ.
[ຂໍ້ຄວາມໄຂເງື່ອນ]
a ຂໍໃຫ້ເບິ່ງໃນໜ້າ 14-17 ຂອງຈຸນລະສານນີ້
[ຂອບ/ຮູບພາບໜ້າ 23]
ຮັບມືກັບບັນຫາດ້ານການເງິນ
ເລົ່າໂດຍທ້າວ ອິສະຄາ ນິໂຄສ ຈາກປະເທດສະຫະລັດອາເມຣິກາ
“ພາຍຸຄາທິຣນາທຳລາຍເຮືອນຂອງເຮົາຈົນເຫຼືອແຕ່ພື້ນຊີມັງເທົ່ານັ້ນ. ໂຮງຮຽນທີ່ຂ້ອຍສອນແຊ່ນ້ຳຢູ່ເດືອນເຄິ່ງ.”
ໃນລະດູຮ້ອນປີ 2005 ຂ້ອຍກັບເມຍທີ່ຊື່ມິດແຊວ ແລະລູກສາວທີ່ຊື່ຊິດນີ ອາຍຸສອງປີອາໄສຢູ່ເມືອງເບແຊນ ຫຼຸຍ ລັດມິດຊິຊິບປີ ປະເທດສະຫະລັດອາເມຣິກາ. ເນື່ອງຈາກເປັນພະຍານພະເຢໂຫວາ ຂ້ອຍກັບມິດແຊວມີເປົ້າໝາຍຈະເຮັດວຽກການປະກາດຂອງຄລິດສະຕຽນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ຂ້ອຍເປັນນາຍຄູສອນວິຊາຊີບ ແລະໂຮງຮຽນທີ່ຂ້ອຍສອນແມ່ນຢູ່ເມືອງນິວ ໂອລີນສ ລັດຫຼຸຍຊີອານາ. ຂ້ອຍສາມາດຈັດຕາຕະລາງເພື່ອເຮັດວຽກສາມມື້ຕໍ່ອາທິດ ແລະໃຊ້ເວລາທີ່ເຫຼືອສອນເລື່ອງຄຳພີໄບເບິນ. ເຮົາມັກວຽກການສອນຄຳພີໄບເບິນ. ແຕ່ແລ້ວກໍມີຂ່າວວ່າພາຍຸຄາທິຣນາອາດຈະເຂົ້າມາຖະຫຼົ່ມພື້ນທີ່ແຖວນີ້. ເຮົາກຽມພ້ອມອົບພະຍົບທັນທີ.
ເມື່ອພາຍຸຜ່ານໄປແລ້ວ ເຮືອນຂອງເຮົາຢູ່ເມືອງເບແຊນ ຫຼຸຍ ແລະໂຮງຮຽນທີ່ຂ້ອຍສອນຢູ່ເມືອງນິວ ໂອລີນສ ໄດ້ຮັບຄວາມເສຍຫາຍໜັກ. ບໍລິສັດປະກັນໄພແລະລັດຖະບານໄດ້ອະນຸມັດເງິນໃຫ້ເຮົາເຊົ່າຫ້ອງພັກ ແຕ່ມັນຍາກທີ່ຈະຊອກແຫຼ່ງລາຍໄດ້ທີ່ໝັ້ນຄົງ. ນອກຈາກນັ້ນ ມິດແຊວໄດ້ຕິດເຊື້ອພະຍາດຈາກນ້ຳທີ່ບໍ່ສະອາດ ແລະລະບົບພູມຕ້ານທານຈຶ່ງອ່ອນແອ. ຈາກນັ້ນລາວຕິດເຊື້ອພະຍາດເວດສໄນ (West Nile) ຈາກຍຸງ. ໃນເວລາດຽວກັນ ຄ່າປະກັນໄພແລະຄ່າຄອງຊີບກໍເພີ່ມຂຶ້ນສູງຫຼາຍ.
ເພື່ອປັບຕົວໃຫ້ເຂົ້າກັບສະພາບການ ເຮົາຮຽນຮູ້ທີ່ຈະປະຢັດຫຼາຍຂຶ້ນ ແມ່ນແຕ່ໃນການຊື້ສິ່ງຂອງທີ່ຈຳເປັນ. ຂ້ອຍບໍ່ໄດ້ເລືອກວຽກຄືແຕ່ກີ້.
ຂ້ອຍຕ້ອງຍອມຮັບວ່າການສູນເສຍຊັບສິນບໍ່ແມ່ນເລື່ອງງ່າຍສຳລັບເຮົາ. ແຕ່ເຮົາຂອບໃຈທີ່ຍັງມີຊີວິດຢູ່. ປະສົບການທັງໝົດເນັ້ນຄວາມຈິງທີ່ວ່າຊັບສົມບັດວັດຖຸມີຄຸນຄ່າຈຳກັດ. ທີ່ຈິງ ເລື່ອງນີ້ເຮັດໃຫ້ເຮົາຄຶດເຖິງຄຳກ່າວຂອງພະເຍຊູທີ່ວ່າ: “ແມ່ນຄົນຜູ້ໜຶ່ງມັ່ງມີຫຼາຍ ຊີວິດແຫ່ງຕົນບໍ່ເປັນດ້ວຍເຂົ້າຂອງທີ່ເພິ່ນມີຢູ່ນັ້ນ.”—ລືກາ 12:15
ເຮົາຍັງສຳນຶກວ່າເຖິງເຮົາຈະຮູ້ສຶກເສຍໃຈຫຼາຍກັບສິ່ງທີ່ສູນເສຍໄປ ແຕ່ຍັງມີອີກຫຼາຍຄົນທີ່ສູນເສຍຫຼາຍກວ່າເຮົາ ແລະບາງຄົນເສຍຊີວິດຊ້ຳ. ນັ້ນຄືເຫດຜົນໜຶ່ງທີ່ຂ້ອຍໄດ້ເຂົ້າໄປຊ່ວຍບັນເທົາທຸກທັນທີຫຼັງຈາກເກີດໄພພິບັດ ໂດຍປອບໂຍນຜູ້ທີ່ປະສົບການສູນເສຍ.
ຕະຫຼອດໄລຍະເວລາທີ່ຍາກລຳບາກ ຄຳເພງ 102:17 ໃຫ້ການປອບໂຍນເຮົາເປັນພິເສດ. ຂໍ້ນັ້ນບອກວ່າ ພະເຢໂຫວາ “ຈະຟັງຄວາມອ້ອນວອນແຫ່ງຄົນທຸກຍາກແລະຈະບໍ່ປະໝາດຄວາມອ້ອນວອນຂອງເຂົາ.” ຄອບຄົວຂອງຂ້ອຍຮູ້ສຶກແທ້ໆເຖິງການຄ້ຳຊູນີ້!
[ຂອບໜ້າ 23]
ຫຼັງຈາກທີ່ພາຍຸຄາທິຣນາແລະຣິຕ້າຖະຫຼົ່ມເຂດຊາຍຝັ່ງເມັກຊິກຂອງສະຫະລັດອາເມຣິກາໃນປີ 2005 ພະຍານພະເຢໂຫວາຟ້າວຕັ້ງສູນບັນເທົາທຸກ 13 ບ່ອນ ໂຮງເກັບມ້ຽນເຄື່ອງ 9 ບ່ອນ ແລະບ່ອນເກັບນ້ຳມັນເຊື້ອໄຟ 4 ບ່ອນ. ພະຍານພະເຢໂຫວາທີ່ເປັນອາສາສະໝັກເກືອບ 17.000 ຄົນຫຼັ່ງໄຫຼມາຈາກສະຫະລັດອາເມຣິກາແລະຈາກອີກ 13 ປະເທດເພື່ອຊ່ວຍໃນການບັນເທົາທຸກຄັ້ງນີ້. ເຂົາເຈົ້າໄດ້ຊ່ວຍແປງເຮືອນຫຼາຍກວ່າໜຶ່ງພັນຫຼັງ.
[ຂອບ/ຮູບພາບໜ້າ 24]
ເມື່ອສະມາຊິກຄອບຄົວເຈັບປ່ວຍ
ເລົ່າໂດຍທ້າວ ຮາຈິເມະ ອິໂຕ ຈາກປະເທດຍີ່ປຸ່ນ
“ຂ້ອຍກັບເມຍມັກແຕ່ງກິນນຳກັນ ຈົນກະທັ່ງວ່າຮອດມື້ທີ່ໂນຣິໂກະເຈັບປ່ວຍ. ຕອນນີ້ລາວບໍ່ສາມາດກິນອາຫານຫຼືດື່ມນ້ຳທາງປາກໄດ້ ແມ່ນແຕ່ເວົ້າກໍບໍ່ໄດ້. ລາວຕ້ອງນັ່ງແຕ່ຢູ່ໃນລໍ້ແລະຕ້ອງໃສ່ເຄື່ອງຊ່ວຍຫັນໃຈ.”
ໃນເດືອນພຶດສະພາ ປີ 2006 ໂນຣິໂກະເລີ່ມມີອາການເວົ້າບໍ່ແຈ້ງ. ລະດູຮ້ອນປີນັ້ນລາວກໍເລີ່ມມີບັນຫາໃນການກິນອາຫານແລະດື່ມນ້ຳ. ເມື່ອຮອດເດືອນກັນຍາ ທ່ານໝໍບົ່ງມະຕິວ່າລາວເປັນພະຍາດເສັ້ນປະສາດສັ່ງການເສື່ອມຖອຍ (ALS) ເຊິ່ງອາການຂອງພະຍາດນີ້ຈະໜັກຂຶ້ນເລື້ອຍໆ ແລະມີຜົນກະທົບຕໍ່ຈຸລັງປະສາດໃນສະໝອງແລະໄຂສັນຫຼັງ. ໃນເວລາພຽງສີ່ເດືອນເທົ່ານັ້ນ ຊີວິດຂອງເຮົາປ່ຽນຈາກໜ້າມືເປັນຫຼັງມື. ບັນຫາສຸຂະພາບຂອງໂນຣິໂກະຫາກໍເລີ່ມຕົ້ນ.
ຕໍ່ມາ ລີ້ນແລະມືເບື້ອງຂວາຂອງໂນຣິໂກະກໍເໜັງຕີງບໍ່ໄດ້. ການຜ່າຕັດເຈາະກະເພາະຊ່ວຍໃຫ້ລາວກິນອາຫານຜ່ານທາງທໍ່ ແລະການຜ່າຕັດເຈາະຫຼອດລົມຢູ່ຄໍເຮັດໃຫ້ອາກາດຜ່ານໄດ້ ແຕ່ເຮັດໃຫ້ລາວເວົ້າບໍ່ໄດ້. ຂ້ອຍນຶກພາບໄດ້ວ່າໂນຣິໂກະລຳບາກສ່ຳໃດ ເນື່ອງຈາກແຕ່ກີ້ລາວເປັນຄົນກະຕືລືລົ້ນ. ພວກເຮົາເປັນພະຍານພະເຢໂຫວາ ດັ່ງນັ້ນໂນຣິໂກະແລະລູກສາວສອງຄົນໄດ້ເຮັດວຽກຮັບໃຊ້ເຕັມເວລາຮ່ວມກັນ. ຕອນນີ້ໂນຣິໂກະຕ້ອງອາໄສເຄື່ອງຊ່ວຍຫັນໃຈແລະສ່ວນຫຼາຍຕ້ອງນອນຢູ່ກັບທີ່.
ເຖິງຢ່າງນັ້ນ ເລື່ອງນີ້ບໍ່ໄດ້ຂັດຂວາງໂນຣິໂກະໄວ້! ຍົກຕົວຢ່າງ ລາວນັ່ງລໍ້ໄປຮ່ວມການປະຊຸມຄລິດສະຕຽນພ້ອມກັບໃສ່ເຄື່ອງຊ່ວຍຫັນໃຈ. ການໄດ້ຍິນຂອງລາວກໍເສື່ອມລົງ ດັ່ງນັ້ນລູກສາວຈຶ່ງຂຽນໜັງສືໂຕໃຫຍ່ໆໃຫ້ລາວອ່ານລະຫວ່າງການປະຊຸມເພື່ອຈະໄດ້ຮັບປະໂຫຍດຈາກເລື່ອງທີ່ກຳລັງພິຈາລະນາ. ເຖິງວ່າໂນຣິໂກະບໍ່ສາມາດຮັບໃຊ້ເຕັມເວລາແລ້ວ ແຕ່ເພື່ອສອນຂ່າວສານເຊິ່ງໃຫ້ຄວາມຫວັງທີ່ມີໃນຄຳພີໄບເບິນ ລາວຍັງຂຽນຈົດໝາຍໄປຫາຄົນອື່ນໂດຍໃຊ້ອຸປະກອນພິເສດທີ່ຕິດຕັ້ງໄວ້ກັບຄອມພິວເຕີຢູ່ເຮືອນ.—2 ເປໂຕ 3:13; ຄຳປາກົດ 21:1-4
ພວກເຮົາທຸກຄົນໃນຄອບຄົວຮ່ວມແຮງຮ່ວມໃຈກັນເພື່ອຊ່ວຍໂນຣິໂກະ. ລູກສາວສອງຄົນຊອກວຽກໃໝ່ເພື່ອຈະສາມາດຊ່ວຍວຽກຢູ່ເຮືອນໄດ້ຫຼາຍຂຶ້ນ. ພວກເຮົາສາມພໍ່ລູກຊ່ວຍກັນເຮັດວຽກເຮືອນແທນໂນຣິໂກະ.
ບາງຄັ້ງຕອນເຊົ້າເມື່ອຂ້ອຍແນມເບິ່ງໂນຣິໂກະ ລາວເບິ່ງຄືວ່າເມື່ອຍ. ຂ້ອຍຄຶດໃນໃຈວ່າ ‘ຂ້ອຍຢາກຈະບອກລາວວ່າມື້ນີ້ໃຫ້ພັກຜ່ອນແບບສະບາຍໆ.’ ແຕ່ໂນຣິໂກະຕ້ອງການບອກຂ່າວສານໃນຄຳພີໄບເບິນໃຫ້ຄົນອື່ນຮູ້. ເມື່ອຂ້ອຍເລີ່ມກຽມຄອມພິວເຕີ ຕາຂອງລາວຊື່ນຂຶ້ນມາໂລດ! ເມື່ອຂຽນຈົດໝາຍ ລາວກໍມີຊີວິດຊີວາຂຶ້ນ. ຂ້ອຍໄດ້ເຫັນຄຸນຄ່າຂອງການ “ກະທຳການຂອງພະອົງເຈົ້າໃຫ້ບໍລິບູນ.”—1 ໂກລິນໂທ 15:58
ປະສົບການຂອງທ້າວເຈສັນ ສະຈວດ ເຊິ່ງເຈັບປ່ວຍດ້ວຍພະຍາດດຽວກັນນີ້ທີ່ລົງໃນວາລະສານ Awake! ເດືອນມັງກອນ ປີ 2006 ຊ່ວຍໂນຣິໂກະໄດ້ຫຼາຍບໍ່ໃຫ້ຮູ້ສຶກໝົດຫວັງ. ທີ່ຈິງ ເມື່ອພະນັກງານຢູ່ໂຮງໝໍສົງໄສວ່າເປັນຫຍັງໂນຣິໂກະມີຄວາມຄຶດໃນແງ່ບວກ ລາວຈຶ່ງບອກກ່ຽວກັບບົດຄວາມນັ້ນ ແລະເຮົາໄດ້ເອົາວາລະສານນັ້ນຫຼາຍສະບັບໃຫ້ເຂົາເຈົ້າ. ໂນຣິໂກະໄດ້ຮັບກຳລັງໃຈຈາກການສອນຄົນອື່ນເລື່ອງຄວາມເຊື່ອຂອງລາວ.
ຂ້ອຍກັບໂນຣິໂກະແຕ່ງດອງກັນໄດ້ 30 ປີແລ້ວ ແຕ່ໃນໄລຍະສາມປີທີ່ຜ່ານມາຂ້ອຍໄດ້ເຫັນຄຸນລັກສະນະຕ່າງໆຂອງໂນຣິໂກະເຊິ່ງຂ້ອຍເຄີຍເບິ່ງຂ້າມ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ແຕ່ງດອງກັບລາວ!
[ຂອບ/ຮູບພາບໜ້າ 25]
ເມື່ອລູກເສຍຊີວິດ
ເລົ່າໂດຍ ທ້າວ ເຟີນັນໂດກັບນາງ ດິລມາ ເຟຣຕັດສ ຈາກສະຫະລັດອາເມຣິກາ
“ຄວາມຮູ້ສຶກສະເທືອນໃຈເນື່ອງຈາກການຕາຍຂອງລູກນ້ອຍເປັນສິ່ງທີ່ບໍ່ອາດພັນລະນາໄດ້. ບໍ່ມີສິ່ງໃດສາມາດສ້າງຄວາມເຈັບປວດໄດ້ຫຼາຍກວ່ານີ້.”
ລູກສາວທີ່ເຮົາຕັ້ງຊື່ໃຫ້ວ່າເພຣເຊດສ ຕາຍໃນວັນທີ 16 ເດືອນເມສາ ປີ 2006. ລາວເກີດມາໄດ້ພຽງສິບວັນເທົ່ານັ້ນ. ຕອນຢູ່ໃນທ້ອງໄດ້ສາມເດືອນ ທ່ານໝໍກວດພໍ້ວ່າລາວມີບັນຫາຮ້າຍແຮງເລື່ອງຫົວໃຈ. ເມື່ອໃກ້ຈະຮອດກຳນົດເກີດກໍເຫັນໄດ້ວ່າລາວຈະເສຍຊີວິດຫຼັງຈາກທີ່ເກີດໄດ້ບໍ່ດົນ ຫຼືອາດຈະເສຍຊີວິດກ່ອນເກີດຊ້ຳ. ຍາກແທ້ໆທີ່ຈະຍອມຮັບໃນເລື່ອງນີ້. ເຮົາມີລູກສາມຄົນແລ້ວທີ່ແຂງແຮງດີ. ເຮົາບໍ່ຢາກເຊື່ອວ່າລູກນ້ອຍຂອງເຮົາຈະຕາຍ.
ຫຼັງຈາກທີ່ເກີດ ຜູ້ຊ່ຽວຊານຄົນໜຶ່ງທີ່ມີປະສົບການໃນເລື່ອງຂໍ້ບົກພ່ອງດ້ານໜ່ວຍສືບພັນບົ່ງມະຕິວ່າລາວເປັນພະຍາດແຝດສາມຂອງໜ່ວຍສືບພັນ (Trisomy 18) ເຊິ່ງບໍ່ພົບເຫັນເລື້ອຍແລະເກີດຂຶ້ນກັບແອນ້ອຍ 1 ໃນ 5.000 ຄົນເທົ່ານັ້ນ. ເຫັນໄດ້ແຈ້ງວ່າລາວຈະມີຊີວິດຢູ່ໄດ້ບໍ່ດົນ. ເຮົາຮູ້ສຶກໝົດຫວັງແທ້ໆ ເພາະບໍ່ສາມາດເຮັດຫຍັງໄດ້ເລີຍ. ສິ່ງໜຶ່ງທີ່ພໍເຮັດໄດ້ ກໍຄືຢູ່ກັບລູກຕະຫຼອດໄລຍະຊີວິດທີ່ແສນສັ້ນນັ້ນ ແລະເຮົາໄດ້ເຮັດແນວນັ້ນແທ້ໆ.
ເຮົາຮູ້ສຶກຂອບໃຈທີ່ຍັງມີເວລາຢູ່ກັບລູກຮອດສິບມື້; ໃນລະຫວ່າງນັ້ນ ເຮົາກັບລູກສາວສາມຄົນຮູ້ສຶກຜູກພັນກັບເພຣເຊດສຫຼາຍ. ເຮົາອູ້ມລາວ ເວົ້າກັບລາວ ກອດລາວ ຈູບລາວ ແລະຖ່າຍຮູບລາວໄວ້ຫຼາຍໆຕາມທີ່ເຮົາເຮັດໄດ້. ເຮົາເຖິງຂັ້ນລົມກັນວ່າ ລາວເບິ່ງຄ້າຍກັບໃຜຫຼາຍທີ່ສຸດໃນຄອບຄົວ. ຜູ້ຊ່ຽວຊານທີ່ກວດເພຣເຊດສມາຢາມເຮົາຢູ່ໂຮງໝໍທຸກມື້. ລາວໄຫ້ກັບເຮົາແລະບອກວ່າລາວເສຍໃຈແທ້ໆ. ເພື່ອຈະຈົດຈຳເພຣເຊດສໄວ້ໃນໃຈ ລາວໄດ້ແຕ້ມຮູບຂອງເພຣເຊດສໃນຂະນະທີ່ເວົ້າລົມກັບເຮົາ ແລະອັດສຳເນົາຮູບໃບໜຶ່ງໃຫ້ເຮົາ.
ເນື່ອງຈາກເປັນພະຍານພະເຢໂຫວາ ເຮົາເຊື່ອໝັ້ນຢ່າງເຕັມທີໃນສິ່ງທີ່ຄຳພີໄບເບິນສອນທີ່ວ່າ ພະເຢໂຫວາຈະເຮັດໃຫ້ແຜ່ນດິນໂລກເປັນອຸທິຍານ ແລະພະອົງປາຖະໜາຈະປຸກຄົນຕາຍໃຫ້ກັບຄືນມາມີຊີວິດອີກ ລວມທັງແອນ້ອຍແບບເພຣເຊດສ. (ໂຢບ 14:14, 15; ໂຢຮັນ 5:28, 29) ເຮົາຄອຍຖ້າວັນທີ່ຈະອູ້ມແລະກອດເພຣເຊດສອີກເທື່ອໜຶ່ງ. ທຸກຄັ້ງທີ່ເຮົາໄດ້ຍິນຄຳວ່າ “ອຸທິຍານ” ຄວາມຫວັງນັ້ນເຮັດໃຫ້ເຮົາອົບອຸ່ນໃຈແທ້ໆ! ຕອນນີ້ ເຮົາໄດ້ຮັບການຊູໃຈຈາກຄວາມຈິງທີ່ວ່າເພຣເຊດສຢູ່ໃນຄວາມຊົງຈຳຂອງພະເຢໂຫວາແລະບໍ່ໄດ້ທໍລະມານອີກຕໍ່ໄປ.—ຜູ້ເທສະໜາປ່າວປະກາດ 9:5, 10